ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພວກນັກວິເຄາະຄາດວ່າ ຈະມີການຈູດເຜົາຕົນເອງ ຫລາຍຂຶ້ນ ໃນເຂດທິເບດຂອງຈີນ (ເບິ່ງວີດີໂອ)


ນັກເຄຶ່ອນໄຫວປະທ້ວງຊາວທິເບດຄົນນຶ່ງ ກໍາລັງຖືກເຈົ້າໜ້າຈີນຈັບກຸມ
ນັກເຄຶ່ອນໄຫວປະທ້ວງຊາວທິເບດຄົນນຶ່ງ ກໍາລັງຖືກເຈົ້າໜ້າຈີນຈັບກຸມ

ພວກ​ນັກວິ​ເຄາະ​ກ່ຽວ​ກັບ​ທິ​ເບ​ດ ​ແລະ​ກຸ່ມ​ສະໜັບສະໜຸນ​ສິດທິ​ມະນຸດ​ ກ່າວ​ວ່າ ການ​ປະ​ທ້ວງຫລາຍໆ​ບັ້ນ​ທີ່​ລຸກລາມ​ໄປ​ ຢູ່​ໃນ​ຫລາຍ​​ເຂດ​ຂອງ​ຊາວ​ທິເບດ ​ໃນປະ​ເທດ​ຈີນ ​ເວລານີ້ ​ແມ່ນ​ເປັນ​ຮ່ອງຮອຍ​ຫລ້າ​ສຸດ​ຂອງ​ຄວາມ​ບໍ່ພໍ​ໃຈ​ທີ່​ເພີ່ມ​ທະວີ​ຂຶ້ນນັບ​ມື້ ​​​ໃນ​ໝູ່​ຊາວ​ທິ​ເບ​ດ ກ່ຽວ​ກັບ​ນະ​ໂຍບາຍ​ຕ່າງໆ​ຂອງ​ລັດຖະບານ​ຈີນ ​ແລະ​ບັດ​ນີ້ ພວກ​ນັກວິ​ເຄາະ​ແລະ​ກຸ່ມ​ສິດທິ​​ເຫລົ່າ​ນັ້ນ ກ່າວ​ວ່າ ສະຖານະ​ການ​ອາດຮ້າຍ​ແຮງ​ລົງ​ໄປ​ຫລາຍ​ກວ່າ​ນີ້. ທອງ​ປານ​ ມີ​ລາຍ​ງານ ມາສະ​ເໜີ​ທ່າ.

ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ປະ​ທ້ວງ​ຢູ່​ໃນຫລາຍໆ​ເຂດຂອງ​ຊາວ​ທິ​ເບ​ດ ​ໂດຍສະ​ເພາະ​
ໃນ​ແຂວງ Sichuan ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ຈີນ ​ແມ່ນ​ໄດ້​ເລີ່​ມກໍ່​ໂຕ​ຂຶ້ນມາແຕ່​
ເດືອນ​ມີນາ​ປີກາຍນີ້ ​ໂດຍ​ນັບ​ຕັ້ງ​ແຕ່​ນັ້ນ​ມາ ກໍ ປາກົດ​ວ່າ ມີ​ພະສົງ​ແລະ​ແມ່​ຊີ​ ​ແລະ​ອະດີດ​
ພະຊາວ​ທິ​ເບ​ດ ຢ່າງ​ໜ້ອຍ 16 ຄົນ ​ໄດ້​ຈູດ​ເຜົາ​ຕົນ​ເອງ​ຈົນ​ຕາຍ ​ເພື່ອ​ປະ​ທ້ວງ​ນະ​ໂຍບາຍ
ຂອງ​ຈີນ.

ທ່ານ​ນາງ Sophie Richardson ຜູ້​ອໍານວຍ​ການ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ ຫລື Human
Rights Watch ກ່ຽວ​ກັບປະ​ເທດ​ຈີນ ທີ່​ນະຄອນຫລວງວໍ ຊິງ​ຕັນ​ດີ​ຊີ ກ່າວ​ວ່າ ​ໃນ​ຂະນະ
ທີ່​ບາງ​ຄົນ​ອາດໄດ້ຫວັງວ່າການ​ສັງ​ເວີຍ​ຊີວິດຕົນ​ເຫລົ່າ​ນັ້ນ ​ເປັນ​ເຫດການ​ທີ່ເກີດ​ຂຶ້ນ​ແບບ
ໂດດດ່ຽວ ​ແລະບໍ່​ແມ່ນ​ເກີດ​ຂຶ້ນ​ເປັນ​ປະ​ຈໍາ​ນັ້ນ ​ແຕ່​ມາບັດ​ນີ້​ກໍເປັນ​ທີ່​ແຈ້ງ​ຂາວ​ແລ້ວ​ວ່າ ມັນ
ບໍ່​ແມ່ນດັ່ງ​ທີ່​ພວກ​ເຂົາ​ເຈົ້າ​ຄິດ​ກັນ. ທ່ານ​ນາງ Richardson ​ເວົ້າ​ວ່າ:

