ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຖິ້ມໂທດໃສ່ ກຸ່ມມຸສລິມ ຊາວວີເກີ້ ເປັນຜູ້ກໍ່ການ ທີ່ ທຽນອັນເໝິນ (ວີດີໂອ/ສະໄລດ໌)


CHINA TIANANMEN
please wait
Embed

No media source currently available

0:00 0:00:52 0:00
ຫົວໜ້າ ຮັກສາຄວາມໝັ້ນຄົງພາຍໃນຂອງຈີນ ໄດ້ຖິ້ມໂທດໃສ່
ກຸ່ມແບ່ງແຍກດິນແດນ ມຸສລິມວີເກີ້ວ່າ ເປັນຜູ້ວາງແຜນ ກໍ່ເຫດ
ການຮຸນແຮງຂຶ້ນໃນສັບປະດານີ້ຢູ່ຈະຕຸລັດທຽນອັນເໝິນທີ່ເຮັດ
ໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະບາດເຈັບອີກຫຼາຍສິບຄົນນັ້ນ.

ທ່ານ Meng Jianzhu ສະມາຊິກຄົນນຶ່ງຂອງຄະນະກຳມະການ
ກົມການເມືອງສູນກາງພັກ ທີ່ມີທັງໝົດ 25 ທ່ານ ຊຶ່ງທ່ານເປັນຜູ້ ຮັບຜິດຊອບກ່ຽວກັບຄວາມໝັ້ນຄົງພາຍໃນ ກ່າວໃນວັນສຸກ ມື້ນີ້
ວ່າ ເຫດຮ້າຍນີ້ແມ່ນຈັດຕັ້ງກັນໂດຍຂະບວນການອິສລາມເຕີກ
ກິສຖານຕາເວັນອອກ ຫຼື ETIM ທີ່ມີຖານປະຕິບັດງານ ໃນເຂດ
ຊິນຈຽງ ທາງພາກຕາເວັນຕົກສຽງເໜືອຂອງຈີນ.

ສະຫະລັດ ແລະອົງການສະຫະປະຊາຊາດ ຈັດວ່າ ຂະບວນການ ETIM ເປັນກຸ່ມກໍ່ການ
ຮ້າຍໃນປີ 2002 ແຕ່ຕໍ່ມາສະຫະລັດໄດ້ລຶບຊື່ກຸ່ມດັ່ງກ່າວອອກຈາກບັນຊີຂອງຕົນ.

ປັກກິ່ງກ່າວວ່າ ອຸບັດຕິເຫດລົດແລ່ນຕຳຄົນຕາຍໃນບໍລິເວນຈະຕຸລັດທຽນອັນເໝິນໃນມື້ ວັນຈັນຜ່ານມາ ເປັນການໂຈມຕີສະຫຼະຊີບ ທີ່ວາງແຜນໂດຍກຸ່ມຫົວຮຸນແຮງ. ຕຳຫຼວດ ເວົ້າວ່າ ຜູ້ຊາຍຊາວວີເກີ້ຄົນນຶ່ງ ທີ່ມີຊື່ວ່າ Usmen Hasan ໄດ້ໃຊ້ລົດທີ່ມີແມ່ແລະເມຍ ຂອງລາວນັ່ງໄປນຳ ແລ່ນເຂົ້າໄປຕຳຜູ້ຄົນ ຢູ່ໃນບໍລິເວນຈະຕຸລັດດັ່ງກ່າວ ກ່ອນທີ່ຈະຈູດ ໄຟໃສ່ລົດ. ທັງ 3 ຄົນໄດ້ເສຍຊີວິດ ຢູ່ໃນບ່ອນເກີດເຫດ ພ້ອມໆກັນກັບນັກທ່ອງທ່ຽວ 2
ຄົນ ແລະອີກຫລາຍສິບຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າໄດ້ພົບເຫັນ ນ້ຳມັນແອັສຊັງ ມີດຫຼາຍດວງ ແທ່ງເຫຼັກ ແລະ
ທຸງຊາດຜືນນຶ່ງທີ່ມີເນື້ອຫາສາລະທາງສາສະໜາຫົວຮຸນແຮງຈັດຢູ່ໃນລົດທີ່ຖືກໄຟໄໝ້. ນອກນັ້ນ ພວກເຈົ້າໜ້າທີ່ຍັງໄດ້ຈັບກຸມ 5 ຄົນ ທີ່ມາຈາກເຂດຊິນຈຽງທີ່ກ່າວວ່າ ເປັນຜູ້ ວາງແຜນຮ່ວມກັບທ້າວ Hasan ນັ້ນ.

XS
SM
MD
LG