ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ນຳ ໄຕ້ຫວັນ ຢ້ຽມຢາມ ສຫລ ເພື່ອຊຸກຍູ້ ພາບພົດໃນປະເທດ ແຕ່ເຮັດໃຫ້ຈີນໂກດແຄ້ນ


ປະທານາທິບໍດີໄຕ້ຫວັນ ທ່ານ​ນາງ​ໄຊ ອິງ ​ເວັນ ແລະສະມາຊິກ ສະພາຕໍ່າ ທ່ານເອດ ຣອຍສ໌ ແລະສະມາຊິກສະພາຕໍ່າ ແມ່ຍິງ ສະຫະລັດ ທ່ານນາງ ຈູລີ ຈູ ເຂົ້າຮ່ວມຮັບປະທານອາຫານຄໍ່າ ທີ່ນະຄອນລອສ ແອນເຈີລິສ ວັນທີ 12 ສິງຫາ 2018.
ປະທານາທິບໍດີໄຕ້ຫວັນ ທ່ານ​ນາງ​ໄຊ ອິງ ​ເວັນ ແລະສະມາຊິກ ສະພາຕໍ່າ ທ່ານເອດ ຣອຍສ໌ ແລະສະມາຊິກສະພາຕໍ່າ ແມ່ຍິງ ສະຫະລັດ ທ່ານນາງ ຈູລີ ຈູ ເຂົ້າຮ່ວມຮັບປະທານອາຫານຄໍ່າ ທີ່ນະຄອນລອສ ແອນເຈີລິສ ວັນທີ 12 ສິງຫາ 2018.

ປະທານາທິບໍດີ​ໄຕ້ຫວັນ ​ທີ່ໄດ້​ເດີ​ນທາງ​ມາສະ​ຫະລັດ​ຢ່າງ​ເປີດເຜີຍແບບບໍ່ຄ່ອຍ ມີມາ​
ກ່ອນ​ໃນ​ເດືອນ​ນີ້ ໄດ້ເຮັດພາບ​ພົດ​ຂອງ​ທ່ານ​ນາງ ຢູ່ພາຍໃນປະເທດດີຂຶ້ນ ​ແຕ່​ເຮັດ​ໃຫ້
ປັກ​ກິ່ງ​ໂກດ​ແຄ້ນ ທີ່ພາ​ໃຫ້​ຈີນ​ບອຍຄອດ​ເຄືອ​ຄ່າຍ​ຮ້ານ​ກາ​ເຟ ທີ່​ໄຕ້​ຫວັນ​ເປັນ​ເຈົ້າ​ຂອງ
​ແລະ​ອາດ​ສູນ​ເສຍ​ພັນທະ​ມິດທາງ​ການ​ທູດ​ຄັ້ງຫ​ລ້າ​ສຸດ.

ທ່ານ​ນາງ​ໄຊ ອິງ ​ເວັນ ​ໄດ້​ກ່າວຄຳປາໄສໃນ​ວັນທີ 13 ສິງຫາຜ່ານມາ ທີ່​ນະ ຄອນ​ລອສ
​ແອ​ນ​ເຈີ​ລິ​ສ ​ແລະ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ​ ໄດ້​ກາຍ​ມາ​ເປັນ​ປະທາ ນາທິບໍດີໄຕ້​ຫັວນຄົນ
​ທຳ​ອິດ ນັບ​ແຕ່ຊຸມປີ 1970 ທີ່​ໄດ້​ມາ​ຢ້ຽມຢາມສະຖານ​ທີ່​ຂອງລັດຖະບານ​ກາງ ​ເວລາ​
ທ່າ​ນນາງ​ໄດ້ໄປ​ຢ້ຽມຢາມ​ສູນ​ກາງ​ອະວະກາດ​ຈອນ​ສັນ ​ທີ່​ນະຄອນ​ຮິວສ​ຕັນ ຂອງອົງ
ກາ​ນນາ​ຊາ.

