ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ຈຳຄຸກນັກຂຽນ ຊາວທິເບດ

ຍາມຄົນນຶ່ງຢຶນຢູ່ໃກ້ໆແຜ່ນປ້າຍອີເລັກໂທຣນິກ ທີ່ສະແດງຮູບແຜນທີ່ຂອງຈີນແລະອັກສອນທີ່ຂຽນເປັນພາສາຈີນວ່າ "ທິເບດເປັນພາກສ່ວນນຶ່ງຂອງດິນແດນຈີນ ທີ່ບໍ່ສາມາດແບ່ງແຍກໄດ້ ມາແຕ່ສະໄໝດຶກດຳບັນ" ທີ່ນະຄອນຫຼວງ ປັກກິ່ງ (28 ມິຖຸນາ 2011)

ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງທີ່ມີສຳນັກງານຢູ່ສະຫະລັດ ກ່າວໃນວັນເສົາມື້ນີ້ວ່າ ໃນເດືອນ
ແລ້ວນີ້ ຈີນໄດ້ຕັດສິນໂທດນັກຂຽນຄົນນຶ່ງໃຫ້ຈຳຄຸກເປັນເວລາ 4 ປີຍ້ອນໄດ້ຊ່ອຍເປັນບັນນາ
ທິການໃຫ້ແກ່ວາລະສານທີ່ຕຳໜິຕິຕຽນນະໂຍບາຍຂອງຈີນຢູ່ໃນທິເບດ.

ກຸ່ມປົກລະດົມນາໆຊາດເພື່ອທິເບດກ່າວວ່າທ່ານ Tashi Rabten ບັນນາທິການຊາວທິເບດ
ຂອງວາລະສານທີ່ມີຊື່ວ່າ Eastern Snow Mountain ຫຼືພູຫິມະຕາເວັນອອກທີ່ທາງການ
ຫ້າມນັ້ນໄດ້ຖືກຕັດສິນໂທດໃນວັນທີ 2 ມິຖຸນາຜ່ານມາທີ່ເມືອງ Aba ໃນແຂວງສີສວນທາງ ພາກຕາເວັນຕົກສຽງໃຕ້ຂອງຈີນ.

ກຸ່ມປົກລະດົມເພື່ອທິເບດບໍ່ໄດ້ແຈ້ງໃຫ້ຊາບວ່າ ທ່ານ Tashi Rabten ຖືກຂໍ້ຫາຫຍັງແຕ່ມີ
ຊາວທິເບດ 3 ຄົນທີ່ເຮັດວຽກໃຫ້ວາລະສານດັ່ງກ່າວ ໄດ້ຖືກຈຳຄຸກໃນປີກາຍນີ້ໃນຂໍ້ຫາຍຸຍົງ
ສົ່ງເສີມໃຫ້ມີການແບ່ງແຍກດິນແດນ.

ກຸ່ມປົກລະດົມເພື່ອທິເບດເວົ້າວ່າວາລະສານດັ່ງກ່າວແມ່ນວາລະສານທຳອິດທີ່ໄດ້ພິມເຜີຍແຜ່
ບົດວິຈານເປັນພາສາທິເບດ ກ່ຽວກັບສະຖານະການລຸນຫຼັງທີ່ໄດ້ເກີດການຈະລາຈົນຕໍ່ຕ້ານລັດ
ຖະບານຢ່າງຮ້າຍແຮງທີ່ນະຄອນຫຼວງ Lhasa ຂອງທິເບດໃນເດືອນມີນາປີ 2008.

XS
SM
MD
LG