ຊາວທິເບດອີກ 2 ຄົນໄດ້ຈູດໄຟເຜົາໂຕເອງຕາຍ ເພື່ອປະທ້ວງຕໍ່ການປາບປາມຂອງຈີນ
ກ່ຽວກັບຄວາມບໍ່ພໍໃຈທີ່ພວມເພີ່ມທະວີຂຶ້ນຂອງຊາວທິເບດຢູ່ໃນແຂວງ ສີສວນຂອງຈີນ.
ແຫຼ່ງຂ່າວຕິດຕໍ່ ຢູ່ໃນເຂດດັ່ງກ່າວ ແຈ້ງໃຫ້ວີໂອເອພະແນກພາສາທິເບດຊາບວ່າ ຊາວທິ
ເບດທັງສອງ ຊຶ່ງຕ່າງກໍມີອາຍຸໃນລະຫວ່າງຊາວກວ່າປີ ໄດ້ຈູດໄຟເຜົາໂຕເອງໃກ້ໆກັບວັດ
ແຫ່ງນຶ່ງໃນເມືອງທີ່ຊາວທິເບດຮ້ອງວ່າເມືອງ Aba ແຕ່ຊາວຈີນເອີ້ນວ່າ ເມືອງ Ngawa.
ຊາວທິເບດທັງສອງໄດ້ເສຍຊີວິດໃນເວລາຕໍ່ມາ.
ມີຢ່າງນ້ອຍ 35 ຄົນແລ້ວ ໄດ້ຈູດໄຟເຜົາໂຕເອງໃນຮອບປີຜ່ານມາ ສ່ວນໃຫຍ່ແລ້ວເປັນ
ພະສົງຫຼືນາງຊີຂອງສາສະໜາພຸດໃນເຂດທີ່ມີຊາວທິເບດອາໄສຢູ່ໃນປະເທດຈີນ. ມີຊາວ
ທິເບດສອງຄົນໄດ້ຈູດໄຟເຜົາໂຕເອງຢູ່ປະເທດອິນເດຍ ຊຶ່ງທັງໝົດກ່າວກັນວ່າເປັນພວກ
ສະໜັບສະໜຸນການປົກຄອງຕົນເອງຂອງຊາວທິເບດ ທີ່ທວງໃຫ້ຈີນ ອະນຸຍາດໃຫ້ອົງດາ
ໄລລາມະຜູ້ນຳທາງດ້ານຈິດໃຈຂອງຊາວທິເບດສະເດັດກັບຄືນສູ່ທິເບດ.
ປັກກິ່ງບໍ່ໄດ້ສະແດງຄວາມເຫັນໃດໆກ່ຽວກັບເຫດຮ້າຍລ່າສຸດ ຊຶ່ງມີຂຶ້ນບໍ່ເທົ່າໃດມື້ ຫຼັງ
ຈາກອົງການປຸກລະດົມນາໆຊາດເພື່ອທິເບດ ຊຶ່ງເປັນກຸ່ມສະໜັບສະໜຸນຊາວທິເບດໄດ້
ນຳອອກເຜີຍແຜ່ຮູບວີດີໂອຜູ້ຊາຍຄົນນຶ່ງ ຈູດໄຟເຜົາໂຕເອງແລ້ວ ກໍແລ່ນອ້ອມເປັນວົງ
ມົນ. ການຈູດໄຟເຜົາໂຕເອງດັ່ງກ່າວກໍມີຂຶ້ນທີ່ເມືອງ Aba ຄືກັນ.
ປັກກິ່ງ ກ່າວເຖິງການປະທ້ວງຈູດໄຟເຜົາໂຕເອງວ່າ ເປັນການກະທຳທີ່ປ່າເຖື່ອນ ແລະ
ການກໍ່ການຮ້າຍແຕ່ບັນດາກຸ່ມສະໜັບສະໜຸນຕາເວັນຕົກ ແລະລັດຖະບານຂອງຫຼາຍໆ
ປະເທດກ່າວວ່າການປະທ້ວງທີ່ວ່ານີ້ແມ່ນເປັນການຕອບໂຕ້ໂດຍກົງຕໍ່ການບໍ່ໃຫ້ຄວາມ
ສຳຄັນຂອງຊາວຈີນຕໍ່ການນັບຖືສາສະໜາແລະວັດທະນະທຳຂອງຊາວທິເບດ.
ນອກນັ້ນ ຈີນ ຍັງກ່າວຫາກຸ່ມຊາວທິເບດ ທີ່ລີ້ໄພຢູ່ໃນຕ່າງປະເທດວ່າ ຍຸຍົງໃຫ້ມີການ
ແບ່ງແຍກດິນແດນແລະໄດ້ພາດພິງຢູ່ເປັນປະຈຳໃສ່ອົງດາໄລລາມະວ່າເປັນຜູ້ຢາກແບ່ງ
ແຍກປະເທດ.