ຊາວໄຕ້ຫວັນອາເມຣິກັນ ພາກັນສະໜັບສະໜູນນຄ້ອນຮັບ ປະທານາທິບໍດີໄຕ້ຫວັນ ທ່ານ​ນາງ​ໄຊ ອິງ ​ເວັນ ລະຫວ່າງການຢ້ຽມຢາມຫໍສະມູດເຣກັນ ທີ່ຊິມີ ວາເລ ວັນທີ 13 ສິງຫາ 2018.
ຊາວໄຕ້ຫວັນອາເມຣິກັນ ພາກັນສະໜັບສະໜູນນຄ້ອນຮັບ ປະທານາທິບໍດີໄຕ້ຫວັນ ທ່ານ​ນາງ​ໄຊ ອິງ ​ເວັນ ລະຫວ່າງການຢ້ຽມຢາມຫໍສະມູດເຣກັນ ທີ່ຊິມີ ວາເລ ວັນທີ 13 ສິງຫາ 2018.

ທ່ານ​ນາງ​ໄຊ ​ໄດ້​ຢຸດແວ່ ​ໃນລະຫວ່າງເດີນທາງໄປຢ້ຽມຢາມ​ບັນດາ​ພັນ​ທະ​ມິດ​ໃນລາ​
ຕິ​ນອາ​ເມຣິກາ ທີ່​ໄດ້​ມີຄວາມສຳຄັນ​ຫຼາຍ​ກວ່າ​ການ​ເດີນທາງ​ຂອງ​ບັນດາ​ປະທານາທິ
ບໍດີ​ຄົນ​ກ່ອນໆນັ້ນ ທີ່​ບັນດາ​ນັກວິ​ເຄາ​ກ່າວ​ວ່າ ເຮັດ​ໃຫ້​ຈີນ​ໂກດ​ແຄ້ນ​.

ປັກ​ກິ່ງ​ໄດ້​ຮຽກຮ້ອງໃຫ້ສະຫະລັດຍົກເລີກການ​ຢຸດແວ່​ຂອງທ່ານ​ນາງ​ໄຊ ​ແລະ​ກ່າວ​
ຫາ​ທ່ານ​ນາງ​ໄຊ​ວ່າ ພະຍາຍາມ​ແຍກ​ໄຕ້​ຫວັນ ອອກຈາກ​ຈີນ.

ປະທານາທິບໍດີໄຕ້ຫວັນ ທ່ານ​ນາງ​ໄຊ ອິງ ​ເວັນ ຢືນຢູ່ໃກ່ກັບແຜ່ນກຳແພງເບລິນ ທີ່ຫໍສະມູຸດຣິກັນ ທີຊິມີວາເລ ວັນທີ13 ສິງຫາ 2018.
ປະທານາທິບໍດີໄຕ້ຫວັນ ທ່ານ​ນາງ​ໄຊ ອິງ ​ເວັນ ຢືນຢູ່ໃກ່ກັບແຜ່ນກຳແພງເບລິນ ທີ່ຫໍສະມູຸດຣິກັນ ທີຊິມີວາເລ ວັນທີ13 ສິງຫາ 2018.

ປະຊາຊົນຊາວ​ຈີນຮຽກ​ຮ້ອງ​ໃຫ້ບອຍຄອດເຄືອຄ່າຍ​ຮ້ານກາເຟ 85C ທີ່​ໄຕ້​ຫວັນ​ເປັນ​
ເຈົ້າ​ຂອງ ແລະ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄຕ້​ຫວັນ​ໄດ້​ຕັດ​ສາຍສຳພັນ​ກັບ​ແອ​ລ ຊາລວາ​ດໍ
ທີ່​ໄດ້​ກາຍ​ມາ​ເປັນ​ປະ​ເທດ​ທີ່​ຫ້າ ພາຍ​ໃນ​ໄລຍະສອງ​ປີ ເພື່ອຫັນໄປ​ຮັບຮູ້ຈີນ.

ຈີນ​ໄດ້​ອ້າງເອົາ​ອະທິປະ​ໄຕ​ເໜືອ​ໄຕ້​ຫວັນ ໂດຍກ່າວ​ວ່າ ປະເທດເກ​າະດອນ​ທີ່ປົກ
ຄອງຕົນ​ເອງດັ່ງກ່າວ ບໍ່​ມີ​ສິດ​ທີ່ຈະມີຄວາມ​ສຳພັນ​ກັບ​ຕ່າງປະ​ເທດໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG