ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ໃຫ້ລາຍລະອຽດ ເພີ້ມຕື່ມ ກ່ຽວກັບ ເຫດຮ້າຍ ທີ່ ທຽນອັນເໝິນ (ສະໄລດ໌)


ຄົນງານຜູ້ນຶ່ງ ພວມກວດກາເບິ່ງກ້ອງວົງຈອນປິດ ໃນບໍລິເວນ ຈະຕຸລັດທຽນອັນເໝິນ ເມື່ອວັນທີ 31 ຕຸລາ ຜ່ານມານີ້.
ຄົນງານຜູ້ນຶ່ງ ພວມກວດກາເບິ່ງກ້ອງວົງຈອນປິດ ໃນບໍລິເວນ ຈະຕຸລັດທຽນອັນເໝິນ ເມື່ອວັນທີ 31 ຕຸລາ ຜ່ານມານີ້.
ສື່ມວນຊົນຂອງທາງການຈີນໄດ້ເປີດເຜີຍລາຍລະອຽດເພີ້ມຕື່ມ
ກ່ຽວກັບ ອັນທີ່ທາງການຈີນ ເອີ້ນວ່າ “ການໂຈມຕີກໍ່ການຮ້າຍ” ທີ່ຈະຕຸລັດທຽນອັນເໝິນ ໃນມື້ວັນຈັນຜ່ານມາ ຂະນະທີ່ມີລາຍ
ງານວ່າ ຫລາຍສິບຄົນໄດ້ຖືກຈັບກຸມ ໃນການປາບປາມ ທີ່ຕິດ
ຕາມມາຕໍ່ຊົນກຸ່ມນ້ອຍ ທີ່ສ່ວນໃຫຍ່ແລ້ວ ນັບຖືສາສະໜາອິສ
ລາມ.

ໂທລະພາບ CCTV ຂອງທາງການຈີນລາຍງານວ່າ ຜູ້ຕ້ອງສົງ
ໄສຊຶ່ງເປັນພວກມຸສລິມແບ່ງແຍກດິນແດນ 8 ຄົນຈາກເຂດຊິນ
ຈຽງ ທາງພາກຕາເວັນຕົກສຽງເໜືອຂອງຈີນທີ່ມີຄວາມວຸ້ນວາຍ
ນັ້ນ ໄດ້ວາງແຜນໂຈມຕີ ມາແຕ່ ເດືອນກັນຍາ ແລະໄດ້ຮັບເງິນ
ຫຼາຍກວ່າ 6,500 ໂດລາ ເພື່ອຊ່ອຍໃນການໂຈມຕີຄັ້ງນີ້.

ໂທລະພາບ CCTV ຍັງແຈ້ງໃຫ້ຊາບຕື່ມວ່າ ຜູ້ຕ້ອງສົງໄສ 3 ຄົນໄດ້ຂັບລົດເບັນຊ໌ SUV ທີ່ມີມີດແບບຊາວທິເບດ ພ້ອມດ້ວຍນໍ້າມັນ 400 ລິດ ແລ່ນເຂົ້າໄປ ໃນບໍລິເວນຈະຕຸລັດ ທຽນອັນເໝິນ ໂດຍໄດ້ຂ້າໂຕເອງຕາຍພ້ອມດ້ວຍນັກທ່ອງທ່ຽວ 2 ຄົນແລະມີຜູ້ບາດເຈັບ ອີກຫຼາຍສິບຄົນ. ສ່ວນອີກ 5 ຄົນໄດ້ຖືກ ເຈົ້າໜ້າທີ່ຈັບ.

ໃນມື້ວັນສຸກວານນີ້ທ່ານ Meng Jianzhu ຫົວໜ້າຮັກສາຄວາມໝັ້ນຄົງພາຍໃນຂອງຈີນ ໄດ້ຖິ້ມໂທດໃນການໂຈມຕີຄັ້ງນີ້ ໃສ່ກຸ່ມແບ່ງແຍກດິນແດນມຸສລິມວີເກີ້ ທີ່ມີຖານປະຕິບັດ ງານຢູ່ເຂດຊິນຈຽງ ທີ່ມີຊື່ວ່າ ຂະບວນການອິສລາມເຕີກກິສຖານຕາເວັນອອກ ຫຼື ETIM. ສະຫະລັດ ແລະ ອົງການສະຫະປະຊາຊາດ ໄດ້ຈັດເອົາຂະບວນການ ETIM ເປັນກຸ່ມກໍ່ ການຮ້າຍໃນປີ 2002.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການກ່າວຫາ ຂອງທ່ານ Meng ມີຄວາມສອດຄ່ອງກັນ ແນວໃດກັບການກ່າວອ້າງ ຂອງລາຍງານໂທລະພາບ CCTV ທີ່ເວົ້າວ່າ ຜູ້ຕ້ອງສົງໄສ ເຫຼົ່ານີ້ໄດ້ຕັດ ສິນໃຈຕັ້ງກຸ່ມກໍ່ການຮ້າຍຂຶ້ນໃນເດືອນແລ້ວນີ້.

ຂະນະດຽວກັນ ສະພາຊາວວີເກີ້ຂອງໂລກກ່າວໃນວັນເສົາມື້ນີ້ວ່າ ຕຳຫຼວດຈີນໄດ້ຈັບ 53
ຄົນຢູ່ໃນເຂດຊິນຈຽງ ໃນໄລຍະສອງມື້ຜ່ານມານີ້ ໃນອັນທີ່ອົງການດັ່ງກ່າວ ເອີ້ນວ່າ ເປັນ ການປາບປາມຕໍ່ຊາວວີເກີ້ທີ່ເປັນຊົນກຸ່ມນ້ອຍນັ້ນ.

XS
SM
MD
LG