ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ບອກ ຢູ​ເຄ​ຣນ ວ່າ​ເຂົາ​ເຈົ້າ "ບໍ່​ໄດ້​ຂາຍ​ອາ​ວຸດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ" ໃຫ້ ຣັດ​ເຊຍ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ ກ່າວ​ຄຳ​ປ​າ​ໄສ​ຢູ່ກອງ​ປະ​ຊຸມ​ໃຫຍ່​ດ້ານ​ຄວາມ​ໝັ້ນ​ຄົງ ມິວ​ນິກ, ເຢຍ​ຣະ​ມັນ, 17 ກຸມ​ພາ 2024.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ ກ່າວ​ຄຳ​ປ​າ​ໄສ​ຢູ່ກອງ​ປະ​ຊຸມ​ໃຫຍ່​ດ້ານ​ຄວາມ​ໝັ້ນ​ຄົງ ມິວ​ນິກ, ເຢຍ​ຣະ​ມັນ, 17 ກຸມ​ພາ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ຈີນ ໄດ້​ກ່າວ​ຕໍ່​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ​ຈາກ ຢູ​ເຄ​ຣນ ວ່າ ປັກ​ກິ່ງ ບໍ່​ໄດ້​ຂາຍ​ອາ​ວຸດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໃຫ້ ຣັດ​ເຊຍ ສຳ​ລັບ​ການ​ເຮັດ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ກັບ ຢູ​ເຄ​ຣນ, ຖະ​ແຫຼງ​ກາ​ນ​ສະ​ບັບ​ນຶ່ງ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້.

ທ່ານ ຫວັງ ຢີ ໄດ້​ກ່າວ​ຕໍ່​ທ່ານ ດິ​ມິ​ໂຕ​ຣ ຄູ​ເລ​ບາ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ຢູ່ນອກກອງ​ປະ​ຊຸມ​ໃຫຍ່​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ສຳ​ຄັນ​ໃນ​ນະ​ຄອນ ມິວ​ນິກ ປະ​ເທດ ເຢຍ​ຣະ​ມັນ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ຈີນ “ບໍ່​ໄດ້​ສວຍ​ໂອ​ກາດ​ຫາ​ຄວາມ​ໄດ້​ປຽບ​ຈາກ​ສະ​ຖາ​ນະ​ການ​ດັ່ງ​ກ່າວ ແລະ ບໍ່​ໄດ້​ຂາຍ​ອາ​ວຸດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ຕໍ່​ເຂດ​ບັນຫາຂັດ​ແຍ້ງ ຫຼື ຝ່າຍ​ທີ່​ຢູ່​ໃນ​ຄວາມ​ຂັດ​ແຍ້ງ,” ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ຈີນ ເວົ້າ​ວ່າ​ເຂົາ​ເຈົ້າ​ແມ່ນບໍ່​ເຂົ້າ​ຂ້າງ​ໃຜ​ໃນ​ບັນຫາ​ຂັດ​ແຍ້ງ ຢູ​ເຄ​ຣນ ແຕ່​ຖືກ​ຕຳ​ໜິ​ວິ​ຈານ​ສຳ​ລັບ​ການ​ປະ​ຕິ​ເສດ​ທີ່​ຈະ​ກ່າວ​ປະ​ນາມ ມົ​ສ​ກູ ສຳ​ລັບ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ.

ຈີນ ແລະ ຣັດ​ເຊຍ ໄດ້​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ ແລະ ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ, ແລະ ການ​ເປັນ​ຄູ່​ຮ່ວມ​ດ້ານ​ຍຸດ​ທະ​ສາດ​ຂອງ​ເຂົາ​ເຈົ້າ​ກໍ​ໄດ້​ເຕີບ​ໂຕ​ຢ່າງ​ໃກ້​ຊິດ​ຂຶ້ນກວ່​າ​ເກົ່າ​ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ.

ປັກ​ກິ່ງ ໄດ້​ປະ​ເຊີນ​ກັບ​ການ​ກ່າວ​ຫາ​ວ່າ ເຂົາ​ເຈົ້າ​ໄດ້​ສະ​ໜອງ​ອາ​ວຸດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໃຫ້ ຣັດ​ເຊຍ, ເປັນ​ການ​ກ່າວ​ຫາ​ທີ່​ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ຕະຫຼອດ​ມາ.

​ທ່ານ ຫວັງ ໄດ້​ກ່າວ​ຕໍ່​ທ່ານ ຄູ​ເລ​ບາ ວ່າ “ບໍ່​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ຈະ​ປ່ຽນ​ແປງ​ແນວ​ໃດ, ຈີນ ກໍ​ຫວັງ​ວ່າສາຍ​ພົວ​ພັນ​ລະ​ຫວ່າງ ຈີນ ແລະ ຢູ​ເຄ​ຣນ ຈະ​ພັດ​ທະ​ນາ​ຢ່າງ​ປົກ​ກະ​ຕິ ແລະ ສືບ​ຕໍ່​ເປັນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນຂອງທັງສອງ​ຝ່າຍ,” ອີງ​ຕາມຖະ​ແຫຼງ​ການ​ຂອງກະ​ຊວງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG