ສື່ມວນຊົນຈີນ ທີ່ຄວບຄຸມໂດຍລັດຖະບານ ໄດ້ກ່າວໂຈມຕີ ໃນວັນຈັນມື້ນີ້ ການຕໍາໜິຕິ
ຕຽນຂອງສະຫະລັດ ຕໍ່ການກ່າວອ້າງເອົາກໍາມະສິດຂອງຈີນ ເໜືອບໍລິເວນອັນກ້ວາງ
ໃຫຍ່ໃນເຂດທະເລຈີນໃຕ້ ທີ່ເປັນຫົວຂໍ້ຖົກຖຽງກັນນັ້ນ.
ບົດວິຈານຢູ່ໃນໜັງສືພີມ ປະຊາຊົນລາຍວັນ ຂອງພັກຄອມມີວນິສຈີນ ສະບັບຈໍານ່າຍຢູ່
ຕ່າງປະເທດ ກ່າວວ່າ ວໍຊິງຕັນຄວນຈະ “ປິດປາກໄວ້.”
ຈີນ ມີຄວາມໂກດແຄ້ນ ກ່ຽວກັບຄໍາຖະແຫລງຂອງສະຫະລັດ ເມື່ອວັນສຸກຜ່ານມາ ທີ່ເວົ້າ
ວ່າວໍຊິງຕັນກໍາລັງຕິດຕາມເບິ່ງຢ່າງໃກ້ຊິດ ການຖົກຖຽງກັນ ເລື້ອງເຂດນໍ້າແດນດິນຢູ່ທະ
ເລຈີນໃຕ້ນັ້ນ. ຄໍາຖະແຫລງເວົ້າອີກວ່າ ການຕັ້ງຄ້າຍທະຫານ ແລະເມືອງໃໝ່ຂອງຈີນຂື້ນ
ນັ້ນ “ຈະເຮັດໃຫ້ຄວາມເຂັ່ງຕືງ ເພີ່ມທະວີຂື້ນຢູ່ໃນຂົງເຂດ.”
ໃນວັນເສົາຜ່ານມານີ້ ກະຊວງການຕ່າງປະເທດຈີນ ໄດ້ຮຽກໂຕນັກການທູດຂັ້ນສູງຄົນນຶ່ງ
ຂອງສະຫະລັດ ເຂົ້າພົບ ແລະເຕືອນວ່າ ສະຫະລັດຈະຕ້ອງນັບຖືອະທິປະໄຕຂອງຈີນ.
ເມື່ອເດືອນແລ້ວນີ້ ຈີນໄດ້ປະກາດຕັ້ງຄ້າຍທະຫານ ແລະເມືອງໃໝ່ຂື້ນ ຢູ່ເທິງເກາະຕ່າງໆ
ທີ່ເປັນຫົວຂໍ້ຜິດຖຽງກັນກັບອີກຫລາຍປະເທດຢູ່ໃນເຂດທະເລຈີນໃຕ້ນັ້ນ.
ນອກຈາກຈີນແລ້ວ ກໍຍັງມີ ບຣູໄນ ມາເລເຊຍ ຟີລິບປີນ ໄຕ້ຫວັນ ແລະຫວຽດນາມ ທີ່ອ້າງ
ເອົາກໍາມະສິດ ໃນໝູູ່ເກາະເຫລົ່ານັ້ນ.
ຂົງເຂດທີ່ຍາດແຍ່ງກັນນີ້ ຄິດວ່າອຸດົມສົມບຸນໄປດ້ວຍນໍ້າມັນແລະແກ້ສ.