ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູບາ ຊາວທິເບດ ທີ່ເຜົາຕົນເອງ ຢູ່ເນປານ ເຖິງແກ່ ມໍລະນະພາບແລ້ວ


ຊາວທິເບດພັດຖິ່ນພາກັນທໍາການໃຕ້ທຽນໄວ້ອາໄລທີ່ນະຄອນຫລວງຄັດມັນດູ ໃນເນປານ ໃນວັນທີ 13 ກຸມພາ 2013 ເພື່ອສະແດງເຖິງຄວາມເປັນນໍ້ານຶ່ງ ໃຈດຽວກັນກັບຊາວທິເບດທີ່ເອົາໄຟຈູດເຜົາຕົນເອງ
ຊາວທິເບດພັດຖິ່ນພາກັນທໍາການໃຕ້ທຽນໄວ້ອາໄລທີ່ນະຄອນຫລວງຄັດມັນດູ ໃນເນປານ ໃນວັນທີ 13 ກຸມພາ 2013 ເພື່ອສະແດງເຖິງຄວາມເປັນນໍ້ານຶ່ງ ໃຈດຽວກັນກັບຊາວທິເບດທີ່ເອົາໄຟຈູດເຜົາຕົນເອງ
ຄູບາຊາວທິເບດອົງນຶ່ງ ທີ່ໄດ້ເອົາໄຟຈູດເຜົາຕົນເອງຢູ່ໃນນະ
ຄອນຫລວງຂອງເນປານ ຊຶ່ງປະກົດວ່າເພື່ອເປັນການປະທ້ວງ
ຈີນນັ້ນ ໄດ້ເຖິງແກ່ມໍລະນະພາບແລ້ວ ຍ້ອນທົນຕໍ່ພິດບາດ
ແຜບໍ່ໄຫວ.

ພະນັກງານໂຮງໝໍແລະຕໍາຫລວດຢູ່ທີ່ນະຄອນຫລວງຄັດມັນ
ດູເວົ້າວ່າ ຄູບາອົງ ດັ່ງກ່າວ ທີ່ມີອາຍຸຊາວປາຍປີ ເຖິງແກ່ມໍ
ລະນະພາບໃນວັນພຸດວານນີ້ ບໍ່ພໍເທົ່າໃດຊົ່ວໂມງລຸນຫລັງ ທີ່ເພິ່ນໄດ້ເອົາໄຟຈູດເຜົາຕົນເອງຢູ່ໃກ້ສະຖານທີ່ ທີ່ມີຄວາມ ສັກສິດທີ່ສຸດແຫ່ງນຶ່ງຂອງສາສະໜາພຸດ.

ທ່ານ Sundip Pathak ທີ່ເຮັດວຽກກັບອົງການປົກປ້ອງສິດ
ທິມະນຸດຢູ່ເນປານ ຊຶ່ງເປັນຜູ້ດຽວເທົ່ານັ້ນທີ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປຢ້ຽມຄູບາຜູ້ທີ່ປະທ້ວງຢູ່ໃນຫ້ອງປິ່ນປົວຂອງເພິ່ນທີ່ໂຮງໝໍນັ້ນ ກ່າວຕໍ່ວີໂອ ເອວ່າຮ່າງກາຍຂອງຄູບາທີ່ຍັງ ບໍ່ທັນຮູ້ຊື່ອົງນີ້ ໄດ້ຖືກໄຟໃໝ້ເຖິງ 96 ເປີເຊັນ.

ແຜນທີ່ສະແດງໃຫ້ເຫັນບ່ອນທີ່ມີຊາວມິເບດເຜົາຕົນເອງ ຮອດວັນທີ 13 ກຸມພາ 2013
ແຜນທີ່ສະແດງໃຫ້ເຫັນບ່ອນທີ່ມີຊາວມິເບດເຜົາຕົນເອງ ຮອດວັນທີ 13 ກຸມພາ 2013

ຄູບາອົງນີ້ແມ່ນເປັນຊາວທິເບດຄົນທີ 101 ທີ່ໄດ້ເອົາໄຟເຜົາ
ຕົນເອງ ຊຶ່ງເປັນພາກ ສ່ວນນຶ່ງໃນການປຸກລະດົມໃຫ້ມີການ
ປະທ້ວງເປັນເວລາ 4 ປີຕໍ່ຕ້ານການປົກຄອງຂອງຈີນໃນ ທິເບດ.
XS
SM
MD
LG