ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ສະໜັບສະໜູນ ກິລາໂອລິມປິກ ສີຂຽວ ແຕ່ກຽມຕໍ່ສູ້ກັບຄວັນ


ພາບສະແດງໃຫ້ເຫັນຕຶກສູງໃນນະຄອນຫຼວງປັກກິ່ງ ຖືກປົກຄຸມດ້ວຍຄວັນ, 15 ມີນາ, 2021.
ພາບສະແດງໃຫ້ເຫັນຕຶກສູງໃນນະຄອນຫຼວງປັກກິ່ງ ຖືກປົກຄຸມດ້ວຍຄວັນ, 15 ມີນາ, 2021.

ຈີນ ແມ່ນກຳລັງໃຊ້ກິລາໂອລິມປິກລະດູໜາວ ເພື່ອຜັກດັນຄວາມພະຍາຍາມຂອງເຂົາເຈົ້າທີ່ຈະປັບປຸງສິ່ງແວດລ້ອມ, ແຕ່ນະຄອນຫຼວງ ປັກກິ່ງ ທີ່ມີທ່າທີ່ວ່າຈະຖືກປົກຄຸມໂດຍຄວັນນັ້ນ ຍັງໄດ້ກະກຽມສຳລັບເຫດການຮ້າຍແຮງທີ່ສຸດໃນຂະນະທີ່ພິທີເປີດກິລາແມ່ນກຳລັງຫຍັບໃກ້ເຂົ້າມາ.

ປັກກິ່ງ ໄດ້ປັບປຸງຄຸນນະພາບອາກາດຂອງເຂົາເຈົ້າ ນັບຕັ້ງແຕ່ ຈີນ ໄດ້ຊະນະການສະເໜີຊື່ເປັນເຈົ້າພາບຈັດກິລາດັ່ງກ່າວ, ແຕ່ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມໄດ້ກ່າວວ່າ ຄວາມສ່ຽງຈາກຄວັນລະດູໜາວແມ່ນຍັງຄົງ “ຮຸນແຮງ” ຢູ່.

ໂຄສົກກະຊວງ ທ່ານ ຫຼິວ ຢູບິນ ໄດ້ກ່າວຕໍ່ບັນດານັກຂ່າວເມື່ອາທິດທີ່ຜ່ານມາວ່າ ແຜນການສຸກເສີນແມ່ນໄດ້ຖືກກະກຽມໄວ້ແລ້ວ.

ທ່ານໄດ້ກ່າວວ່າ “ເມື່ອເຖິງເວລາ, ປັກກິ່ງ ແລະ ແຂວງ ເຮເບີຍ ຈະຖືກນຳພາໃຫ້ຮັບເອົາມາດຕະການປົກປ້ອງສິ່ງແວດລ້ອມທີ່ມີເຫດຜົນ ໂດຍສອດຄ່ອງກັບກົດໝາຍ.”

ຂ່າວນອງນັນທີ່ວ່າການປ່ອຍມົນລະພິດຈາກອຸດສາຫະກຳໜັກຢູ່ໃນເຂດດັ່ງກ່າວໄດ້ຖືກປິດຈາກວັນທີ 1 ມັງກອນນັ້ນ, ຢ່າງໃດກໍຕາມ ແມ່ນບໍ່ເປັນຄວາມຈິງ.

ບັນດານັກວິຈານໄດ້ເຕືອນໃນປີ 2015, ເວລາທີ່ ຈີນ ໄດ້ຊະນະການສະເໜີຊື່ຂອງເຂົາເຈົ້າວ່າ ກິລາໂອລິມປິກລະດູໜາວ ອາດຖືກຄອບງຳໂດຍຄວັນທີ່ອັນຕະລາຍໃນພາກພື້ນທີ່ຖືກປົກຄຸມໂດຍອຸດສາຫະກຳໜັກ. ປະທານປະເທດ ສີ ຈິ່ນຜິງ ໄດ້ປະຕິຍານໃນເວລາຕໍ່ມາວ່າຈະດຳເນີນການແຂ່ງຂັນກິລາທີ່ເປັນ “ສີຂຽວ” ແລະ ແຂວງ ເຮເບີຍ ໄດ້ສັນຍາທີ່ຈະ “ຫັນປ່ຽນ ແລະ ປັບປຸງ” ເສດຖະກິດອຸດສາຫະກຳຂອງເຂົາເຈົ້າ.

ນັບຕັ້ງແຕ່ນັ້ນມາ, ຈີນ ໄດ້ປູກຕົ້ນໄມ້ໃສ່ພື້ນທີ່ຫຼາຍພັນເຮັກຕາໃນ ປັກກິ່ງ ແລະ ອ້ອມແຂວງ ເຮເບີຍ, ສ້າງຟາມກັງຫັນລົມ ແລະ ແສງແດດ, ແລະ ຍ້າຍທີ່ຕັ້ງຂອງຫຼາຍຮ້ອຍບໍລິສັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG