ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຂົ່ມຂູ່ວ່າ ຈະລົງໂທດທາງການຄ້າ ຕໍ່ໄຕ້ຫວັນ ຕື່ມອີກ ໃນຂະນະທີ່ການເລືອກຕັ້ງ ໃກ້ຈະມາເຖິງ


ແຟ້ມພາບ - ທະຫານສອງຄົນ ເອົາທຸງຊາດລົງ ໃນລະຫວ່າງພິທີຊັກທຸງ ປະຈຳວັນ ຢູ່ໃນສະໜາມຫຼວງ Liberty ຂອງຫໍລະລຶກ ຊຽງໄກເຊກ (the Chiang Kai-shek Memorial Hall) ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 30 ກໍລະກົດ 2022.
ແຟ້ມພາບ - ທະຫານສອງຄົນ ເອົາທຸງຊາດລົງ ໃນລະຫວ່າງພິທີຊັກທຸງ ປະຈຳວັນ ຢູ່ໃນສະໜາມຫຼວງ Liberty ຂອງຫໍລະລຶກ ຊຽງໄກເຊກ (the Chiang Kai-shek Memorial Hall) ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 30 ກໍລະກົດ 2022.

ລັດຖະບານ​ຈີນ​ໃນ​ວັນ​ພຸດ​ມື້​ນີ້​ໄດ້​ຂົ່ມຂູ່​ທີ່​ຈະ​ວາງ​ມາດ​ຕະການ​ລົງ​ໂທດ​ດ້ານ​ການ​ຄ້າ ​ຕໍ່​ໄຕ້​ຫວັນ​ຕື່ມ​ອີກ ຖ້າ​ຫາກ​ພັກ​ທີ່ເປັນລັດຖະບານ​ຍັງ “ຫົວແຂງ” ຍຶດໝັ້ນໃນການ​ສະໜັບສະໜູນ ເອກະລາດ, ພາໃຫ້ເກີດສົງຄາມຄໍາເວົ້າ ທີ່ທະວີຄວາມຮຸນແຮງຂຶ້ນ ໃນຂະນະທີ່ການເລືອກຕັ້ງຂອງໄຕ້ຫວັນ ໃກ້ເຂົ້າມາໃນເດືອນຫນ້າ, ອີງຕາມອົງການຂ່າວຣອຍເຕີສ໌.

ການ​ເລືອກ​ຕັ້ງ​ປະທານາທິບໍດີ​ ແລະ​ລັດຖະສະພາ​ຂອງ​ໄຕ້​ຫວັນ ໃນວັນ​ທີ 13 ມັງກອນ​, ​ກຳລັງມີຂຶ້ນ ​ໃນ​ຂະນະ​ທີ່​ຈີນ​ ເຊິ່ງ​ຖືວ່າ​ເກາະ​ດັ່ງກ່າວ​ ເປັນ​ດິນ​ແດນ​ຂອງ​ຕົນ ​ໄດ້​ພະຍາຍາມ​ບັງຄັບ​ໃຫ້​ໄຕ້​ຫວັນ ​ຍອມຮັບ​ການ​ອ້າງ​ເອົາ​ອຳນາດອະ ທິປະ​ໄຕ​ຂອງ​ຈີນ.

ໄຕ້​ຫວັນ ​ໃນ​ເດືອນ​ນີ້​ ໄດ້​ກ່າວ​ຫາ​ຈີນ​ວ່າ​ບີບ​ບັງ​ຄັບ​ທາງ​ດ້ານ​ເສດ​ຖະ​ກິດ ​ແລະ​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ ຫຼັງ​ຈາກ​ປັກ​ກິ່ງ​ໄດ້​ປະ​ກາດ​ສິ້ນ​ສຸດ​ການ​ຫຼຸດ​ພາ​ສີ​ຕໍ່​ການ​ນຳ​ເຂົ້າ​ສານ​ເຄ​ມີ​ບາງ​ຊະນິດ ​ຈາກ​ເກາະແຫ່ງນີ້ ​ໂດຍ​ກ່າວ​ວ່າ ໄທເປ ​ລະ​ເມີດ​ຂໍ້ຕົກລົງທາງດ້ານ​ການ​ຄ້າ ​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2010.

ສິ່ງ​ດັ່ງ​ກ່າວ​ໄດ້ເກີດຂຶ້ນ ​ຫຼັງ​ຈາກ​ທີ່​ຈີນ​ກ່າວ​ວ່າ ໄຕ້​ຫວັນ​ໄດ້ວາງ​ມາດ​ຕະ​ການ​ກີດກັ້ນທາງ​ການ​ຄ້າ​ ເຊິ່ງຂັດ​ກັບ​ກົດ​ລະ​ບຽບ ​ຂອງ​ອົງ​ການ​ການ​ຄ້າ​ໂລກ ຫຼື WTO ແລະຂໍ້ຕົກລົງ​ການ​ຄ້າ ​ປີ 2010.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG