ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດບໍ່ຍອມຮັບ ເປົ້າໝາຍ ການພັດທະນາທິເບດ ຂອງຈີນ (ເບິ່ງວີດີໂອ)


ຈີນໄດ້​ຕໍ່ສູ້​ປົກ​ປ້ອງ​ມາ​ເປັນ​ເວລາ​ດົນ​ນານ ກ່ຽວ​ກັບນະ​​ໂຍບາຍຕ່າງໆຂອງຕົນ​​ໃນທິ​ເບ​ດທີ່​ແນ​ ເປົ້າໝາຍໃສ່​ການ​ພັດທະນາ​ແລະ​ຍົກ​ລະດັບ​ມາດຕະຖານ​ການ​ຄອງ​ຊີບຢູ່​ໃນ​ຂົງເຂດທີ່ສອກ ຫລີກແລະ​​ທຸກ​ຈົນດັ່ງກ່າວ. ​ແຕ່​ໃນ​ຂະນະ​ທີ່​ການ​ປະ​ທ້ວງ​ຫຼາຍໆ​ບັ້ນ​ພ້ອມ​ກັບ​ການ​ຈູດ​ເຜົາ​ຕົນ​ເອງ​ ຂອງ​ຊາວ​ທິ​ເບ​ດຍັງ​ດຳ​ເນີນ​ຢູ່​ຕໍ່​ມາໃນ​ບາງຂົງ​ເຂດນັ້ນ ຄວາມ​ບໍ່ສະຫງົບ ທີ່​ວ່າ​ນີ້ ​ແມ່ນ​ເປັນ​ການ​ປະຕິ​ເສດຂອງ​ມະຫາຊົນ ຕໍ່​ການ​ກ່າວ​ອ້າງ​ກ່ຽວ​ກັບ​ຄວາມ​ກ້າວໜ້າ​ຕ່າງໆ​ຂອງຈີນ. Stephanie Ho ມີ​ລາຍ​ງານ​ ກ່ຽວ​ກັບ​ເລື່ອງ​ນີ້ ຈາກ​ກຸງ​ປັກ​ກິ່ງ ດັ່ງ​ທອງປານຈະ​ນຳມາ ສະ​ເໜີ​ທ່ານ​.

ເບິ່ງວີດີໂອພາສາລາວ:

ນີ້​ຄືືວິ​ທີ​ທີ່​ຊາວ​ທິ​ເບ​ດ ຖືກ​ວາດ​ພາບໃຫ້​ຮູ້​ຢູ່​ໃນ​ສື່​ມວນ​ຊົນ​ຂອງທາງ​ການ​ຈີນ ຢ່າງ​ໃດ ຄືໃນ​ຖານະທີ່​ເປັນ​ສະມາຊິກ​ຂອງຄົນ​ກຸ່ມ​ນ້ອຍ ​ທີ່​ມີ​ຄວາມ​ສຸກ​ໃຈ ດ້ວຍ​ວັດທະນະທໍາ​ທີ່ເຕັມ​ໄປ​ດ້ວຍ​ສີສັນ ຊຶ່ງ​ໂຮມ​ທັງການ​ລໍາ ການ​ຟ້ອນ ​ແລະສຳ​ຫຼັບພວກ​ລ້ຽງສັດ​ແບບ​ເຄື່ອນ​ທີ່​ແລ້ວ ກໍ​ມີການ​ຍິງທະນູນຳ.

ພາບ​ເຫລົ່ານີ້​ເປັນ​ສິ່ງ​ສະ​ໜັບສະ​ໜຸນ​ການ​ກ່າວອ້າງ​ຂອງ​ລັດຖະບານ​ຈີນ​ວ່າ ມາດຕະຖານ​ການ​ຄອງ​ຖີບ​ຢູ່​ໃນ​ທິ​ເບ​ດກໍາລັງ​ຖີບ​ຕົວ​ສູງ​ຂຶ້ນ​ເລື້ອຍໆ ​ແລະ​ຊາວ​ທິ​ເບ​ດທັງຫລາຍຕ່າງ​ກໍ​ພໍໃຈ.