“ຈໍານວນ​ພວກ​ທີ່ເຜົາ​ໂຕ​ຕາຍດັ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ​ກັນ ແມ່ນ​ແຕ່ໃນໄລຍະ​
ພຽງ​ສອງ​ອາທິດ​ຜ່ານ​ມາ​ນັ້ນ​ກໍ​ຕາມ
ຫລື​ການ​ທີ່ມັນ​ກໍາລັງແຜ່​ລາມ​ອອກໄປ
ຍັງ​ເຂດ​ອື່ນໆ
ແລະ​ເລື່ອງ​ທີ່​ວ່າ ​ເວລາ​ນີ້ ມີການ​ປະ​ທ້ວງແບບອື່ນໆ​ອີກ ​ທີ່​
ກໍາລັງ​ດໍາ​ເນີນ​ໄປ
ຊຶ່ງບາງອັນກໍ​ກ່ຽວ​ພັນ​ກັບ​ການ​ສັງ​ເວີຍຊີວິດເຫລົ່າ​ນັ້ນ
ບາງ
ອັນກໍ​ບໍ່​ແມ່ນ ​ແຕ່​ທັງ​ໝົດນັ້ນ ຊຶ່ງເປັນ​ການສະ​ແດງອອກຢ່າງ​ແຈ້ງຂາວ
ເຖິງຄວາມ​ບໍ່ພໍ​ໃຈ​ກັບ​ນະ​ໂຍບາຍ​ຕ່າງໆ​ຂອງລັດ​ຖະບານຈີນ
ແມ່ນຊີ້​ແນະ​
ໃຫ້​ເຫັນ​ວ່າ
ບັນຫາ​ນີ້​ຈະຮ້າຍ​ແຮງ​ໄປ​ໜ້າ​ແລະ​ຈະ​ບໍ່​ດີ​ຂຶ້ນ​ເລີຍ.

ສ່ວນທ່ານ Steve Marshall ທີ່​ປຶກສາ​ອາວຸ​ໂສປະ​ຈໍາ​ຄະນະ​ກໍາມະການ ບໍລິຫານ​ຂອງ
ລັດຖະສະພາ​ສະຫະລັດກ່ຽວ​ກັບປະ​ເທດ​ຈີນ ຜູ້​ທີ່​ໄດ້​ໃຊ້​ເວລາ​ສຶກສາຄົ້ນຄວ້າເລື່ອງ​ການ
ຝ່າຝືນ​ສິດທິ​ມະນຸ​ດຢູ່​ໃນ​ຂົງ​ເຂດ​ທິ​ເບ​ດຂອງ​ຈີນມາ​ໄດ້​ຊາວກວ່າ​ປີ​ແລ້ວນັ້ນ ກໍກ່າວ​ວ່າສິ່ງ
ທີ່​ກໍາລັງ​ເກີດ​ຂຶ້ນຢູ່​ໃນ​ບັນ​ດາ​ເຂດ ​ທິ​ເບດ ກໍ​ຄື​ການປະ​ທ້ວງຫລາຍໆ​ບັ້ນໃນ​ອາທິດ​ຜ່ານ
ມາ​ນີ້ ພ້ອມ​ດ້ວຍ​ການ​ສັງ​ເວີຍ​ຊີວິດ ​ເປັນຮ່ອງຮອຍ​ຊີ້ໃຫ້​ເຫັນ​ວ່າບັນຫາ​ນີ້​ບໍ່​ສາມາດ​ຄວບ
ຄຸມ​ໄດ້​ແລ້ວ​. ທ່ານ Marshall ​ເວົ້າ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ສະຖານນະ​ການກໍາລັງ​ເຄຶ່ອນ​ໄຫວໄປ​ໄກ​ ກວ່າ​ທີ່
ພວກ​ເຈົ້າໜ້າ​ທີ່​ຈີນ​ຕ້ອງການ​ຈະ​ໃຫ້​ເປັນແລ້ວ​ ​ແລະກໍກໍາລັງ​ກາຍເປັນ​
ເລຶ່ອງ​ໃຫຍ່ຂຶ້ນ​ເລື້ອຍໆ. ​ແລະແນ່​ນອນວ່າ ວິທີ​ການ​ທີ່​ກໍາລັງ​ຮັກສາ
ຄວາມປອດ​ໄພ​ແລະ​ລັດຖະບານ​ຈີນ​ເອົາ​ມາ​ໃຊ້​ ເພື່ອ​ຮັບ​ມື​ກັບ​ການປະ​
ທ້ວງເຫລົ່າ​ນີ້ ແມ່ນ​ກໍາລັງ​ສົ່ງ​ຜົນ​ກະທົບ​ໃນ​ທາງ​ກົງ​ກັນ​ຂ້າມ​ກັນກັບທີ່​
ລັດຖະບານຈີນ​ຕ້ອງການ.”

