ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນໄດ້ປຽບດຸນການຄ້າ ຄືນອີກ


ແຜນທີ່ປະເທດຈີນ
ແຜນທີ່ປະເທດຈີນ

















ຈີນ​ກ່າວ​ວ່າ ຕົນໄດ້​ປຽບການ​ຄ້າຄືນ​ອີກ​ໃນ​ຈໍານວນ​ຫລາຍ​ກວ່າ​ທີ່ຄາດ​ຫວັງ​ໄວ້​ຢ່າງ​ຫລວງ
ຫລາຍ​ໃນ​ເດືອນ​ເມສາ​ຜ່ານ​ມາ​ຫລັງ​ຈາກ​ໄດ້​ຂາດດຸນການ​ຄ້າ​ໃນ​ໄຕ​ມາດ​ທໍາ​ອິດ​ຂອງ​ປີ​ນີ້ ສືບ​
ເນື່ອງ​ມາ​ຈາກ​ການ​ສົ່ງ​ອອກ​ສິນຄ້າເພີ່ມ​ຂຶ້ນໃນ​ປະລິມານ​ສູງ​ສຸດເປັນ​ປະວັດ​ສາດ​ໃນ​ໄລຍະ​
ເດືອນ​ນຶ່ງ.

ການປະກາດ​ໃຫ້​ຮູ້​ໃນ​ວັນ​ອັງຄານ​ມື້​ນີ້ ມີ​ຂຶ້ນ​ທ່າມກາງ​ການ​ພົບ​ປະ​ເຈລະຈາ​ດ້ານ​ເສດຖະກິດ
ໃນ​ລະດັບ​ສູງ​ທີ່​ກຸງ​ວໍ​ຊິງ​ຕັນ ບ່ອນ​ທີ່​ບັນດາ​ເຈົ້າໜ້າ​ທີ່​ຝ່າຍ​ກຸງປັກ​ກິ​ງກໍາລັງ​ປະ​ເຊີນ​ກັບ​ຄວາມ​
ກົດ​ດັນ​ເພື່ອເຮັດໃຫ້ການຄ້າ​ຂອງ​ຕົນ​ກັບ​ສະຫະລັດ ​ສົມ​ດຸນ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນກ່າວ​ວ່າ ການ​ໄດ້​ປຽບ​ດຸນ​ການ​ຄ້າ​ໃນ​ເດືອນ​ເມສາມີ​ມູນ​ຄ່າ 11ພັນ 400
ລ້ານ​ໂດ​ລາ ຊຶ່ງ​ເປັນ​ຈໍານວນ​ທີ່​ສູງ​ກວ່າ​ພວກ​ນັກວິ​ເຄາະ​ໄດ້​ຄາດກັນ​ໄວ້​ກ່ອນ ຖ້າ​ສົມ​ທຽບ​ໃສ່
ກັບ​ການ​ໄດ້​ປຽບ​ດຸນ​ການ​ຄ້າ​ພຽງ​ແຕ່ 140 ລ້ານ​ໂດ​ລາ​ໃນ​ເດືອນ​ມີນາ ​ແລະ​ການ​ຂາດ​ດຸນ​
ການ​ຄ້າ​ສຸດທິ​ສໍາລັບ​ໄລຍະ 3 ​ເດືອນ​ທໍາ​ອິດ​ຂອງ​ປີ​ນີ້.

ລາຍ​ງານ​ແຈ້ງ​ໃຫ້​ຊາບ​ວ່າການ​ສົ່ງ​ອອກ​ສິນຄ້າ​ສໍາລັບ​ເດືອນ​ນຶ່ງ​ມີ​ມູນ​ຄ່າ 156 ພັນ​ລ້ານ​ໂດ​ລາ
ຊຶ່ງ​ເປັນ​ຈໍານວນ​ເພີ່ມ​ຂຶ້ນ​ເກືອບ 30 ​ເປີ​ເຊັນ​ສູງ​ກວ່າ​ໃນ​ໄລຍະ​ເດືອນ​ເມສາ​ໃນ​ປີ 2010 ແລະ
ເປັນ​ມູນຄ່າ​ສູງ​ສຸດ​ໃນ​ໄລຍະ​ເດືອນ​ນຶ່ງ​ໃນ​ປະວັດ​ສາດ. ການປະກາດ​ທີ່​ວ່າ​ນີ້​ເບິ່ງ​ຄື​ວ່າ ຈະ​ເຮັດ
ໃຫ້ຄວາມ​ເປັນ​ຫ່ວງ​ໃດໆ​ກໍດີຜ່ອນຄາຍ​ລົງ​ ທີ່​ວ່າການ​ເອົາ​ບາດກ້າວ​ຕ່າງໆຂອງລັດຖະບານ
ເພື່ອ​ຕໍ່ສູ້​ກັບ​ສະພາວະ​ເງິນ​ເຟີ້​ອາດ​ຈະ​ສ້າງຄວາມເສຍ​ຫາຍໃຫ້ແກ່​ການ​ສົ່ງ​ອອກ​ສິນຄ້າ​ນັ້ນ.

XS
SM
MD
LG