ນາຍ Tanzen Lhundup ທີ່​ສູນ​ກາງ​ຄົ້ນຄວ້າ​ທິ​ເບ​ດວິທະຍາ​ຂອງ​ຈີນ ກ່າວ​ວ່າ ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍໍ່ຊາວ​ທິ​ເບ​ດຂອງ​ປັກ​ກິ່ງ​ນັ້ນ​ແມ່ນ​ຈິງໃຈແທ້

“ລັດຖະບານ​ຈີນ​ໄດ້​ລົງທຶນ​ຢ່າງໃຫຍ່ເພື່ອ​ປັບປຸງ​ສະພາບ​ຊີວິດຄວາມ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ ​ໂຄງ​ລ່າງ​ພື້ນຖານ ​ແລະ​ການ​ສຶກສາຢູ່​ໃນ​ທິ​ເບ​ດໃຫ້​ດີ​ຂຶ້ນ. ຈີນ​ໄດ້​ນໍາ​ເອົາ​ນະ​ໂຍບາຍ​ທີ່​ດີໆ​ຫຼາຍຢ່າງມາ​ໃຊ້​ຢູ່​ໃນເຂດ​ຕ່າງໆ​ຂອງ​ຊາວທິ ເບ​ດ. ການ​ປ່ຽນ​ແປງ​ຕ່າງໆ​ຢູ່​ໃນ​ທິ​ເບ​ດ ​ແລະ​ໃນ​ຂົງ​ເຂດທີ່​ມີ​ຊາວທິ​ເບ​ດອາ​ໄສ​ຢູ່ນັ້ນ ​ແມ່ນ​ເປັນ​ໄປ​ແບບຂັ້ນພື້ນຖານ.”

ເຖິງ​ແມ່ນ​ເສດຖະກິດລະດັບ​ທ້ອງ​ຖິ່ນ​ໄດ້​ເຕີບ​ໂຕ​ຂຶ້ນ ​ແຕ່​ກໍ​ມີ​ຍັງ​ເກີດ​ມີ​ຄວາມ ຮູ້​ສິດ​ຜິດ​ຫວັງເຊັ່ນ​ກັນ ຢູ່​ໃນ​ກຸ່ມ​ຊົນ​ເຜົ່າ​ທິ​ເບ​ດຫລາຍ​ກຸ່ມ. ​ໃນຮອບປີຜ່ານ ມາ​ນີ້ ມີ​ຊາວ​ທິ​ເບ​ດ​ໄດ້ຈູດ​ເຜົາ​ຕົວ​ເອງເກືອບ 30 ຄົນ​ແລ້ວ ​ໂດຍ​ການ​ເດີນ​ຂະ​ບວນປະ​ທ້ວງ​ໃຫ້​ເຫັນ​ຢ່າງຈະ​ແຈ້ງ​ວ່າ​ພວກ​ເຂົາ​ຍອມ​ຕາຍ​ດີກ​ວ່າ ຈະ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຈີນ.

ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນ​ຫລາຍໆ​ບັ້ນ​ຜ່ານ​ມາ​ບໍ່​ດົນ​ນີ້ ດັ່ງ​ເຊັ່ນ​ການ​ປະ​ທ້ວງ ອີກ​ບັ້ນ​ນຶ່ງໃນ​ແຂວງ Qinghai ທີ່ປະ​ກອບ​ສ່ວນ​ໂດຍ​ບັນດາ​ພະສົງ ທີ່​ມີ​ບົດບາດ​ແກນ​ກາງຢູ່​ໃນ​ວັດທະນະ​ທໍາ​ທິ​ເບ​ດມາ​ເປັນ​ເວລາ​ດົນ​ນານນັ້ນ.

ສ່ວນ​ໃນ​ແຂວງ Gansu ພະ​ອົງ​ນີ້ ​ທີ່ບໍ່​ຂໍ​ເປີດ​ເຜີຍ​ຊື່ ກ່າວ​ວ່າ
“ພວກ​ເຮົາ​ບໍ່​ມີ​ເສລີພາບ ບໍ່​ມີ​ເສລີພາບ​ທາງ​ສາສະໜາ ​ແລະ​ແມ່ນ​ແຕ່​ເສລີພາບ​
ໃນ​ການ​ປາກ​ເວົ້າ. ຄວາ​ມກົດ​ດັນ​ໃນ​ເລຶ່ອງນີ້​ ແມ່ນ​ຍິ່ງ​ໃຫຍ່​ເກີນ​ໄປ​ເສຍ​ແລ້ວ
ພວກ​ປະຊາຊົນ​ບໍ່​ມີ​ທາງ​ເລືອກ ຈຶ່ງ​ພາກັນ​ປະ​ທ້ວງ”

ການ​ປະ​ທ້ວງບັ້ນຕ່າງໆ ​ແລະ​ການ​ຈູດ​ເຜົາ​ຕົນ​ເອງ​ຂອງ​ຫລາຍໆ​ຄົນ​ນັ້ນ ບໍ່​ໄດ້​ພາ​ໃຫ້ມີ​ການ​ປ່ຽນ​ແປງ​ ທີ່​ສັງ​ເກດ​ໄດ້​ຢ່າງ​ໃດ ​ຈາກ​ລັດຖະບານ​ປັກ​ກິ່ງ.

ທ່ານ Lian Xiangmin ປະ​ຈໍາ​ສູນ​ກາງ​ຄົ້ນຄວ້າ​ທິ​ເບ​ດວິ​ທະຍາ​ຂອງ​ຈີນ ​ເຫັນ​ພ້ອມ​ນໍາ​ທັດສະນະ​ຂອງ​ລັດຖະບານ​ຈີນ ທີ່​ວ່າການ​ປະ​ທ້ວງ​ນັ້ນ​ແມ່ນ​ປຸກ ປັ່ນ​ຂຶ້ນມາ​ເອງ ບໍ່​ແມ່ນເກີດ​ຈາກ​ຄວາມ​ບໍ່ພໍ​ໃຈຢ່າງ​ແທ້​ຈິງ​ຂອງ​ຜູ້​ຄົນ​ແຕ່​ຢ່າງ​ໃດ.

“ຂ້າພະ​ເຈົ້າຄິດ​ວ່າ ກ່ອນ​ອື່ນ​ທັງ​ໝົດ​ນັ້ນ ພວກ​ທີ່​ວາງ​ແຜນ​ກໍ​ເຫດການ​ນັ້ນ​ຂຶ້ນ
ຄວນ​ຈະ​ຍຸຕິ​ໄດ້​ແລ້ວ. ປະການ​ທີ່​ສອງ ອົງ​ດາ​ໄລ ລາ​ມະ ຄວນ​ຈະ​ອອກ​ຖະ
ແຫລ​ງການ​ສະບັບ​ນຶ່ງ​ຮຽກຮ້ອງ​ໃຫ້​ຍຸຕິເຫດການ​ແບບ​ນັ້ນ ​ແລະ​ຈົ່ງ​ສະ​ແດງ
ຄວາມ​ຄັດຄ້ານ​ຂອງ​ພະ​ອົງ​ຕໍ່​ພຶດຕິການ​ນັ້ນ. ປະການ​ທີ່​ສາມ ບັນດາ​ສື່​ມວນ​ຊົນ​
ຄວນ​ຈະ​ຍຸຕິ​ລົງ​ຂ່າວ​ຢ່າງ​ຄຶກ​ໂຄມ​ຂອງ​ເຫດການ​ແບບ​ນີ້.”

ສ່ວນ​ຢູ່ໃນ​ປະ​ເທດ​ຈີນ ການ​ປະ​ທ້ວງ​ບັ້ນ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ທິ​ເບ​ດນັ້ນສ່ວນ ​ໃຫຍ່​ແມ່ນ​ບໍ່​ໄດ້​ລົງ​ຂ່າວ​ຫລື​ເອີ່ຍ​ເຖິງ​ຢູ່​ໃນ​ວົງ​ການ​ສື່​ມ​ວນຊົນ​ຂອງ​ລັດ ຊຶ່ງໃນທາງ​ກົງກັນຂ້າມ​ແລ້ວສື່​ມວນ​ຊົນ​ຂອງ​ລັດຈະ​ເພ່ງ​ເລງ​ໃສ່​ໃນ​ພິທີການ​ທີ່ເນັ້ນໜັກ​ວ່າ​ທິ​ເບ​ດ ​ເປັນ​ພາກສ່ວນນຶ່ງ​ຂອງ​ອານາ​ເຂດຈີນ​ທີ່​ແຍກ​ອອກ​ບໍ່​ໄດ້.

ອົງ​ດາ​ໄລ ລາ​ມະ​ທີ່​ຍັງ​ຄົງ​ເປັນ​ຜູ້​ມີ​ອໍານາດ​ດ້ານ​ຈິດ​ໃຈ​ແລະ​ສັນຍະ​ລັກທາງ ​ການ​ເມືອງ​ສໍາລັບ​ຊາວ​ທິ​ເບ​ດນັ້ນ ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ຍັງ​ບໍ່​ທັນໃຫ້ຄວາມ​ຄິດ​ເຫັນໃດໆ​ກ່ຽວ​ກັບການ​ຈູດ​ເຜົາ​ຕົນ​ເອງ​ຂອງ​ຊາວ​ທິ​ເບ​ດນັ້ນ.

ສໍາລັບ​ທັງ​ສອງ​ຝ່າຍ​ແລ້ວ ​ເຫດການ​ຈູ​ດ​ເຜົາ​ຕົນ​ເອງນີ້​ຍັງ​ຄົງ​ເປັນ​ອາການ​ຂອງ​ບັນຫາ ​ທີ່​ຝ່າຍ​ອີກ​ຝ່າຍ​ນຶ່ງ​ປະຕິ​ເສດບໍ່ຍອມ​ຮັບ​ຮູ້​ນັ້ນ.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG