ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ຢາກຟື້ນຟູ ການຕິດຕໍ່ ທາງທະຫານ ກັບຈີນ


ທ່ານ Roberts Gates ລັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງສະຫະລັດ
ທ່ານ Roberts Gates ລັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງສະຫະລັດ

ສະຫະລັດ ຮ້ອງຂໍໃຫ້ຈີນ ຟື້ນຟູ ຄວາມສຳພັນ ທາງດ້ານທະຫານ ທັງໆທີ່ໄດ້ເກີດ ບັນຫາຂັດແຍ້ງ ກ່ຽວກັບ ການຂາຍອາວຸດ ຂອງສະຫະລັດ ໃຫ້ແກ່ໃຕ້ຫວັນ.

ໃນການຖະແຫຼງ ຕໍ່ພວກນັກຂ່າວ ທີ່ກອງປະຊຸມ ວ່າດ້ວຍ ຄວາມໝັ້ນຄົງ ຢູ່ສິງກະໂປ ໃນວັນເສົາມື້ນີ້ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ROBERT GATES ກ່າວວ່າ ການຕັດສິນໃຈຂອງຈີນ ທີ່ໄດ້ຕັດຂາດ ການຕິດຕໍ່ ທາງດ້ານທະຫານ ກັບສະຫະລັດ ໃນຕົ້ນປີນີ້ ອາດບ່ອນທຳລາຍ ສະເຖຍລະພາບ ຢູ່ໃນຂົງເຂດ.

ທ່ານ GATES ເວົ້າວ່າ ມັນເປັນທີ່ຈະແຈ້ງວ່າ ການຢຸດຊະງັກລົງ ໃນຄວາມສຳພັນ ທາງດ້ານທະຫານ ລະຫວ່າງ ສະຫະລັດ ກັບຈີນ ຈະບໍ່ປ່ຽນແປງ ນະໂຍບາຍ ຂອງວໍຊິງຕັນ ທີ່ມີຕໍ່ໃຕ້ຫວັນ ແຕ່ປະການໃດ.

ປັກກິ່ງ ໄດ້ຕັດຂາດ ການຕິດຕໍ່ ລະຫວ່າງທະຫານ ກັບທະຫານ ຫຼັງຈາກ ລັດຖະບານ ທ່ານໂອບາມາ ແຈ້ງໃຫ້ ລັດຖະສະພາ ສະຫະລັດຊາບ ໃນເດືອນມັງກອນ ຜ່ານມາ ກ່ຽວກັບ ແຜນການຂາຍອາວຸດ ໃຫ້ແກ່ໃຕ້ຫວັນ ທີ່ມີມູນຄ່າ ຫຼາຍເຖິງ 6 ພັນ 400 ລ້ານໂດລາ. ນອກນັ້ນ

ຈີນຍັງໄດ້ປະຕິເສດ ຕໍ່ການສະເໜີ ຢຸດແວ່ໂດຍ ທ່ານ GATES ໃນລະຫວ່າງ ທີ່ທ່ານເດີນທາງ ໄປຢ້ຽມຢາມ ເອເຊຍ.

ທ່ານ GATES ກ່າວວ່າ ການຂາຍອາວຸດ ບໍ່ໄດ້ເປັນໄພຂົ່ມຂູ່ ຍ້ອນວໍຊິງຕັນ ບໍ່ໄດ້ໃຫ້ການ ສະໜັບສະໜຸນ ການເປັນເອກກະລາດ ຂອງໃຕ້ຫວັນ.

XS
SM
MD
LG