ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນວ່າພະທິເບດ ທີ່ລີ້ໄພຢູ່ຕ່າງປະເທດ ຍຸຍົງໃຫ້ພະສົງໃນຈີນ ເຜົາໂຕຕາຍ


ນາງຊີສາສະໜາພຸດທີເບດ Palden Choetso ຈູດໄຟເຜົາໂຕເອງຕາຍ ທີ່ເມືອງ Daofu ຫຼື Tawu ຂອງເຂດ ທິເບດ (3 ພະຈິກ 2011)
ນາງຊີສາສະໜາພຸດທີເບດ Palden Choetso ຈູດໄຟເຜົາໂຕເອງຕາຍ ທີ່ເມືອງ Daofu ຫຼື Tawu ຂອງເຂດ ທິເບດ (3 ພະຈິກ 2011)

ນັກຊ່ຽວຊານເລື່ອງທິເບດຊາວຈີນຄົນນຶ່ງໄດ້ກ່າວຫາພວກຜູ້ນຳສາສະໜາທີ່ໃກ້ຊິດກັບອົງດາ
ໄລລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດທີ່ລີ້ໄພຢູ່ໃນຕ່າງປະເທດເວລານີ້ວ່າໃຊ້ຄຳສັ່ງ ສອນແບບຫົວຮຸນແຮງເກີນຂອບເຂດເພື່ອຊຸກຍູ້ໃຫ້ພະສົງຂອງສາສະໜາພຸດຢູ່ໃນຈີນເອົາໄຟ
ຈູດເຜົາໂຕເອງ.

ມີພະສົງ 9 ອົງແລະນາງຊີອີກ 2 ຄົນໄດ້ຈູດໄຟເຜົາໂຕເອງໃນເຂດທີ່ມີຊາວທິເບດອາໄສຢູ່
ໃນພາກຕາເວັນຕົກສຽງໃຕ້ຂອງຈີນປີນີ້ເພື່ອປະທ້ວງຕໍ່ການກົດຂີ່ທາງດ້ານສາສະໜາຂອງ
ຈີນ. ນາງຊີແລະພະສົງຈຳນວນຫຼາຍໆອົງແມ່ນມາຈາກວັດ Kirti ໃນແຂວງສີສວນຂອງຈີນ.

ອົງການຂ່າວຊິນຫົວຂອງທາງການຈີນໄດ້ພິມເຜີຍແຜ່ບົດຂຽນບົດນຶ່ງທີ່ຂຽນໂດຍທ່ານ Hua
Zi ນັກຊ່ຽວຊານເລື່ອງທິເບດທີ່ມີສຳນັກງານຢູ່ກຸງປັກກິ່ງທີ່ກ່າວເຖິງການເຜົາໂຕເອງວ່າເປັນ ການກະທຳແບບຮຸນແຮງເກີນຂອບເຂດແລະເປັນການກໍ່ການຮ້າຍ.

ລາຍງານນີ້ໄດ້ອ້າງຄຳເວົ້າຂອງຫົວໜ້າພະແນກສາສະໜາໃນເຂດທ້ອງຖິ່ນທີ່ກ່າວວ່າ ພະອະ
ວຸໂສອົງນຶ່ງຈາກວັດ Kirti ທີ່ໄດ້ຫຼົບໜີໄປຍັງອິນເດຍໃນປີ 1959 ພ້ອມກັບອົງດາໄລລາມະ
ນັ້ນ ເປັນຜູ້ຊຸກຍູ້ໃຫ້ເຮັດການປະທ້ວງ ແບບບໍ່ຄິດເຖິງຊີວິດດັ່ງກ່າວ. ລາຍງານບໍ່ໄດ້ລະບຸຊື່
ຂອງພະອົງນີ້.

ແຕ່ຫົວໜ້າພະລາມະຂອງວັດ Kirti ທີ່ລີ້ໄພຢູ່ຕ່າງປະເທດ ຄືອົງລາມະ Kirti Rinpoche
ກ່າວຕໍ່ວີໂອເອພາກພາສາທິເບດ ທາງໂທລະສັບ ໃນມື້ວັນສຸກວານນີ້ວ່າ ພວກຜູ້ນຳຊາວທິ
ເບດທີ່ລີ້ໄພຢູ່ໃນຕ່າງປະເທດບໍ່ເຄີຍພະຍາຍາມສ້າງອິດທິພົນຂອງຕົນເລີຍ. ເພິ່ນເວົ້າຕື່ມວ່າ
ເວລາພວກເຈົ້າໜ້າທີ່ຈີນບໍ່ສາມາດຫາຫຼັກຖານມາພິສູດໄດ້ພວກເຂົາເຈົ້າກໍຈະກ່າວຫາໃນສິ່ງ
ທີ່ພວກເຂົາເຈົ້າຢາກເວົ້າ.

ອົງດາໄລລາມະຊົງກ່າວຕໍ່ວິທະຍຸບີບີຊີ ໃນສັບປະດາແລ້ວນີ້ວ່າ ການເຜົາໂຕຕາຍແມ່ນເປັນ
ຄວາມກ້າຫານ ແຕ່ບໍ່ສະຫຼາດ ຍ້ອນມີແຕ່ຈະກໍ່ໃຫ້ເກີດການຕອບໂຕ້ແບບໜັກຂຶ້ນກວ່າເກົ່າ
ຈາກລັດຖະບານຈີນ. ພະອົງໄດ້ຊົງປະຕິເສດຕໍ່ການກ່າວຫາຂອງປັກກິ່ງທີ່ວ່າ ພະອົງໄດ້ຊຸກ
ຍູ້ໃຫ້ກະທຳການໃນທຳນອງນັ້ນ.

XS
SM
MD
LG