ເຈົ້າໜ້າທີ່ອະວຸໂສສຸດຂອງຈີນໃນທິເບດ ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ທ້ອງຖິ່ນ ຄວບຄຸມການ
ໃຊ້ອິນເຕີແນັດແລະໂທລະສັບເຄື່ອນທີ່ ຢູ່ໃນທິເບດ ຂະນະທີ່ປັກກິ່ງກະກຽມເປີດກອງປະຊຸມ
ສະພາປະຊາຊົນແຫ່ງຊາດແລະຊາວທິເບດໄວ້ອາໄລໃຫ້ແກ່ພວກທີ່ເສຍຊີວິດໃນການປະທ້ວງ
ຕໍ່ຕ້ານການປົກຄອງຂອງຈີນ.
ໜັງສືພິມທິເບດລາຍວັນຂອງທາງການຈີນ ໄດ້ອ້າງຄຳເວົ້າຂອງທ່ານ Chen Quangguo
ຫົວໜ້າພັກຄອມມູນິສໃນທິເບດ ທີ່ກ່າວວ່າ ການຮັກສາສະຖຽນລະພາບ ຢູ່ໃນທິເບດ ແມ່ນ
ໝາຍເຖິງທຸກສິ່ງຢ່າງ. ອົງປະກອບທີ່ພາໃຫ້ເກີດຄວາມບໍ່ທຸ່ນທ່ຽງ ຈະຕ້ອງຖືກຄວບຄຸມແລະ
ທຸກວຽກງານໃນການຮັກສາສະຖຽນລະພາບຈະຕ້ອງໄດ້ລົງເລິກ.
ນອກນັ້ນທ່ານຍັງກ່າວວ່າ ກຳລັງຮັກສາຄວາມສະຫງົບຕ້ອງທັບມ້າງກຳລັງທີ່ເປັນປໍລະປັກນຳ
ພາໂດຍອົງດາໄລລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດທີ່ລີ້ໄພຢູ່ໃນຕ່າງປະເທດ ຊຶ່ງ
ເປັນທີ່ເຄົາລົບນັບຖືຢ່າງກວ້າງຂວາງຢູ່ນອກປະເທດຈີນ ຂະນະທີ່ປັກກິ່ງກ່າວຫາພະອົງວ່າຍຸ
ແຍ່ໃຫ້ມີການກໍ່ກະບົດຢູ່ໃນເຂດທິເບດນັ້ນ.
ໃນໄລຍະສອງສາມອາທິດຜ່ານມານີ້ ຈີນໄດ້ສົ່ງທະຫານ ແລະຕຳຫຼວດຈຳນວນຫຼາຍພັນຄົນ
ໄປຍັງເຂດທິເບດ ໃນຄວາມພະຍາຍາມ ເພື່ອປ້ອງກັນບໍ່ໃຫ້ພວກນັກເຄື່ອນໄຫວຊາວທິເບດ
ຈູດເຜົາໂຕເອງຕາຍ ເພື່ອປະທ້ວງການມີໜ້າຂອງຈີນຢູ່ໃນເຂດດັ່ງກ່າວ.