ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຄົບຮອບ ການປະທ້ວງ ທີ່ຈະຕຸລັດທຽນອັນເໝິນ


ກຳລັງຕຳຫຼວດປະກອບອາວຸດຂອງຈີນປະຈຳການທີ່ຈະຕຸລັດທຽນອັນ ເໝິນ (4 ມິຖຸນາ 2011)
ກຳລັງຕຳຫຼວດປະກອບອາວຸດຂອງຈີນປະຈຳການທີ່ຈະຕຸລັດທຽນອັນ ເໝິນ (4 ມິຖຸນາ 2011)

ສະຫະລັດແລະໄຕ້ຫວັນໄດ້ກົດດັນໃຫ້ຈີນປ່ອຍພວກຄັດຄ້ານລັດຖະບານແລະໃຫ້ຄວາມ
ກະຈ່າງແຈ້ງຢ່າງຄົບຖ້ວນ ກ່ຽວກັບການປາບປາມແບບນອງເລືອດຕໍ່ການປະທ້ວງຮຽກ
ຮ້ອງເອົາປະຊາທິປະໄຕທີ່ຈະຕຸລັດທຽນອັນເໝິນເມື່ອ 22 ປີ ກ່ອນ.

ກະຊວງການຕ່າງປະເທດສະຫະລັດໄດ້ອອກຖະແຫຼງຂ່າວສະບັບນຶ່ງ ໃນວັນສຸກວານນີ້ ນຶ່ງມື້ກ່ອນວັນຄົບຮອບການປາບປາມ ໃນວັນທີ 4 ມິຖຸນາປີ 1989 ເວລາລັດຖະບານ
ຈີນໄດ້ສົ່ງລົດຖັງແລະພວກທະຫານໄປຍັງຈະຕຸລັດທຽນອັນເໝິນເພື່ອປາບປາມການປະ
ທ້ວງຂອງພວກນັກສຶກສາ ແລະກຳມະກອນ ທີ່ດຳເນີນມາເປັນເວລາຫຼາຍໆອາທິດ. ມີ
ຫຼາຍຮ້ອຍ ຊຶ່ງບາງທີອາດເປັນຫຼາຍພັນຄົນໄດ້ເສຍຊີວິດໃນການປາບປາມດັ່ງກ່າວ.

ກະຊວງການຕ່າງປະເທດສະຫະລັດ ຮຽກຮ້ອງໃຫ້ທາງການຈີນ ເປີດເຜີຍລາຍລະອຽດ
ຢ່າງຄົບຖ້ວນຫຼາຍເທົ່າທີ່ເປັນໄປໄດ້ກ່ຽວກັບພວກທີ່ເສຍຊີວິດ ຖືກຈັບກຸມຫຼື ຫາຍສາບ
ສູນແລະຢຸດເຊົາການຮາວີລົບກວນທີ່ຍັງດຳເນີນຢູ່ຕໍ່ມາຕໍ່ພວກທີ່ໄດ້ເຂົ້າຮ່ວມການໂຮມ
ຊຸມນຸມປະທ້ວງດັ່ງກ່າວແລະຕໍ່ຄອບຄົວຂອງພວກເຄາະຮ້າຍ.

ສ່ວນປະທານາທິບໍດີໄຕ້ຫວັນທ່ານ Ma Ying-jou ກ່າວວ່າ ຈີນຄວນເອົາໂຕຢ່າງໄທເປ ແລະທຳການປະຕິຮູບທາງດ້ານການເມືອງ.

ໃນວັນເສົາມື້ນີ້ ມີຊາວຈີນ ແລະພວກນັກທ່ອງທ່ຽວຕ່າງປະເທດຫຼາຍພັນຄົນແໜ້ນບໍລິ
ເວນຈະຕຸລັດທຽນອັນເໝິນ ບ່ອນທີ່ການຮັກສາຄວາມປອດໄພ ໄດ້ດຳເນີນໄປຢ່າງເຄັ່ງ
ຄັດເປັນພິເສດທ່າມກາງການປາບປາມຢ່າງຮຸນແຮງທີ່ໄດ້ດຳເນີນມາເປັນເວລາ 4 ເດືອນ
ຕໍ່ພວກນັກເຄື່ອນໄຫວ ພວກທະນາຍຄວາມ ແລະພວກຂຽນຂ່າວລົງອິນເຕີແນັດ.

XS
SM
MD
LG