ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະຊາຊົນ ຫຼາຍຮ້ອຍຄົນ ຖືກກັກຂັງ ໃນທິເບດ


ວັດ Jokhang ທີ່ມີຊື່ສຽງຂອງທິເບດ ບ່ອນທີ່ຊາວໜຸ່ມທິເບດສອງຄົນຈູດ ເຜົາຕົນເອງຢູ່ບໍລິເວນນອກວັດນັ້ນ.
ວັດ Jokhang ທີ່ມີຊື່ສຽງຂອງທິເບດ ບ່ອນທີ່ຊາວໜຸ່ມທິເບດສອງຄົນຈູດ ເຜົາຕົນເອງຢູ່ບໍລິເວນນອກວັດນັ້ນ.

ມີ​ລາຍ​ງານ​ວ່າ​ຕໍາຫຼວດຈີນ ​ໄດ້​ກັກ​ຂັງ​ປະຊາຊົນຫຼາຍຮ້ອຍ​ຄົນ​ ​ອັນ​ເປັນພາກສ່ວນນຶ່ງໃນ​ການ ​ຄວບ​ຄຸມ​ການ​ເຄື່ອນ​ໄຫວໄປມາ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ ໃນ​ນະຄອນ Lhasa ​ເມືອງຫຼວງຂອງ​ທິ​ເບ​ດ ຫຼັງຈາກ​ຊາວ​ທິ​ເບ​ດສອງ​ຄົນ ​ຈູດ​ເຜົາ​ຕົນ​ເອງ​ເມື່ອ​ຕົ້ນ​ອາທິດ​ນີ້​ ເພື່ອ​ປະ​ທ້ວງ​ການ​ປົກຄອງ​ຂອງ​ຈີນ.

ວິດ​ທະ​ຍຸ​ເອ​ເຊຍ​ເສລີທີ່ໄດ້​ຮັບ​ການ​ສະໜັບສະໜຸນໂດຍ​ລັດຖະບານ​ສະຫະລັດ​ໄດ້​ອ້າງ​ແຫຼ່ງຂ່າວ ​ທ້ອງ​ຖິ່ນ​ເມື່ອ​ຕອນ​ບ່າຍ​ວັນ​ພຸດ​ວານ​ນີ້ທີ່​ເວົ້າວ່າ ​ເຈົ້າໜ້າ​ທີ່​ຈີນໄດ້​ກັກ​ຂັງ​ຊາວ​ທິ​ເບ​ດປະມານ 600 ຄົນແລະເວົ້າອີກ​ວ່າ ບຸກຄົນອື່ນໆ ທີ່​ມາ​ຈາກ​ນອກເຂດ​ປົກຄອງ​ຕົນ​ເອງທິ​ເບ​ດ​ນັ້ນ​ ກໍ​ໄດ້​ຖືກ​ຂັບ​ໄລ່ໜີ.

ພາບແມ່ຍິງລູກສາມຊາວທິເບດ ເຜົາໂຕເອງຕາຍ ເມື່ອວັນທີ 30 ພຶດສະພາ 2012.
ພາບແມ່ຍິງລູກສາມຊາວທິເບດ ເຜົາໂຕເອງຕາຍ ເມື່ອວັນທີ 30 ພຶດສະພາ 2012.

​ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້ ຊາຍ
​ໜຸ່ມ​ສອງ​ຄົນ​ໄດ້​ຈູດ​ເຜົາ​ຕົນ​ເອງ
​ຢູ່​ບໍລິ​ເວນນອກ​ວັດ Johhang
ທີ່​ມີ​ຊື່​ສຽງ​ຂອງ​ເມືອງຫຼວງລາຊ່າ
ຊຶ່ງນັບ​ວ່າ​ເປັນ​ເຫດຮ້າຍ​ເທື່ອ​ທໍາ
​ອິດ​ ທີ່​ເກີດ​ຂຶ້ນຢູ່​ໃນ​ນະຄອນຫຼວງ
ຂອງ​ທິ​ເບ​ດ ທີ່​ມີການຍາມ​ຮັກສາ
​ການຢ່າງ​ໜາ​ແໜ້ນ​ນັ້ນ. ສື່ຂອງ​
ທາງ​ການ​ຈີນກ່າວ​ວ່າ ພວກ​ປະ
​ທ້ວງ​ຄົນນຶ່ງ​ເສຍ​ຊີວິດ​ຢູ່​ທີ່​ບ່ອນ
​ເກີດ​ເຫດ ໃນ​ຂະນະ​ອີກ​ຜູ້​ນຶ່ງ​ໄດ້
ຮັບ​ການປິ່ນປົວ​ຢູ່ທີ່​ໂຮງໝໍ.

ການກວດ​ລ້າງ​ທີ່​ເມືອງ Lhasa
ມີ​ຂຶ້ນ​ໃນ​ຂະນະ​ທີ່​ກຸ່ມ​ຊາວ​ທິ​ເບ​ດ
ລີ້​ໄພ​ຢູ່ຕ່າງປະ​ເທດລາຍງານໃນ
​ວັນ​ພຸດ​ວານ​ນີ້ວ່າ ​ແມ່​ຄົນ​ນຶ່ງທີ່​ມີ​ລູກ​ນ້ອຍ​ສາມ​ຄົນຢູ່​ໃນ​ເຂດ​ທີ່​ມີ​ຊາວ​ທິ​ເບ​ດອາ​ໄສ​ຢູ່​ເປັນສ່ວນ​
ໃຫຍ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ນັ້ນ ​ໄດ້​ເສຍຊີວິດຫຼັງຈາກ​ໄດ້​ຈູດ​ເຜົາ​ຕົນ​ເອງ ທີ່
​ປາກົດ​ວ່າ​ເປັນ​ການ​ປະ​ທ້ວງ​ອີກ​ບັ້ນ​ນຶ່ງ ຕໍ່ຕ້ານ​ການ​ປົກຄອງ​ຂອງ​ຈີນ.

ຜູ້​ປະ​ທ້ວງທີ່​ມີຊື່ວ່າ Rikyo ອາຍຸ 33 ປີ ​ໄດ້​ເສຍ​ຊີວິດ​ເມື່ອ​ວັນ​ພຸດ​ວານ​ນີ້ ຢູ່​ຕໍ່ໜ້າ​ວັດ Johang Dzamthang ຢູ່​ໃນ​ເຂດ​ປົກຄອງ​ທີ່​ຮູ້​ກັນໂດຍ​ຊາວທິ​ເບ​ດວ່າ Ngaba ​ແລະ​ຕັ້ງ​ຢູ່​ໃນແຂວງ Sichuan ນັ້ນ.

ແຜ່ນທີ່ຊີ້ບອກເມືອງຕ່າງໆ ບ່ອນທີ່ມີຊາວທິເບດຈູດເຜົາໂຕເອງ ປະທ້ວງຈີນ:

XS
SM
MD
LG