ລາຍງານຂ່າວຈາກຈີນກ່າວວ່າ ຊາວທິເບດອີກຄົນນຶ່ງໄດ້ເອົາໄຟເຜົາໂຕຕາຍໃນວັນເສົາວານນີ້ ແລະຕໍາຫລວດໄດ້ປະທະກັນກັບພວກປະທ້ວງທີ່ພະຍາຍາມຍາດເອົາຮ່າງກາຍທີ່ຖືກໄຟໄໝ້ນັ້ ຈາກຕໍາຫລວດ.
ພວກກຸ່ມຊາວທິເບດທີ່ອາໄສຢູ່ໃນຕ່າງປະເທດກ່າວວ່າ ເຫດການດັ່ງ ກ່າວເກີດຂຶ້ນຢູ່ໃກ້ໆກັບວັດ Kirti ທີ່ປະສົບກັບຄວາມວຸ້ນວາຍໃນແຂວງຊີສວນ.
ບໍ່ເປັນທີ່ຮູ້ຈັກກັນວ່າ ຊາວທິເບດທີ່ເອົາໄຟເຜົາໂຕເອງ ທີ່ຄິດກັນຄຶດວ່າເປັນຜູ້ຊາຍນັ້ນ ໄດ້ເສຍຊີວິດຫລືບໍ່?
ຕໍາຫລວດໄດ້ນໍາຮ່າງກາຍທີ່ຖືກໄຟໄໝ້ຂອງຊາຍຄົນນັ້ນໄປ ຊຶ່ງກະຕຸ້ນໃຫ້ເກີດຄວາມວຸ້ນວາຍຂຶ້ນຕື່ມ ຍ້ອນຊາວທິເບດຫລາຍຮ້ອຍຄົນພາກັນໄປອ້ອມສະຖານີຕໍາຫລວດໄວ້ ແລະທວງໃຫ້ຕໍາຫລວດສົ່ງໂຕຊາຍຄົນນີ້ຄືນໃຫ້ເຂົາເຈົ້າ.
ຢ່າງໜ້ອຍຊາວທິເບດ 16 ຄົນ ສ່ວນຫລາຍເປັນພະສົງແລະແມ່ຊີໄດ້ເອົາໄຟເຜົາໂຕຕາຍໃນປີຜ່ານມາ ເພື່ອທໍາການປະທ້ວງຕໍ່ອັນທີ່ເຂົາເຈົ້າກ່າວວ່າ ການປາບປາມທາງສາສະໜ່າທີ່ກໍາລັງເພີ່ມຂຶ້ນຂອງກຸງປັກກິ່ງ.
ລັດຖະບານຈີນໄດ້ປະນາມການເຜົາໂຕເອງຕາຍນີ້ ໂດຍເອີ້ນການກະທໍາເຊ່ນນີ້ວ່າເປັນຮູບແບບອັນນຶ່ງຂອງການກໍ່ການຮ້າຍ. ກຸງປັກກິ່ງຍັງໄດ້ກ່າວຫາວ່າ ອົງດາໄລລາມະ ຜູ້ນໍາດ້ານຈິດໃຈຂອງຊາວທິເບດທີ່ອາໄສຢູ່ໃນຕ່າງປະເທດ ໃຫ້ການສະໜັບສະໜຸນຕໍ່ການກະທໍາເຊ່ນນັ້ນ.
ອົງດາໄລລາມະໄດ້ປະຕິເສດວ່າ ພະອົງບໍ່ສົ່ງເສີມຊຸກຍູ້ໃຫ້ມີການເຜົາໂຕຕາຍ ແຕ່ກໍບໍ່ໄດ້ກ່າວປະນາມການກະທໍາດັ່ງກ່າວຢ່າງເປີດເຜີຍ. ໃນການໃຫ້ສໍາພາດກັບຕາໜ່າງໂທລະພາບ BBC ຂອງອັງກິດໃນປີ ຜ່ານມາ ພະອົງໄດ້ກ່າວວ່າ ພວກທີ່ເອົາໄຟເຜົາໂຕຕາຍນັ້ນເປັນຄົນທີ່ກ້າຫານ ແຕ່ການເສຍສະລະຊີວິດແບບນັ້ນ ບໍ່ໄດ້ເປັນສິ່ງທີ່ສະຫລາດ ເພາະວ່າມັນຍັງຜົນໃຫ້ ທາງການຈີນທໍາການປາບປາມຊ່າວທິເບດຮ້າຍແຮງຂຶ້ນຕື່ມ.