ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຈະລົງມືສ້າງ ເຂດການຄ້າໃຫຍ່ ຢູ່ບາງກອກ


ພວກຜູ້ຜະລິດສິນຄ້າຈີນຈະນໍາສິນຄ້າຂອງຕົນເຂົ້າໄປໃນໄທ ເພື່ອຈະຕີ
ກາວ່າຜະລິດຢູ່ໃນໄທ ໃນເວລາສົ່ງສິນຄ້າອອກໄປຍັງປະເທດອື່ນໃນ ໂລກ.
ພວກຜູ້ຜະລິດສິນຄ້າຈີນຈະນໍາສິນຄ້າຂອງຕົນເຂົ້າໄປໃນໄທ ເພື່ອຈະຕີ ກາວ່າຜະລິດຢູ່ໃນໄທ ໃນເວລາສົ່ງສິນຄ້າອອກໄປຍັງປະເທດອື່ນໃນ ໂລກ.

ອົງກາ​ນຂ່າວ​ທາງ​ການ​ຂອງຈີນເວົ້າວ່າ ໃນ​ເດືອນ​ນີ້ ຈະ​ມີ​
ການເລີ້ມຕົ້ນວຽກງານກໍ່ສ້າງ​ເຂດ​ການ​ຄ້າ​ຂະໜາດ​ໃຫຍ່​ຢູ່​ໃນ
ນະຄອນຫລວງ​ບາງກອກຂອງ​ໄທ ບ່ອນ​ທີ່ພວກ​ຜູ້​ຜະລິດ​ສິນ
ຄ້າ​ຈີນ​ຈະ​ສາມາດສົ່ງ​ສິນຄ້າຂອງ​ເຂົາ​ເຈົ້າ ອອກໄປ​ຂາຍ​ຕ່າງ
ປະ​ເທດຄືນ​ໄດ້​ນັ້ນ.

ໜັງສື​ພິມ China Daily ລາຍ​ງານ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ​
ເຂດ​ການ​ຄ້າ​ China City Complex ຈະ​ສິ້ນ​ເປືອງ​ຄ່າ​ໃຊ້​
ຈ່າຍ​ໃນ​ການ​ກໍ່ສ້າງ 1.5 ພັນ​ລ້ານ​ໂດ​ລາ ​ແລະຈະ​ກວາ​ມ​ເອົາ​ເນື້ອທີ່​ກວ້າງເກືອບຮອດ ​3
ສ່ວນ 4 ຂອງ​ນຶ່ງກິ​ໄລ​ແມັດມົນທົນ. ພວກ​ຜູ້​ຜະລິດ​ສິນຄ້າ​ຈີນ​ຈະ​ສາມາດນໍາ​ສິນຄ້າຂອງ​ຕົນ
ເຂົ້າ​ໄປ​ໃນ​ໄທ ໃນ​ການ​ສວຍ​ໃຊ້​ປະ​ໂຫຍ​ດຈາກ​ຂໍ້​ຕົກລົງການ​ຄ້າ​ເສລີ​ສະບັບໃໝ່ ​ແລະຈາກ​
ນັ້ນກໍ​ຈະ​ສາມາດສົ່ງ​ສິນຄ້າ​ອອກ​ໄປ​ຍັງ​ສະຫະລັດ ​ແລະຢູ​ໂຣບ ພາຍ​ໃຕ້​ໂຄ​ຕາ ​ແລະ ອັດຕາ​
ພາສີ​ຂາ​ເຂົ້າທີ່​ໄດ້​ປຽບຫລື​ຖືກ​ຫລາຍກວ່າ​ສົ່ງຈາກ​ຈີນນັ້ນ.

ໜັງສື​ພິມ China Daily ຍັງ​ກ່າວ​ຕື່ມ​ວ່າ ​ເຂດ​ການ​ຄ້າ​ແຫ່ງ​ນີ້ຈະ​ຖືກ​ສ້າງ​ຂຶ້ນ​ຕາມ​ແບບຂອງ
ເມືອງ​ການຄ້າ​ສາກົນ Yiwu ຫລື Yiwu International Trade City ຢູ່​ທາງ​ພາກ​ຕາ​
ເວັນ​ອອກ​ຂອງ​ຈີນ ຊຶ່ງ​ຖື​ວ່າ​ເປັນ​ຕະຫລາດ​ຂາຍ​ສົ່ງ​ທີ່ໃຫຍ່​ທີ່​ສຸດ​ຂອງ​ໂລກ ສໍາລັບສິນຄ້າ​ຂະ
ໜາດນ້ອຍໆ. ​ໜັງສື​ພິມ​ຈີນ​ສະບັບນີ້ຍັງ​ເວົ້າວ່າ ຮອງລັດຖະມົນຕີກະຊວງ​ພາ​ນິດຂອງໄທ​ໄດ້
ໄປ​ທີ່ເມືອງ Yiwu ​ໃນ​ອາທິດ​ນີ້ ​ເພື່ອ​ໄປ​ດຶງ​ດູດ​ເອົາ​ພວກ​ນັກ​ລົງທຶນ.

China Daily ກ່າວ​ອີກ​ວ່າ ຄາດ​ວ່າເຂດ​ການ​ຄ້າດັ່ງກ່າວຈະ​ດຶງ​ດູດເອົາ​ຜູ້​ເຂົ້າ​ໄປ​ທຳ​ການ
ຄ້າຂາຍຫລາຍ​ກ່ວາ 70 ພັນຄົນ​ຈາກ​ຈີນ​ ເມື່ອ​ສ້າງ​ສໍາ​ເລັດ​ໃນ​ປີ 2013.

XS
SM
MD
LG