ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕິດຕັ້ງ ຍອດຕຶກ ສູງທີສອງ ຂອງໂລກ ຢູ່ຊຽງໄຮ້ ສໍາເລັດແລ້ວ (ວີດິໂອ)

ຄົນງງານຜູ້ນຶ່ງເຂົ້າຮ່ວມພິທີເອົາເສົາຂຶ້ນຕິດຕັ້ງ ຢູ່ເທິງຈອມຕຶກ Shianghai Tower ໃນຂະນະທີ່ລົດຍົກໄດ້ຍົກເສົາສຸດທ້າຍ ຂຶ້ນໄປ​ຕັ້ງໃສ່ຈອມຕຶກດັ່ງກ່າວ ທີ່ກໍາລັງກໍ່ສ້າງຢູ່ໃນເມືອງ Pudong ຊຶ່ງເປັນສູນກາງທາງການເງິນ ຢູ່ນະຄອນຊຽງໄຮໃນວັນທີ 3 ສິງຫາ 2013.

ພວກຄົນງານໄດ້​ເສັດ​ສິ້ນການ​ກໍ່ສ້າງຕຶກທີ່ສູງ​ເປັນອັນດັບສອງ
ໃນໂລກ ຢູ່ໃນນະຄອນຊຽງໄຮ້ຊຶ່ງເປັນສູນກາງການຄ້າຂອງຈີນ.

​ເສົາສຸດທ້າຍໄດ້ຖືກຍົກຂຶ້ນໄປ​ຕັ້ງໃສ່ຍອດທີ່ສູງ 632 ແມັດຂອງ​
ຕຶກ​ຫໍສູງ​ຊຽງ​ໄຮ້ ຫລື Shianghai Tower ໃນວັນເສົາມື້ນີ້ແລ
ະກໍ​ໄດ້ຕິດຕັ້ງໃສ່ ໂດຍມີພິທີການປັກທຸງ​ໃຫ້ປີວສະບັດ.

ລຸນຫລັງພິທີການດັ່ງກ່າວນີ້​ແລ້ວ ພວກຄົນງານກໍ​ເລີ້ມ​ເຮັດ​ວຽກກໍ່ສ້າງຢູ່ທາງໃນຂອງຕຶກ.
ເມື່ອມັນສ້າງສໍາເລັດໃນປີໜ້າ ຕຶກດັ່ງກ່າວຈະບັນຈຸຮ້ານຂາຍເຄື່ອງຍ່ອຍ ຕະຫຼອດທັງຫ້ອງ
ການ, ໂຮງແຮມອັນຫລູຫລາ, ແລະອາດຈະມີຫໍພິພິດ ທະພັນອີກດ້ວຍ.

ຕຶກ​ນີ້​ແມ່ນອອກແບບໂດຍບໍລິສັດສະຖາປະນິກ Gensler ຂອງອາເມຣິກາ ຊຶ່ງ​ເປັນ​ຕຶກທີ່
ເຮັດດ້ວຍແກ້ວແລະເຫລັກ ທີ່​ມີ​ແຕ່ຕຶກ Burj Khalifa ຂອງ Dubai ​ເທົ່າ​ນັ້ນ ທີ່ສູງເກືອບ 830 ແມັດ ລື່ນ​ຕຶກ​ຫຼັງນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Construction of the Tallest Building in China
please wait

No media source currently available

0:00 0:00:30 0:00
XS
SM
MD
LG