ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນໄດ້ໃຊ້ກຳລັງເກີນຂອບເຂດ ໃນການປາບປາມຢູ່ທິເບດ


ຈີນໄດ້ໃຊ້ກຳລັງເກີນຂອບເຂດ ໃນການປາບປາມຢູ່ທິເບດ
ຈີນໄດ້ໃຊ້ກຳລັງເກີນຂອບເຂດ ໃນການປາບປາມຢູ່ທິເບດ

ກຸ່ມປົກປ້ອງສິດທິມະນຸດທີ່ສຳຄັນກຸ່ມນຶ່ງກ່າວວ່າ ພວກທີ່
ເຫັນເຫດການໃຫ້ການ ຢືນຢັນວ່າ ຈີນໄດ້ໃຊ້ກຳລັງເກີນ
ຂອບເຂດແລະໃຊ້ຄວາມໂຫດຮ້າຍທາລຸນໂດຍ ເຈດຕະ
ນາ ໃນການປາບປາມການປະທ້ວງ ຢູ່ໃນທິເບດເມື່ອ 2
ປີກ່ອນ.

ໃນລາຍງານສະບັບນຶ່ງທີ່ນຳອອກເຜີຍແຜ່ທີ່ນະຄອນ
ນິວຢອກ ໃນ​ແລງວັນພຸດ ວານນີ້ ກຸ່ມປົກປ້ອງສິດທິມະ
ນຸດ HUMAN RIGHTS WATCH ໄດ້ໃຊ້ການ ສຳພາດ
ກັບພວກອົບພະຍົບຊາວທິເບດ 200 ກວ່າຄົນ ແລະພວກນັກທ່ອງທ່ຽວ ທີ່ເຫັນເຫດ
ການ ຂຽນລາຍລະອຽດກ່ຽວກັບເຫດການຄວາມວຸ້ນວາຍໃນເດືອນ ມີນາປີ 2008.

ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ເວົ້າວ່າ ເຈົ້າໜ້າທີ່ຈີນໄດ້ໃຊ້ກຳລັງເກີນຄວາມຈຳເປັນ
ທັບມ້າງການປະທ້ວງ ​ແລ້​ວກໍ​ທຳການຈັບກຸມໂດຍພະລະການ ປະຕິບັດຕໍ່ ພວກທີ່
ຖືກຈັບດ້ວຍຄວາມໂຫດຮ້າຍທາລຸນ ແລະທໍລະມານຜູ້ຕ້ອງສົງໄສ ທີ່ຖືກ ເຈົ້າໜ້າທີ່
ຄວບຄຸມໂຕ​ໄວ້.

ກຸ່ມປົກປ້ອງສິດທິມະນຸດ HUMAN RIGHTS WATCH ກ່າວຕື່ມວ່າ ພວກ ເຫັນ
ເຫດການ​ໄດ້​ເລົ່າ​ເຖິງ 4 ​ໂອ​ກາດ​ດ້ວຍ​ກັນ ທີ່ກຳລັງຮັກສາຄວາມສະຫງົບຂອງຈີນ
ໄດ້ຍິງປືນເຂົ້າໃສ່ພວກປະທ້ວງ ແບບບໍ່ເລືອກໜ້າ. ມີຢ່າງນ້ອຍ 20 ຄົນເສຍຊີວິດ​
ໃນ​ເຫດວຸ້ນວາຍຄັ້ງນັ້ນ.

ຈີນ ຊຶ່ງໄດ້ຢືນຢັດມາເປັນເວລາດົນນານແລ້ວວ່າກຳລັງຂອງຕົນໄດ້ປະຕິບັດໜ້າທີ່
ຕາມມາດຕະຖານຂອງນາໆຊາດ ແລະກົດໝາຍພາຍໃນຂອງຈີນນັ້ນ ໄດ້ໃຫ້ ຄຳໝັ້ນ
ສັນຍາວ່າ ຈະຈັດການກ່ຽວກັບທຸກຄະດີທີ່ເກີດຈາກການປະທ້ວງ ດ້ວຍ ວິທີການທີ່
ຍຸດຕິທໍາ ບໍ່ເຂົ້າຂ້າງອອກຂາ.

XS
SM
MD
LG