ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດພະຊາວທິເບດຄົນນຶ່ງ ຈູດເຜົາຕົນເອງ ປະທ້ວງການປົກຄອງຂອງຈີນ


ອົງດາໄລ ລາມະ ຜູ້ນໍາຈິດໃຈຂອງຊາວທິເບດ
ອົງດາໄລ ລາມະ ຜູ້ນໍາຈິດໃຈຂອງຊາວທິເບດ

ກຸ່ມເຄື່ອນໄຫວ​ເພື່ອທິເບດກຸ່ມນຶ່ງກ່າວວ່າ ຊາຍໜຸ່ມຊາວທິເບດຄົນນຶ່ງ​ໄດ້ຈູດ​ໄຟເຜົາຕົນເອງ
ເມື່ອວັນເສົາວານນີ້ ເພື່ອປະທ້ວງການປົກຄອງຂອງຈີນໃນເຂດທິ​ເບ​ດ.

ກຸ່ມເຄື່ອນໄຫວ Free Tibet ທີ່​ມີ​ສໍານັກງານ​ຢູ່​ນະຄອນຫລວງ​ລອນ​ດອນ​ຂອງ​ປະ​ເທດ​ອັງ
ກິດ ກ່າວ​ໃນວັນອາທິດມື້ນີ້ວ່າ ນາຍ Norbu Dathul ອາຍຸ 19 ປີ ທີ່​ເຄີຍ​ບວດ​ເປັນພະ
ໄດ້ຈູດ​ໄຟເຜົາຕົນເອງ ຕອນ​ໃກ້ທ່ຽງວັນຂອງວັນເສົາວານນີ້ ທີ່ຕະຫລາດໃຫຍ່ຂອງ​ເມືອງ
Ngaba ທາງພາກ ຕາເວັນອອກຂອງທິເບດ.

ກຸ່ມດັ່ງກ່າວເວົ້າວ່າ ຜູ້ກ່ຽວໄດ້ຮຽກຮ້ອງໃຫ້ອົງດາໄລ ລາມະ ຜູ້ນໍາຈິດໃຈທີ່ພັດຖິ່ນນັ້ນ ຈົ່ງ
ກັບຄືນໄປທິເບດ ແລະຮຽກຮ້ອງ​ເອົາເສລີພາບສໍາຫລັບ ທິເບດ ກ່ອນທີ່ຜູ້ກ່ຽວຈະຈູດໄຟ
ເຜົາຕົນເອງ. ຕໍາຫລວດໄດ້ຮີບມອດໄຟ ແລະເອົາຕົວນາຍ Norbu ອອກ​ໄປຈາກທີ່ນັ້ນ.

ກຸ່ມເຄື່ອນໄຫວ Free Tibet ກ່າວວ່າ ນາຍ Norbu ເປັນຊາວ​ທິ​ເບ​ດຄົນທີ່ແປດທີ່ຈູດເຜົາ
ຕົນເອງ ນັບຕັ້ງແຕ່ເດືອນມີນາ ປີນີ້ ເປັນຕົ້ນມາ.

ກະຊວງຕ່າງປະເທດສະຫະລັດ​ໄດ້ກ່າວເມື່ອອາທິດຜ່ານມານີ້ວ່າ ວໍຊິງຕັນ ແມ່ນເປັນຫ່ວງ ນໍາການຂ້າສັງເວີຍຕົນເອງຂອງພວກພະສົງຊາວທິເບດເມື່ອໝໍ່ໆມານີ້ ແລະຄວາມໂກດແຄ້ນ ແລະຄວາມທໍ້ແທ້ໃຈອັນແຈ່ມແຈ້ງ ທີ່​ທ່າ​ອ່ຽງດັ່ງກ່າວ​ສະ​ແດງ​ເຫັນ​ນັ້ນ. ທາງວໍຊິງຕັນໄດ້ຮຽກ
ຮ້ອງຊໍ້າແລ້ວຊໍ້າເລົ່າ ໃຫ້ຈີນຈົ່ງເຄົາລົບນັບຖື ສາສະໜາ ປະເພນີ ແລະພາສາ ອັນ​ເປັນ​ເອກ​
ກະ​ລັກຂອງທິເບດນັ້ນ.

ທາງຈີນ​ແມ່ນໄດ້ປະຕິເສດມາ​ເປັນ​ປະ​ຈໍາ ການຕໍາໜິຕິຕຽນຕໍ່​ການປະຕິບັດຂອງ​ຕົນຕໍ່ພວກ
ຊົນກຸ່ມນ້ອຍຂອງຕົນນັ້ນ ໂດຍເວົ້າວ່າມັນເປັນການແຊກ ແຊງ​ເຂົ້າ​ໃນກິດຈະການພາຍໃນ
ປະເທດຂອງຕົນ.

XS
SM
MD
LG