ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະທິເບດ ເຜົາໂຕເອງ ປະທ້ວງຈີນ


ແຜນທີ່ຈີນ ພ້ອມກັບແຂວງສີສວນ ທີ່ເປັນສີແດງ
ແຜນທີ່ຈີນ ພ້ອມກັບແຂວງສີສວນ ທີ່ເປັນສີແດງ

ບັນດາກຸ່ມປົກປ້ອງສິດທິມະນຸດຂອງຊາວທິເບດກ່າວວ່າ
ຕຳຫຼວດຈີນທີ່ແຂວງ Sichuan ໄດ້ທັບມ້າງການປະທ້ວງ
ແລະປິດລ້ອມວັດແຫ່ງນຶ່ງຫຼັງຈາກພະສົງຊາວທິເບດອົງນຶ່ງໄດ້ຈູດໄຟເຜົາໂຕເອງແລະມໍລະນະ
ພາບໃນວັນພຸດວານນີ້.

ອົງການປຸກລະດົມນາໆຊາດເພື່ອທິເບດກ່າວວ່າ ຕຳຫຼວດໄດ້ທຸບຕີພະອາຍຸ 21 ປີອົງນຶ່ງ ຫຼັງຈາກເພິ່ນໄດ້ຈູດໄຟເຜົາໂຕເອງໃກ້ໆວັດ Kirty ທີ່ເມືອງ Ngaba.

ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ພະສົງຈຳນວນຫຼາຍຮ້ອຍອົງແລະພົນລະ ເຮືອນ
ໄດ້ພາກັນໂຮມຊຸມນຸມປະທ້ວງໃກ້ໆກັບວັດດັ່ງກ່າວແລະວ່າຕຳຫຼວດໄດ້ປິດລ້ອມບໍລິເວນ
ວັດແລະລາດຕະເວນຢູ່ຕາມຖະໜົນຫົນທາງທີ່ຢູ່ໃກ້ຄຽງນັ້ນ.

ເຈົ້າໜ້າທີ່ຈີນບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບເລື່ອງນີ້.

ເດືອນມີນາ ແມ່ນຂີດໝາຍຄົບຮອບປີທີ 3 ໃນການປະທ້ວງຢ່າງຮຸນແຮງຕໍ່ຕ້ານການປົກ
ຄອງຂອງຈີນຢູ່ໃນທິເບດ.

XS
SM
MD
LG