ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈະບໍ່ເຈລະຈາ ກັບລັດຖະບານພັດຖິ່ນ ທິເບດ


ດຣ. Lobsang Sangay ນາຍົກລັດຖະມົນຕີ ທີ່ພວມຈະເຂົ້າຮັບຕຳແໜ່ງຂອງລັດຖະບານພັດຖິ່ນທິເບດ
ດຣ. Lobsang Sangay ນາຍົກລັດຖະມົນຕີ ທີ່ພວມຈະເຂົ້າຮັບຕຳແໜ່ງຂອງລັດຖະບານພັດຖິ່ນທິເບດ

ເປັນທີ່ປາກົດວ່າຈີນໄດ້ປະຕິເສດກ່ຽວກັບການທີ່ຈະເປີດການ
ເຈລະຈາກັບຜູ້ນຳຄົນໃໝ່ຂອງລັດຖະບານພັດຖິ່ນທິເບດ
ໂດຍເວົ້າວ່າ ຕົນຈະພົບປະແຕ່ກັບຜູ້ຕາງໜ້າຂອງອົງດາໄລ
ລາມະຜູ້ນຳທາງດ້ານຈິດໃຈຂອງຊາວທິເບດທໍ່ນັ້ນ.

ໃນການໃຫ້ສຳພາດ ແກ່ວາລະສານ China’sTibet
ຂອງທາງການນັ້ນ ທ່ານ Zhu Weiqun ຫົວໜ້າປະສານ
ງານກ່ຽວກັບເລື່ອງທິເບດກ່າວວ່າ ລັດຖະບານພັດຖິ່ນທິເບດ
ບໍ່ມີຄວາມຖືກຕ້ອງຊອບທຳຕາມກົດໝາ ຍແລະບໍ່ມີຄຸນນະ
ສົມບັດທີ່ຈະທຳການເຈລະຈາກັບພວກຜູ້ຕາງໜ້າລັດຖະ
ບານກາງຂອງຈີນ.

ນາຍົກລັດຖະມົນຕີທີ່ພວມຈະເຂົ້າຮັບຕຳແໜ່ງໃໝ່ຂອງທິ
ເບດກ່າວໃນມື້ວັນພະຫັດຜ່ານມານີ້ວ່າລັດຖະບານຂອງ
ທ່ານພ້ອມແລ້ວທີ່ຈະເປີດການເຈລະຈາກັບຈີນໃນເວລາໃດ
ແລະສະຖານທີ່ແຫ່ງໃດກໍໄດ້.

ທ່ານ Lobsang Sangay ໄດ້ຖືກເລືອກເປັນນາຍົກລັດຖະມົນຕີຂອງລັດຖະບານພັດຖິ່ນ ທິເບດໃນຕົ້ນປີນີ້ໂດຍຈະເຂົ້າຮັບບົດບາດທາງດ້ານການເມືອງ ແທນອົງດາໄລລາມະ ຜູ້ຊຶ່ງ
ມີພະຊົນມາຍຸສູງແລ້ວ ທີ່ຊົງໄດ້ຕັດສິນພະໄທ ຈະວາງພະຫັດໄປນັ້ນ.

ທ່ານ Sangay ເວົ້າວ່າ ທ່ານຈະປະຕິບັດນະໂຍບາຍ “ແນວທາງສາຍກາງ” ຂອງອົງດາ
ໄລລາມະແລະຊອກຫາຊ່ອງທາງເພື່ອໃຫ້ທິເບດໄດ້ມີສິດໃນການປົກຄອງຕົນເອງ. ທ່ານ
Sangay ຊຶ່ງເປັນນັກຊ່ຽວຊານທາງດ້ານກົດໝາຍຈາກມະຫາວິທະຍາໄລ Harvard ຈະ
ເຂົ້າຮັບຕຳແໜ່ງໃນເດືອນສິງຫາຈະມາທີ່ເມືອງ Darmsala ໃນປະເທດອິນເດຍ.

ລັດຖະບານພັດຖິ່ນທິເບດໄດ້ທຳການເຈລະຈາ 9 ຮອບກັບລັດຖະບານປັກກິ່ງແຕ່ກໍບໍ່ໄດ້
ສ້າງຄວາມກ້າວໜ້າໃດໆໄປສູ່ການບັນລຸຂໍ້ຕົກລົງກັບຈີນ.

ຈີນໄດ້ເຂົ້າຢຶດຄອງທິເບດ ໃນປີ 1950 ແລະອົງດາໄລລາມະ ໄດ້ຊົງຫຼົບໜີຈາກບ້ານເກີດ
ເມືອງນອນຂອງພະອົງໃນປີ 1959. ປັກກິ່ງກ່າວວ່າ ອົງດາໄລລາມະ ມີຄວາມຕັ້ງໃຈທີ່ຈະ
ສ້າງຕັ້ງປະເທດທິເບດທີ່ເປັນເອກກະລາດ ແຕ່ອົງດາໄລລາມະຊົງໄດ້ປະຕິເສດຕໍ່ຂໍ້ກ່າວຫາ
ດັ່ງກ່າວຂອງຈີນ.

XS
SM
MD
LG