ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວວ່າ ລັດຖະບານທະຫານ ແລະກຸ່ມກຳ​ລັງປະກອບອາວຸດ ຕົກລົງຢຸດຍິງ ໃນພາກເໜືອຂອງມຽນມາ


ແຟ້ມ-ໃນພາບທີ່ໄດ້ຮັບການເຜີຍແຜ່ໂດຍອົງສື່ມວນຊົນອອນລາຍໂກກັງ (Kokang), ເຊິ່ງເປັນສະມາຊິກຂອງກຸ່ມກໍາລັງປະກອບອາວຸດຊົນເຜົ່າ ກວດກາອາວຸດຕ່າງໆທີ່ດັ່ງກ່າວເວົ້າວ່າຢຶດມາໄດ້ຈາກຄ້າຍທະຫານມຽນມາ ຢູ່ເທິງພູໃນເມືອງ ເຊັນວີ (Hsenwi), ລັດສານ, ມຽນມາ, ວັນທີ 24 ພະຈິກ 2023.
ແຟ້ມ-ໃນພາບທີ່ໄດ້ຮັບການເຜີຍແຜ່ໂດຍອົງສື່ມວນຊົນອອນລາຍໂກກັງ (Kokang), ເຊິ່ງເປັນສະມາຊິກຂອງກຸ່ມກໍາລັງປະກອບອາວຸດຊົນເຜົ່າ ກວດກາອາວຸດຕ່າງໆທີ່ດັ່ງກ່າວເວົ້າວ່າຢຶດມາໄດ້ຈາກຄ້າຍທະຫານມຽນມາ ຢູ່ເທິງພູໃນເມືອງ ເຊັນວີ (Hsenwi), ລັດສານ, ມຽນມາ, ວັນທີ 24 ພະຈິກ 2023.

ປັກ​ກິ່ງ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຕົນ​ໄດ້​ໄກ່​ເກ່ຍ​ການ​ຢຸດ​ຍິງ​ຊົ່ວຄາວ​ໃນ​ການ​ສູ້​ລົບ​ ລະຫວ່າງ​ລັດຖະບານ​ທະຫານມຽນມາ​ແລະ​ກຳ​ລັງປະກອບ​ອາວຸດ​ຊົນກຸ່ມ​ນ້ອຍ ​ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ໃກ້​ກັບຊາຍແດນຈີນ.

ການ​ເຈລະຈາ​ຫວ່າງ​ບໍ່ດົນມາ​ນີ້​ ລະຫວ່າງ​ກອງທັບ​ມຽນມາ ​ແລະ ບັນດາ​ກຸ່ມຕ່າງໆ ​ທີ່​ອໍານວຍ​ຄວາມ​ສະດວກ​ໂດຍ​ຈີນນັ້ນ ​ໄດ້​ສົ່ງ​ຜົນ​ໃຫ້​ມີ​ຂໍ້​ຕົກລົງ​ຫຼາຍ​ສະບັບ, “ລວມທັງ​ການ​ຢຸດ​ຍິງ​ຊົ່ວຄາວ ​ແລະຍັງຄົງຮັກສາ​ຈັງຫວະຂອງ​ການ​ເຈລະຈາ, ອີງຕາມການກ່າວຢູ່ໃນຖະແຫຼງການ ຂອງໂຄສົກ ກະຊວງການຕ່າງປະເທດຈີນ ທ່ານນາງໝາວ ໜິງ.

ການ​ປະ​ທະ​ກັນ​ໄດ້​ແຜ່​ລາມ​ໄປ​ທົ່ວ​ລັດສານ ທີ່ຕັ້ງຢູ່ທາງ​ພາກ​ເໜືອ​ຂອງ​ມຽນມາ ລຸນຫຼັງກອງທັບ​ງໍອາຣາຄານ ຫຼື AA, ກອງທັບ​ພັນທະ​ມິດ​ເພື່ອປະຊາທິປະ​ໄຕ​ແຫ່ງ​ຊາດຂອງ​ມຽນມາ ຫຼື MNDAA ​ແລະ​ກອງທັບ​ປົດ​ປ່ອຍ​ຊາດ ຕາ ອາງ (Ta'ang) ຫຼື TNLA ​ໄດ້​ທຳ​ການ​ບຸກ​ໂຈມ​ຕີ​ ໃນ​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ.​

ບັນດາ​ກຸ່ມ​ດັ່ງກ່າວ ​ໄດ້​ຍຶດ​ເອົາ​ທີ່​ຕັ້ງ​ທາງທະຫານ ​ແລະ​ສູນ​ກາງ​ເຂດ​ຊາຍ​ແດນ​ທີ່​ສຳຄັນສໍາລັບ​ການ​ຄ້າ​ກັບ​ຈີນ​ໃນ​ອັນ​ທີ່​ນັກວິ​ເຄາະ​ກ່າວ​ວ່າ ​ເປັນ​ການ​ທ້າ​ທາຍ​ທາງ​ທະຫານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລັດຖະບານ ​ນັບ​ແຕ່​ໄດ້​ຍຶດອຳນາດ​ໃນ​ປີ 2021.

ອົງການຂ່າວ ເອເອັຟພີ (AFP) ໄດ້​ຕິດ​ຕໍ່​ຫາກຸ່ມ AA ແລະ ກຸ່ມ MNDAA ເພື່ອ​ຂໍ​ຄວາມ​ເຫັນ, ໃນ​ຂະ​ນະ​ທີ່ກຸ່ມ TNLA ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້ ​ໃນ​ທັນ​ທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG