ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນປົດ ຜູ້ບັນຊາການ ທະຫານ ເຂດຊິນຈຽງ ຈາກສະພາ ປົກຄອງແຂວງ (ສະໄລດ໌/ວີດີໂອ)


ແຜນທີ່ ແຂວງຊິນຈຽງ ຂອງຈີນ
ແຜນທີ່ ແຂວງຊິນຈຽງ ຂອງຈີນ
ພັກຄອມມູນິສຈີນ ທີ່ປົກຄອງປະເທດ ຢູ່ໃນເວລານີ້ ໄດ້ປົດຜູ້ບັນ
ຊາການທະຫານ ເຂດຊິນຈຽງ ອອກຈາກສະພາ ປົກຄອງແຂວງ ຫຼັງຈາກໄດ້ເກີດເຫດຮ້າຍຂຶ້ນທີ່ຈະຕຸລັດທຽນອັນເໝິນ ທີ່ມີການ
ຖິ້ມໂທດໃສ່ວ່າ ເປັນນໍ້າມື ຂອງພວກຫົວຮຸນແຮງອິສລາມ ຈາກ
ເຂດຊິນຈຽງນັ້ນ.

ໜັງສືພິມ Xinjiang Daily ຂອງທາງການຈີນ ລາຍງານໃນວັນ
ອາທິດມື້ນີ້ວ່າ ທ່ານ Peng Yong ໄດ້ຖືກສັບປ່ຽນ ຫລັງຈາກໄດ້
ເຂົ້າກຳຕຳແໜ່ງ ຜູ້ບັນຊາການ ມາໄດ້ສອງປີກວ່າໆ. ໜັງສືພິມ
ສະບັບນີ້ ບໍ່ໄດ້ໃຫ້ເຫດຜົນ ກ່ຽວກັບການປົດທ່ານ ແຕ່ມັນມີຂຶ້ນ ຫຼັງຈາກເກີດເຫດຮ້າຍຢູ່ທີ່ກຸງປັກກິ່ງ ໃນວັນຈັນແລ້ວ.

ໃນວັນເສົາວານນີ້ ສື່ມວນຊົນຂອງທາງການຈີນໄດ້ເປີດເຜີຍລາຍລະອຽດເພີ້ມຕື່ມກ່ຽວກັບ ອັນທີ່ພວກເຂົາເຈົ້າເອີ້ນວ່າ “ການໂຈມຕີກໍ່ການຮ້າຍ” ທີ່ຈະຕຸລັດທຽນອັນເໝິນ ທີ່ດຳເນີນ ການໂດຍພວກຫົວຮຸນແຮງເຜົ່າວີເກີ້ ຊຶ່ງເປັນພວກຊົນກຸ່ມນ້ອຍມຸສລິມໃນພາກຕາເວັນຕົກ ຂອງຈີນ.



ລາຍງານຂ່າວຢູ່ຊິນຈຽງ ໄດ້ແຈ້ງໃຫ້ຊາບ ກ່ຽວກັບລາຍລະອຽດ ໃນການປາບປາມປະຊາ
ຄົມຊາວວີເກີ້ ຊຶ່ງເປັນຊົນກຸ່ມນ້ອຍທີ່ນັ້ນ.

ໂທລະພາບ CCTV ຂອງທາງການຈີນລາຍງານວ່າ ຜູ້ຕ້ອງສົງໄສເປັນພວກມຸສລິມແບ່ງ ແຍກດິນແດນ 8 ຄົນ ຈາກເຂດຊິນຈຽງ ທາງພາກຕາເວັນຕົກສຽງເໜືອຂອງຈີນ ໄດ້ວາງ ແຜນໂຈມຕີມາແຕ່ເດືອນກັນຍາ ແລະໄດ້ຮັບເງິນສະໜັບສະໜຸນຫຼາຍພັນໂດລາເພື່ອໃຊ້ ໃນການໂຈມຕີຄັ້ງນີ້.

ໂທລະພາບຂອງທາງການຈີນ ລາຍງານວ່າ ພວກຜູ້ຕ້ອງສົງໄສ 3 ຄົນໄດ້ຂັບລົດທີ່ບັນທຸກ ນໍ້າມັນແອັສຊັງ 400 ລິດ ເຂົ້າໄປໃນບໍລິເວນຈະຕຸລັດທຽນອັນເໝິນ ໃນມື້ວັນຈັນຜ່ານມາ. ລົດໄດ້ແລ່ນໄປຕຳ ແລະກໍເກີດລະເບີດ ລຸກໄໝ້ເປັນແປວໄຟ ຊຶ່ງໄດ້ສັງຫານຜູ້ຕ້ອງສົງໄສ
3 ຄົນທີ່ຢູ່ເທິງລົດ ແລະນັກທ່ອງທ່ຽວອີກ 2 ຄົນ ພ້ອມໆກັບອີກຫລາຍສິບຄົນໄດ້ຮັບບາດ ເຈັບ.

CHINA TINANMEN
please wait
Embed

No media source currently available

0:00 0:00:31 0:00
XS
SM
MD
LG