Jinping ທີ່ບໍ່ສາມາດທຳການປະຕິຮູບທາງດ້ານການເມືອງ
ໂດຍກ່າວວ່າ ທ່ານກໍາລັງນໍາພາ ຈີນ “ກັບຄືນໄປສູ່ນະໂຍບາຍ
ດັ້ງເດີມຂອງເມົາເຈີຕຸງ.”
ຢູ່ໃນໜັງສືເປີດຊອງ ທີ່ພິມເຜີຍແຜ່ທາງອິນເຕີແນັດໃນວັນສຸກ
ມື້ນີ້ ໂດຍເວັບໄຊ ຂອງກຸ່ມປົກປ້ອງສິດທິມະນຸດໃນຈີນ ທີ່ມີສຳ
ນັກງານ ຕັ້ງຢູ່ນະຄອນນິວຢອກນັ້ນ ກຸ່ມແມ່ຂອງພວກນັກເຄື່ອນ
ໄຫວທີ່ຈະຕຸລັດ Tianamen ໄດ້ຮຽກຮ້ອງໃຫ້ຜູ້ນໍາຈີນ ເປີດການ
ສົນທະນາ ແລະຊັ່ງຊາຕີລາຄາຄືນໃໝ່ກ່ຽວກັບການທັງມ້າງປາບປາມ ເມື່ອວັນທີ 4 ເດືອນມິຖຸນາ ປີ 1989 ຢູ່ທີ່ຈະຕຸລັດ Tianamen ໃນກຸງ ປັກກິ່ງ ທີ່ໄດ້ສັງຫານພວກປະທ້ວງເຖິງ 3000 ພັນຄົນ.
ກຸ່ມດັ່ງກ່າວໄດ້ຮຽກຮ້ອງຊໍ້າແລ້ວຊໍ້າອີກ ໃຫ້ຈີນພິມເຜີຍແຜ່ລາຍຊື່ທັງໝົດຂອງຜູ້ເສຍຊີວິດ ແລະຈ່າຍເງິນຊົດເຊີຍໃຫ້ແກ່ຍາດຕິພີ່ນ້ອງຂອງພວກທີ່ຕາຍ.
ໜັງສືສະບັບຫລ້າສຸດກ່າວວ່າ ສັງຄົມຈີນ ແມ່ນ “ເຕັມໄປດ້ວຍຄວາມຮູ້ສຶກແບບ ໝົດຫວັງ” ແລະກໍບໍ່ມີຜູ້ນໍາຈີນຄົນໃດຂອງຈີນເມື່ອມໍ່ໆມານີ້ ເປັນຜູ້ປະຕິຮູບຢ່າງແທ້ຈິງ ຮວມທັງ Xi Jinping ຜູ້ທີ່ໄດ້ຂຶ້ນເປັນປະທານປະເທດ ໃນປີນີ້.