ນອກຈາກ​ການ​ປະ​ທ້ວງ​ສອງ​ບັ້ນ​ທີ່​ເກີດ​ຂຶ້ນຢູ່​ໃນເຂດ​ທິ​ເບດ ​ຂອງ​ແຂວງ Sichuan ​ເມື່ອ
ວັນ​ຈັນ​ແລະ​ວັນ​ອັງຄານອາທິດ​ແລ້ວ​ນີ້ ແຫ​ລ່ງຂ່າວ​ໄດ້​ບອກ​ວີ​ໂອ​ເອພະ​ແນ​ກພາສາ​ທິ​ເບ​ດ
ວ່າພວກ​ເຈົ້າໜ້າ​ທີ່​ຈີນ​ໄດ້​ຈັບ​ກຸມຜູ້​ຊາຍຢ່າງ​ໜ້ອຍ​ແປ​ດຄົນເມື່ອ​ວັນ​ອັງຄານຜ່ານ​ມາ ຢູ່ໃນ
ເຂດ​ປົກຄອງ​ຕົນ​ເອງ​ Golog ຂອງ​ຊາວທິ​ເບ​ດ​ ​ໃນແຂວງ Qinghai ​ຕິດ​ກັບ​ແຂວງ Si
chuan ນັ້ນ. ​ແຫ​ລ່ງຂ່າວ​ກ່າວ​ວ່າ ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ໄດ້​ພາກັນ​ໂຮມ​ຊຸມນຸມ​ປະ
ທ້ວງຢູ່​ທີ່​ນັ້ນ ​ທວງ​ໃຫ້​ລັດຖະບານຈີນ​ຖອນທະຫານ​ແລະ​ກໍາລັງ​ຮັກສາຄວາມ​ປອດ​ໄພທີ່​
ປະ​ຈໍາ​ການ​ຢູ່​ອ້ອມແອ້ມ​ວັດ​ສອງແຫ່ງ​ໃນ​ເຂດ​ດັ່ງກ່າວ.

ກ່ອນ​ໜ້າ​ນັ້ນ ໃນກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ມື້ດຽວ​ກັນ ໂຄສົກກະຊວງ​ຕ່າງ ປະ​ເທດ​ຈີນ
ບໍ່​ໄດ້ໃຫ້​ຄວາມ​ສໍາຄັນ ​ຕໍ່​ຂ່າວການ​ປະ​ທ້ວງໃນ​ມື້ວັນ​ຈັນ​ໃນ​ເຂດ Luhuo ຂອງ​ແຂວງ Si
chuan ນັ້ນ ​ແຕ່ກໍ​ໄດ້​ຢືນຢັນ​ວ່າ ມີ​ຄົນ​ຄົນນຶ່ງ​ຖືກຂ້າ​ຕາຍ​ໃນ​ການ​ປະ​ທະ​ກັນ.

ໂຄສົກ​ກ່າວ​ວ່າ ​ລາຍ​ງານ​ຂ່າວ​ທີ່​ວ່າ​ມີຜູ້​ເຄາະຮ້າຍຖືກ​ຍິງ​ຫລາຍ​ກວ່າ 30 ຄົນຢູ່​ໃນກຸ່ມຊາວ
ທິ​ເບ​ດຫລາຍພັນ​ຄົນ​ທີ່​ປະກອບ​ສ່ວນ​ໃນ​ການ​ປະ​ທ້ວງ​ທີ່​ເມືອງ Luhuo ນັ້ນ ​ແມ່ນ​ເປັນ​
ການ​ເວົ້າ​ໂຍກ ​ເກີນຄວາມເປັນຈິງ.

ທາງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ທີ່ ສຸດ ​ນໍາລາຍ​
ງານ​ຕ່າງໆກ່ຽວ​ກັບ​ເຫດການ​ຮຸນ​ແຮງ ​ແລະ​ຄວາມ​ເຄ່ງ​ຕຶງທີ່​ເພີ່ມ​ທະວີ​ຂຶ້ນຢູ່​ໃນ​ພວກເຂດ
ທິ​ເບ​ດຂອງ​ຈີນ​ນັ້ນ. ທ່ານ​ນາງ Victoria Nuland ​ໂຄສົກ​ກະ​ຊວງ​ຕ່າງປະ​ເທດສະຫະລັດ
ກ່າວ​ວ່າ

ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດ ຖະແຫລງກ່ຽວກັບທິເບດ, ວັນທີ 24 ມັງກອນ 2012.
ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດ ຖະແຫລງກ່ຽວກັບທິເບດ, ວັນທີ 24 ມັງກອນ 2012.

“ພວກ​ເຮົາໄດ້ຮຽກຮ້ອງ​ຕໍ່​
ລັດຖະບານ​ຈີນຊໍ້າ​ແລ້ວ
ຊໍ້າ​ອີກ ​ໃຫ້​ແກ້​ໄຂ​ພວກ
ນະໂຍບາຍ​ທີ່ຂັດ​ກັນ​ກັບ
ຜົນປະ​ໂຫຍ​ດຂອງ​ຕົນ​ຢູ່​
ໃນ​ຂົງ​ເຂດ​ທິ​ເບ​ດ ທີ່ໄດ້
ສ້າງ​ຄວາມເຄ່ງຕຶງ​ແລະ​
ຄຸກ​ຄາມ​ຕໍ່​ ເອກກະ​ລັກ​
ອັນ​ພິ​ເສດທາງສາສະໜາ
ວັດທະນະ​ທໍາແລະພາສາ ​
ຂອງ​ປະຊາຊົນ​ທິ​ເບ​ດນັ້ນ ​ເສຍ.”

ນອກ​ນີ້​ແລ້ວ ສະຫະລັດ​ຍັງ​ໄດ້
ຮຽກຮ້ອງ​ໃຫ້​ລັດຖະບານ​ຈີນ​
ຈົ່ງ​ເຂົ້າ​ທໍາ​ການໂອ້​ລົມ​ສົນທະນາ
ໃນ​ທາງ​ສ້າງສັນ ກັບ​ອົງ​ດາ​ໄລ
ລາ​ມະ ຫລືຜູ້ຕ່າງ​ໜ້າ​ຂອງ​ພະ​ອົງ ​ແລະ​ວ່າ​ຕົນຈະ​ຍົກ​ເອົາ​ບັນຫາ​ນີ້ຂຶ້ນມາສົນທະນາ ​ເວລາ
ຮອງປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ມາຢ້ຽມຢາມວໍ​ຊິງຕັນ​ດີ​ຊີ​ ໃນ​ເດືອນ​ໜ້າ​ນີ້.

ຈີນໄດ້ປະຕິ​ເສດຢູ່​ສະ​ເໝີ​ມາ ​ທີ່​ຈະ​ພົບ​ປະ​ກັບ​ຜູ້​ຕ່າງ​ໜ້າຂອງ​ອົງ​ດາ​ໄລ ລາມ​ະ ຜູ້​ນໍາພັດ​ຖິ່ນ
ທາງ​ດ້ານຈິດໃຈຂອງຊາວທິ​ເບ​ດ ​ແລະໄດ້​ຖິ້ມ​ໂທດ​ໃສ່​ພະ​ອົງ​ຢູ່​ເລື້ອຍໆ ວ່າ​ເປັນຕົວ​ການວາງ
ແຜນ​ສ້າງ​ຄວາມ​ບໍ່ສະຫງົບ​ສຸກ​ຢູ່​ໃນ​ຂົງ​ເຂດຕ່າງໆ​ຂອງ​ທິ​ເບ​ດຂອງ​ຈີນຈາກ​ຕ່າງປະ​ເທດ.
ນອກ​ ນັ້ນ ລັດຖະບານ​ຈີນ​ຍັງເອີ້ນພວກ​ທີ່​ຈູດເຜົາ​ຕົນ​ຕາຍ​ນັ້ນ ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ.

ຢ່າງ​ໃດ​ກໍ​ຕາມ ພ້ອມ​ກັບ​ທີ່ວັນ​ຄົບຮອບ​ການ​ສັງ​ເວີຍ​ຊີວິດ​ເທື່ອ​ທໍາ​ອິດເມື່ອ​ເດືອນ​ມີນາ​ຂອງ
ປີຜ່ານມາ ​ໃກ້​ຈະ​ມາ​ຮອດ​ຢູ່​ນີ້ ​ແລະ​ວັນ​ຄົບຮອບຂອງ​ການ​ປະ​ທ້ວງທີ່​ແຜ່​ລາມ​ອອກໄປ​ໃນ​
ປີ 2008 ຊຶ່ງ​ໄດ້​ເລິ່ມຕົ້ນ​ຂຶ້ນໃນ​ເດືອນມີ​ນາ​ປີດຽວກັນກັນ ​ພວກ​ນັກວິ​ເຄາະ​ກ່າວ​ວ່າ ​ໃນ
ໄລຍະສອງ​ເດືອນ​ຕໍ່ໜ້າ​ນີ້ ພວກ​ເຮົາ​ກໍ​ອາດຈະໄດ້​ເຫັນ​ການສະ​ແດງຄວາມ​ຄັດຄ້ານບໍ່ພໍ​ໃຈ​
ຂະຫຍາຍໂຕ​ ແລະແຜ່​ລາມ​ອອກໄປຕື່ມ​ອີກ.

ທ່ານ​ນາງ Sophie Richardson ປະ​ຈໍາ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ ຫລື Human Rights
Watch ກ່າວ​ຕື່ມ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ ເປັນທີ່​ໜ້າ​ເສຍ​ໃຈ​ ທີ່​ພວກ​ເຮົາ​ຈະ​ໄດ້​ເຫັນ​ການ​ສັງ​ເວີຍ​
ຊີວິດ​ເພີ່ມ​ຂຶ້ນ ການ​ປະ​ທ້ວງ​ເພີ່ມ​ຂຶ້ນ ​ແລະການ​ຕອບ​ໂຕ້​ທີ່​ໜັກໜ່ວງ​ເພີ່​ມຂຶ້ນ. ​
ໃນຈຸດ​ນີ້​ແລ້ວ ​ມັນຂຶ້ນຢູ່​ກັບ​ລັດຖະບານ​ຈີນ ທີ່​ຈະ​ປະຕິບັດ​ຕາມພັນທະ​ຂັ້ນ​ພື້ນ
ຖານບາງ​ຢ່າງ​ຂອງ​ຕົນ ພາຍ​ໃຕ້​ຕົວ​ບົດ​ກົດໝາຍຂອງ​ຕົນ​ເອງ ​ແລະ​ຄວາມ
ໝັ້ນ​ໝາຍຂອງ​ຕົນ ​ຕໍ່​ນານາ​ຊາດ​ ຕໍ່​ການ​ຍົກ​ສູງສິດທິ​ໃນ​ການ​ປະ​ທ້ວງ​ຢ່າງ​
ສັນຕິ ໂດຍ​ການຍັບ​ຍັ້ງ​ຈາກການ​ໃຊ້​ກໍາລັງເຖິງ​ຂັ້ນ​ເສຍ​ຊີວິດ​ນັ້ນ.”

ຊາວທິເບດສູງອາຍຸຄົນນຶ່ງ ຖືທຸງທິເບດ ປະກອບສ່ວນໃນການ ຖືທຽນໄຂເດີນຂະບວນປະທ້ວງຈີນ ຢູ່ເມືອງທໍາມະສາລາ, ປະເທດ ອິນເດຍ, ວັນທີ 24 ມັງກອນ 2012. (AP Photo/Angus McDonald)
ຊາວທິເບດສູງອາຍຸຄົນນຶ່ງ ຖືທຸງທິເບດ ປະກອບສ່ວນໃນການ ຖືທຽນໄຂເດີນຂະບວນປະທ້ວງຈີນ ຢູ່ເມືອງທໍາມະສາລາ, ປະເທດ ອິນເດຍ, ວັນທີ 24 ມັງກອນ 2012. (AP Photo/Angus McDonald)

