ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກແທ໊ກຊີ້ ນັດຢຸດງານປະທ້ວງ ໃນເມືອງຫາງໂຈ ແລະຊຽງໄຮ້ ຂອງຈີນ


ຜູຄົນໄປເລາະເຄອງ ຢູຖະໜົນນານຈິງ ໃນຍານການຄາຂອງນະຄອນຊຽງໄຮ (REUTERS/Aly Song)
ຜູຄົນໄປເລາະເຄອງ ຢູຖະໜົນນານຈິງ ໃນຍານການຄາຂອງນະຄອນຊຽງໄຮ (REUTERS/Aly Song)

ການນັດຢຸດງານຂອງພວກຂັບລົດແທກຊີ້ທີ່ຫາງ​ໂຈ ເມືອງທ່ອງທ່ຽວທາງພາກຕາເວັນອອກ ຂອງຈີນ ​ໄດ້ຍືດເຍື້ອມາເປັນມື້ທີ່ສາມ ໃນວັນພຸດມື້ນີ້ ເຖິງແມ່ນລັດຖະບານທ້ອງຖິ່ນ​ໄດ້ສະເໜີ ຈະໃຫ້​ເງິນ​ເກື້ອ​ກຸນຄ່າໂດຍສານ ກໍຕາມ.

ສ່ວນ​ທີ່ເມືອງຊຽງໄຮ້ທາງທິດໃຕ້ຂອງຈີນນັ້ນ ພວກຂັບລົດແທ໊ກຊີ້ກໍໄດ້ພາ ກັນນັດຢຸດງານ ມາຕັ້ງແຕ່ວັນຈັນຜ່ານມານີ້ ຮຽກຮ້ອງໃຫ້ຜ່ອນຜັນລາຄານໍ້າ ມັນທີ່ຖີບຕົວສູງຂຶ້ນ ນັບມື້ ແລະຄ່າທໍານຽມສູງທີ່​ເຂົາ​ເຈົ້າ​ຈ່າຍ​ໃຫ້ແກ່ພວກ ບໍລິສັດລົດແທ໊ກຊີ້ ແລະຄ່າບໍາລຸງຮັກສາ ຖະໜົນຫົນທາງນັ້ນ. ນອກນີ້ແລ້ວ ພວກຂັບແທ໊ກຊີ້ກ່າວວ່າ ພວກເຂົາເຈົ້າສູນເສຍເງິນໄປ ຫລາຍ ເນຶ່ອງຈາກ ຕ້ອງເສຍເວລາກັບລົດຕິດຕາມຖະໜົນນັ້ນນໍາ.

ອໍານາດ​ປົກຄອງເມືອງຊຽງ​ໄຮ້ໄດ້ສະເໜີ​ໃຫ້ເງິນສົງເຄາະ ນຶ່ງຢວນ ຫລື ປະມານ 16 ເຊັນ ຫລືປະມານ 1280 ກີບ ໃຫ້ພວກຂັບແທ໊ກຊີ້ສໍາລັບແຕ່ລະຖ້ຽວ ແລະຈະປັບແກ້ຄ່າແທ໊ກຊີ້ ໃຫ້ສູງຂຶ້ນ ພາຍໃນເດືອນຕຸລາໜ້າ​ນີ້ ຫລັງຈາກມີການພິຈາລະນາຮັບຟັງຄວາມເຫັນຂອງ ມະຫາຊົນ​ແລ້ວ.

ແຕ່ພວກຂັບລົດແທ໊ກຊີ້ຕ້ອງການຢາກ​ໃຫ້​ເພີ່ມຄ່າໂດຍສານຂຶ້ນໂດຍທັນທີ.

ການນັດປະທ້ວງຢຸດງານຂອງພວກຂັບແທ໊ກຊີ້ໃນຄັ້ງນີ້ ນັບວ່າເປັນຮ່ອງຮອຍຂອງຄວາມ ບໍ່ສະຫງົບ​ ທີ່​ເກີດ​ຂຶ້ນໃນທົ່ວປະ​ເທດຈີນ ຍ້ອນລາຄາສິນຄ້າ​ຕ່າງໆທີ່ຖີບຕົວສູງຂຶ້ນນັບມື້ ບວກກັບຄວາມກົດດັນຕ່າງໆທີ່ເປັນຜົນມາ ຈາກການພັດທະນາ ອຸດສາຫະກໍາທີ່ກໍາລັງເຕີບ ໂຕຂຶ້ນຢ່າງວ່ອງໄວນັ້ນ ພວກຄົນງານຍ້າຍ​ຖິ່ນ​ຕາມ​ລະດູ​ການ ໄດ້ພາກັນກໍ່ການຈະລາຈົນ ໃນ ຫລາຍໆຕົວເມືອງ ແລະໃນເດືອນເມສາຜ່ານມານີ້ ພວກຂັບລົດບັນທຸກກໍ ໄດ້ປິດທ່າ ເຮືອແຫ່ງນຶ່ງໃນເມືອງ Shianghai ເພື່ອປະທ້ວງຄາລານໍ້າມັນ ທີ່ສູງຂຶ້ນນັບມື້ນັ້ນ.

XS
SM
MD
LG