ມັນເປັນທີ່ແຈ້ງຂາວວ່າ ໝູໂຕນຶ່ງໄດ້ຖືກໂຍນລົງໃນທະເລ ຈາກປະເທດຈີນ ໄຫຼລົງມາ
ໃນມື້ກ່ອນວັນປີໃໝ່ເລາະຕາມເຂດ ກິນເໝິນ ທີ່ເປັນເກາະດອນຢູ່ນອກໄຕ້ຫວັນ. ຕໍ່ມາ
ພວກກວດກາດ້ານການກະເສດທ້ອງຖິ່ນ ໄດ້ທົດສອບເຫັນເຊື້ອພະຍາດໄຂ້ຫວັດອາ
ຟຣິກາ ທີ່ເປັນພະຍາດຕິດແປດທີ່ນຳໄປສູ່ການຂ້າໝູຈຳນວນ 600,000 ໂຕຢູ່ໃນ
ປະເທດຈີນ.
ຈະຖີ້ມຊາກສັດນັ້ນໄປເລື້ອຍໆບໍ? ຢ່າ ຢ່າຊູເຮັດ. ໝູໃຫຍ່ສີຂີ້ເຖົ່າຂະໜາດກາງ ໄດ້
ກາຍມາເປັນຮູບພາບຂ່າວບໍ່ພຽງແຕ່ຢູ່ໃນບ້ານເຮືອນໃນໄຕ້ຫວັນ ແຕ່ຍັງເປັນບັນຫາ
ໃໝ່ທີ່ສະແດງໃຫ້ເຫັນຄວາມເລິກແລບຂອງການເມືອງທີ່ບອບບາງລະຫວ່າງຜູ້ນຳ
ຂອງໄຕ້ຫວັນ ກັບຈີນ.
ໄຕ້ຫວັນຕ້ອງການຢາກໃຫ້ຈີນສົ່ງຂໍ້ມູນເພີ້ມເຕີມກ່ຽວກັບໝູ ເພື່ອວ່າພວກເຈົ້າໜ້າ
ທີ່ໃນໄຕ້ຫວັນຈະສາມາດຊ່ວຍຢັບຢັ້ງໄຂ້ຫວັດຈາກການເຂົ້າມາເຖິງອຸດສາຫະກຳ
ຍັກໃຫຍ່ຂອງຕົນ.
ຈີນຍັງບໍ່ທັນໄດ້ຕອບໜັງສືຂອງສະພາກະເສດຂອງໄຕ້ຫວັນ ກ່ຽວກັບໝູ ຫຼືບໍ່
ເວົ້າຫຍັງທັງໝົດ. ຜູ້ນຳຄອມມິວນິສ ເຫັນການປົກຄອງຕົນເອງຂອງໄຕ້ຫວັນວ່າ
ເປັນພາກສ່ວນດີນແດນຂອງຕົນ ບໍ່ແມ່ນປະເທດທີ່ແບ່ງແຍກອອກໄປ ແລະຈະບໍ່
ເວົ້າຫຍັງທັງໝົດ ນອກຈາກວ່າລັດຖະບານຢູ່ໃນໄຕເປຈະເຫັນພ້ອມວ່າ ທັງສອງ
ຝ່າຍເປັນປະເທດດຽວກັບຈີນ.