ກ່າວ​ກັນ​ວ່າ ພວກ​ຊາວ​ທິ​ເບ​ດ
ທີ່​ປະກອບສ່ວນ​ໃນ​ການ​ປະ​ທ້ວງ​
ເພື່ອ​ວັນ​ຈັນ​ແລະ​ອັງຄານອາທິດ​
ແລ້ວ​ນີ້ ​ແມ່ນພາກັນປະ​ທ້ວງ​ຕໍ່​
ການ​ຈັບ​ກຸມ​ພວກ​ເຄຶ່ອນ​ໄຫວ
ບາງ​ຄົນ ​ທີ່​ແຈກ​ຢາຍເອກະສານ​
ຮຽກຮ້ອງ​ໃຫ້​ຊາວ​ທິ​ເບ​ດໄດ້ເປັນ​
ອິດ​ສະລະຈາກ​ການ​ປົກຄອງ​
ຂອງ​ຈີນ. ​ເອກະສານດັ່ງກ່າວຍັງ
ເຕືອນ​ອີກ​ວ່າ ​ມີ​ຊາວ​ທິ​ເບ​ດໃນ
ຈໍານວນ​ຫລາຍຂຶ້ນທີ່​ພ້ອມ​ແລ້ວ
ທີ່ຈະ​ຈູດ​ເຜົາ​ຕົນ​ເອງ​ເພື່ອ​ປະ​ທ້ວງ
ຕໍ່​ການ​ກວາດ​ລ້າງ​ຂອງ​ລັດຖະ
ບານ​ຈີນນັ້ນ.

ໃນ​ຄືນ​ວັນ​ພຸດ​ຕໍ່​ມາ ທີ່​ເມືອງ​ທໍາ​
ມະ​ສາລາ ທີ່​ຕັ້ງ​ຂອງ​ລັດຖະບານ​
ພັດ​ຖິ່ນ​ຂອງ​ຊາວ​ທິ​ເບ​ດໃນ​ພາກ​
ເໜືອ​ຂອງ​ອິນ​ເດ​ຍນັ້ນ ພວກພະສົງ​ທິ​ເບ​ດ​ໄດ້​ພາກັນ​ຍ່າງ​ຖື​ທຽນ​ໄຂ​ປະ​ທ້ວງ​ຢ່າງສັນຕິ ຕໍ່​ການ
ສັງຫານ​ພວກ​ປະ​ທ້ວງ​ໃນ​ເຂດ​ທິ​ເບ​ດຂອງ​ຈີນ​. ນັກ​ເຄື່ອນ​ໄຫວ​ທິ​ເບ​ດ ນາງໂດ​ລກາ ກ່າວ​ວ່າ
ການ​ປະ​ທ້ວງ​ແບບ​ນີ້ຈະ​ດໍາ​ເນີນ​ຕໍ່​ໄປ​ເລື້ອຍໆ. ນາງ​ເວົ້າ​ວ່າ “ ພວກ​ເຮົາຮູ້ສຶກ​ຕື່ນຕົກ​ໃຈ​
ຫລາຍ ທີ່​ໄດ້​ຍິນ​ວ່າ ຊາວ​ທິ​ເບ​ດກຸ່ມ​ນຶ່ງ ທີ່​ທໍາ​ການ​ປະ​ທ້ວງ​ແບບ​ບໍ່​ຮຸນ​ແຮງໄດ້​ຖືກ
ກຳລັງ​ທະຫານ​ຂອງ​ຈີນ ຍິງ​ໃສ່​ໂດຍ​ກົງ. ພວກ​ເຮົາຈະ​ທໍາ​ການ​ປະ​ທ້ວງກ່ຽວ​ກັບ
ເລື່ອງ​ນີ້​ຕໍ່​ໄປ ​ແລະຈະ​ຮຽກຮ້ອງໄປ​ຍັງ​ປະຊາ​ຄົມນາໆ​ຊາ​ດທັງ​ໝົດ ​ໃຫ້​ພາກັນ​ຢືນ​
ຢັດ​ຕໍ່ຕ້ານ​ການ​ກະທໍາ​ດັ່ງກ່າວ​ຂອງ​ຈີນ.”

ເບິ່ງ​ວີ​ດີໂອ​ການ​ປະ​ທ້ວງ​ຂອງ​ພະສົງ​ທິ​ເບ​ດ ຢູ່​ເມືອງ​ທໍາ​ມະ​ສາລາ:

XS
SM
MD
LG