ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຕ້ຝຸ່ນ Soudelor ຖະຫລົ່ມໄຕ້ຫວັນ ເຮັດໃຫ້ຢ່າງໜ້ອຍ 4 ຄົນ ເສຍຊີວິດ


China Taiwan Typhoon
please wait
Embed

No media source currently available

0:00 0:00:36 0:00

ໄຕ້ຝຸ່ນ Soudelor ໄດ້ຖະຫຼົ່ມເກາະໄຕ້ຫວັນດ້ວຍຝົນຕົກໜັກ
ແລະລົມແຮງໃນວັນເສົາມື້ນີ້ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ
4 ຄົນ ກ່ອນທີ່ຈະມຸ່ງໜ້າສູ່ຈີນແຜ່ນດິນໃຫຍ່.

ລາຍງານຂ່າວໂທລະພາບສະແດງໃຫ້ເຫັນວ່າ ມີຜູ້ຄົນຈຳນວນ
ນຶ່ງໄດ້ຕົກຄ້າງ ຢູ່ຕາມເຂດແຄມຝັ່ງແມ່ນ້ຳຕ່າງໆ ແລະເກີດດິນ ເຈື່ອນລົງມາທັບຫລາຍໆບ້ານ. ຢູ່ໃນບາງເຂດມີຝົນຕົກໜັກສູງ
ເຖິງ 1,000 ມີລລີແມັດ.

ໄຕ້ຝຸ່ນ Soudelor ຊຶ່ງໄດ້ພັດຂຶ້ນບົກໃນຕອນເຊົ້າວັນເສົາມື້ນີ້
ໄດ້ນຳເອົາລົມ ທີ່ມີຄວາມແຮງເຖິງ 200 ກິໂລແມັດຕໍ່ຊົ່ວໂມງ
ໄປພ້ອມນັ້ນ ໂດຍເຮັດໃຫ້ຕົ້ນໄມ້ ປ້າຍໂຄສະນາ ແລະເສົາໄຟຟ້າຫັກ.

ເຈົ້າໜ້າທີ່ເວົ້າວ່າ ມີຫລາຍກວ່າ 2 ລ້ານຄົນ ບໍ່ມີໄຟຟ້າໃຊ້.

ພວກທີ່ເສຍຊີວິດ ແມ່ນຮວມທັງເດັກຍິງອາຍຸ 8 ຂວບ ແລະແມ່ຂອງນາງ ທີ່ໄດ້ຖືກນ້ຳພັດ ອອກໄປສູ່ທະເລ ໃນຂະນະທີ່ລົມພາຍຸເຄື່ອນເຂົ້າໄປໃກ້ໆ. ນອກນັ້ນຍັງມີອີກ 4 ຄົນຫາຍ ສາບສູນ. ມີຜູ້ໄດ້ຮັບບາດເຈັບບໍ່ຕ່ຳກວ່າ 60 ຄົນບາງຄົນແມ່ນເປັນຍ້ອນເສດຊາກຫັກພັງ
ປິວເຂົ້າໄປຕຳເອົາ.

ບັນດາ​ເຈົ້າ​ໜ້າໄຕ້ຫວັນໄດ້ປິດ​ຫ້ອງການ​ຕ່າງໆ ແລະໂຮງຮຽນ. ຖ້ຽວບິນຈຳນວນນຶ່ງແລະ ການຂົນສົ່ງອື່ນໆ ໄດ້ຖືກໂຈະເປັນການຊົ່ວຄາວ ແລະປະຊາຊົນຫຼາຍໆຮ້ອຍ​ຄົນ ​ໄດ້​ພາ
ກັນເຂົ້າໄປອາໄສຢູ່ໃນບ່ອນຫຼົບໄພຂອງລັດຖະບານ ແລະທະຫານໄດ້ຮັບຄຳສັ່ງໃຫ້ກຽມ ພ້ອມໃນການປະຕິບັດງານກູ້ສຸກເສີນ.

ເປັນທີ່ຄາດກັນວ່າ ໄຕ້ຝຸ່ນ Soudelor ຈະເຄື່ອນຍ້າຍ ອອກຈາກເກາະໄຕ້ຫວັນ ໃນຕອນ ແລງຂອງວັນເສົາມື້ນີ້ໂດຍຈະພັດຂ້າມຊ່ອງແຄບໄຕ້ຫວັນແລະມຸ່ງໜ້າສູ່ແຂວງຟູຈ້ຽນຂອງ ຈີນແຜ່ນດິນໃຫຍ່ບ່ອນທີ່ເຈົ້າໜ້າທີ່ໄດ້ສັ່ງໃຫ້ຍົກຍ້າຍປະຊາຊົນແລ້ວຢ່າງໜ້ອຍ 158 ພັນ
ຄົນ.

ໃນຕົ້ນອາທິດນີ້ ພວກນັກພະຍາກອນອາກາດປະກາດວ່າ ໄຕ້ຝຸ່ນ Soudelor ຈະເປັນລົມ ໄຕ້ຝຸ່ນທີ່ແຮງທີ່ສຸດ ມາຮອດປັດຈຸບັນສຳລັບປີນີ້ ແຕ່ແນວໃດກໍຕາມ ມັນໄດ້ອ່ອນກຳລັງລົງ ແລ້ວ.

XS
SM
MD
LG