ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຫາທາງກໍາຈັດອິດທິພົນ ຂອງອົງດາໄລລາມະ


ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ
ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ

ເຈົ້າໜ້າທີ່ຂັ້ນສູງຄົນນຶ່ງຂອງຈີນຮຽກຮ້ອງໃຫ້ທຳການຕໍ່ສູ້
ເຂັ້ມແຂງຂຶ້ນກວ່າເກົ່າຕ້ານອິດທິພົນຂອງອົງດາໄລລາມະ
ຜູ້ນຳທາງດ້ານຈິດໃຈ ຢູ່ໃນທິເບດ.

ທ່ານ Jia Qinglin ກ່າວໃນວັນສຸກມື້ນີ້ ຢູ່ກອງປະຊຸມ
ກ່ຽວກັບທິເບດແລະບັນດາແຂວງ ທີ່ມີປະຊາຊົນຊາວທິ
ເບດອາໄສຢູ່ເປັນຈຳນວນຫຼວງຫຼາຍນັ້ນ ທີ່ນະຄອນຫຼວງ
ປັກກິ່ງ.

ສື່ມວນຊົນຂອງຈີນບໍ່ໄດ້ລະບຸວ່າ ແມ່ນມາດຕະການອັນ
ໃດ ທີ່ທ່ານ Jia ຢາກໃຫ້ພວກເຈົ້າໜ້າທີ່ນຳໃຊ້ເພື່ອຕໍ່
ຕ້ານອິດທິພົນຂອງອົງດາໄລລາມະ.

ແຕ່ທ່ານໄດ້ຮຽກຮ້ອງໃຫ້ຍົກລະດັບ ມາດຕະຖານການດຳລົງຊີວິດຂອງປະຊາຊົນ ໃນເຂດ
ທ້ອງຖິ່ນໂດຍສະເພາະແລ້ວແມ່ນພວກພໍ່ໄຮ່ຊາວສວນແລະພວກລ້ຽງສັດເຄື່ອນທີ່.

ທ່ານເວົ້າວ່າ ບັນຫາຕ່າງໆທີ່ພົວພັນກັບສາສະໜາພຸດນັ້ນ ຈະຕ້ອງໄດ້ທຳການແກ້ໄຂເປັນ
ຢ່າງດີແລະພວກເຈົ້າໜ້າທີ່ຈຳເປັນຈະຕ້ອງໄດ້ປັບປຸງກົນໄກທີ່ທ່ານກ່າວວ່າໃຫ້ການປົກປ້ອງ
ຄຸ້ມຄອງແກ່ສິດທິແລະຜົນປະໂຫຍດຂອງປະຊາຊົນ.

ຊາວທິເບດ ໄດ້ທຳການດີ້ນຮົນຕໍ່ສ ູ້ເພື່ອກຳຈັດການປົກຄອງຂອງຈີນນັບແຕ່ກຳລັງຄອມມູ
ນິດໄດ້ຮຸກຮານທິເບດ ເມື່ອ 60 ປີກ່ອນ.

ຈີນໄດ້ກ່າວຫາອົງດາໄລລາມະວ່າ ປຸກລະດົມໃຫ້ມີການກໍ່ຄວາມຮຸນແຮງຕໍ່ຕ້ານ ຈີນຢູ່ໃນ
ທິເບດ ຊຶ່ງເປັນຂໍ້ຫາທີ່ອົງດາໄລລາມະ ໄດ້ປະຕິເສດໄປແລ້ວນັ້ນ.

XS
SM
MD
LG