ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເອົາ​ໝີ​ໃຫຍ່​ແພນ​ດ້າ ​ກັບ​ຄືນ ທ່າມ​ກາງ​​ທີ່​ມີ​ຄວາມ​ສຳ​ພັນ​ທາງ​ການ​ທູດ ​ແບບ​ເຢັນ​ຊາ ກັບ​ວໍ​ຊິງ​ຕັນ


ສະ​ມາ​ຊິກ​ຄົນ​ນຶ່ງ​ຂອງ​ທີມ​ງານ ​ຮັກ​ສາ​ໝີ​ແພນ​ດ້າ ເອົາ​ມື​ຈັບ​ເບິ່ງ​ບ່ອນ​ຂັງ ຊາວ ສີ ຈີ (Xiao Qi Ji) ​ຂະ​ນະ​ທີ່​ລົດ​ແກ່​ພວມ​ແລ່ນ​ອອກ​ໄປ​ຈາກ​ສວນ​ສັດ​ສ​ມິດ​ໂຊ​ນຽນ​ແຫ່ງ​ຊາດ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 8 ພະ​ຈິກ 2023.
ສະ​ມາ​ຊິກ​ຄົນ​ນຶ່ງ​ຂອງ​ທີມ​ງານ ​ຮັກ​ສາ​ໝີ​ແພນ​ດ້າ ເອົາ​ມື​ຈັບ​ເບິ່ງ​ບ່ອນ​ຂັງ ຊາວ ສີ ຈີ (Xiao Qi Ji) ​ຂະ​ນະ​ທີ່​ລົດ​ແກ່​ພວມ​ແລ່ນ​ອອກ​ໄປ​ຈາກ​ສວນ​ສັດ​ສ​ມິດ​ໂຊ​ນຽນ​ແຫ່ງ​ຊາດ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 8 ພະ​ຈິກ 2023.

ໝີໃຫຍ່ແພນດ້າ 3 ໂຕ ທີ່ສວນສັດສມິດໂຊນຽນແຫ່ງຊາດ ພວມເດີນທາງກັບຄືນໄປຈີນໃນວັນພຸດວານນີ້ ໂດຍມີໝີໃຫຍ່ແພນດ້າເຫຼືອໄວ້ພຽງບໍ່ເທົ່າໃດໂຕຢູ່ໃນທະວີບອາເມຣິກາເໜືອ ທ່າມກາງຄວາມເຄັ່ງຕຶງໃນຄວາມສຳພັນທາງດ້ານການທູດ ລະຫວ່າງສະຫະລັດແລະຈີນ.

ເວລານີ້ ອາຍຸ 25 ແລະ 26 ປີຕາມລຳດັບ ໝີໃຫຍ່ແພນດ້າ ເໝຊຽງ (Mei Xiang) ແລະທຽນທຽນ (Tian Tian) ເດີນທາງມາສະຫະລັດ ໃນປີ 2000 ແລະໄດ້ປະຈຳຢູ່ທີ່ສວນສັດວໍຊິງຕັນ ນັບແຕ່ນັ້ນມາ.


ໃນປີ 2020 ພວກເຂົາໄດ້ລູກນ້ອຍຊື່ ຊາວ ສີ ຈີ (Xiao Qi Ji) ຫຼື “ໝີນ້ອຍປະຕິຫານ” ແຕ່ເວລານີ້ ໝີທັງສາມ ຄືພໍ່ແມ່ ແລະລູກ ພວມຂຶ້ນເຮືອບິນຂົນສົ່ງ ເປັນເວລາ 19 ຊົ່ວໂມງ ເດີນທາງໄປເມືອງເຊັງດູ ປະເທດຈີນ.


ສວນສັດສມິດໂຊນຽນໄດ້ໃຊ້ເງກິນຫຼາຍໆລ້ານໂດລາ ໃນໄລຍະຫຼາຍໆປີທີ່ຜ່ານມາ ໂດຍສະເພາະແລ້ວ ແມ່ນເພື່ອຊ່ວຍໝີແພນດ້າ ເກີດ ແລະລ້ຽງດູຢ່າງປອດ ແລະໃນແຕ່ລະປີໄດ້ຈ່າຍເງິນ 500,000 ໂດລາ ໃຫ້ແກ່ອົງການອະນຸລັກສັດປ່າຂອງຈີນ ອີງຕາມສັນຍາສະບັບຫຼ້າສຸດຂອງສວນສັດດັ່ງກ່າວ.


ໃນຕອນເຊົ້າໆ ພວກນັກຂ່າວໄດ້ເຫັນໝີແພນດ້າ ຂັງຢູ່ໃນຄອກທີ່ມີການລະບາຍອາກາດຂະໜາດໃຫຍ່ ແລະແກັດໝາກແອັບໂປ້ ພ້ອມດ້ວຍໜໍ່ໄມ້ ຖືກແກ່ອອກໄປຈາກສວນສັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG