ທ່ານ Xi Jinping ປະທານປະເທດຈີນແລະຫົວໜ້າພັກຄອມມິວ
ນິດຈີນ ໄດ້ພົບປະກັບທ່ານ Eric Chu ຫົວໜ້າພັກຈີນຄະນະຊາດ
ຂອງລັດຖະບານໄຕ້ຫວັນ ທີ່ກຳລັງທຳການຢ້ຽມຢາມຈີນ ເພື່ອສົນ
ທະນາກັນເລື້ອງເຫດການຜັນຂະຫຍາຍ ຕ່າງໆ ທີ່ກຳລັງດຳເນີນ
ສືບຕໍ່ມາ ໃນຄວາມສຳພັນຂ້າມຊ່ອງແຄບໄຕ້ຫວັນນັ້ນ.
ທ່ານ Chu ໄດ້ກ່າວ ກ່ອນການພົບປະກັນ ທີ່ສາລາປະຊາຊົນ
ຢູ່ນະຄອນຫຼວງປັກກິ່ງໃນວັນຈັນມື້ນີ້ ວ່າ ທ່ານຫວັງວ່າ ໄຕ້ຫວັນ
ແລະຈີນ ຈະສືບຕໍ່ດຳເນີນງານຮ່ວມກັນເພື່ອສັນຕິພາບໃນພາກ
ພື້ນ ແລະຮ່ວມໄມ້ຮ່ວມມືກັນໃນດ້ານຕ່າງໆ ເຊັ່ນສິ່ງແວດລ້ອມ
ແລະເສດຖະກິດ ເປັນຕົ້ນ.
ທ່ານ Chu ທີ່ເບິ່ງຊົງວ່າ ຈະສະໝັກຮັບເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີໄຕ້ຫວັນ
ໃນປີໜ້ານັ້ນ ບໍ່ໄດ້ເອີ່ຍເຖິງເລື້ອງການທີ່ຈີນໄປສ້າງທາງແລ່ນຂຶ້ນລົງຂອງເຮືອບິນ ແລະພື້ນຖານໂຄງລ່າງ ຢູ່ເທິງໝູ່ເກາະ Spratly ທີ່ເປັນບັນຫາໂຕ້ແຍ້ງກັນ ຊຶ່ງຫລາຍປະເທດ
ເພື່ອນບ້ານຂອງຈີນ ຍາດກັນອ້າງເອົາກຳມະສິດ ຮວມທັງໄຕ້ຫວັນ ຟີລິບປິນ ແລະຫວຽດ
ນາມ.
ໃນວັນອາທິດວານນີ້ ທ່ານ Chu ໄດ້ພົບປະກັບທ່ານ Yu Zhengshen ສະມາຊິກຂອງ
ຄະນະກຳມະການກົມການເມືອງສູນກາງ ພັກຄອມມິວນິດຈີນ ທີ່ນະຄອນຊຽງໄຮ້. ທ່ານ
Yu ໄດ້ສະເໜີແນະໃຫ້ໂອ້ລົມສົນທະນາກັນ ກ່ຽວກັບບົດບາດຂອງໄຕ້ຫວັນ ຢູ່ໃນທະນາ
ຄານລົງທຶນໃສ່ພື້ນຖານໂຄງລ່າງຂອງເອເຊຍ ພາຍໃຕ້ການນຳພາຂອງຈີນນັ້ນ. ຈີນຢາກ
ໃຫ້ໄຕ້ຫວັນເຂົ້າປະກອບສ່ວນນຳ ແຕ່ບໍ່ແມ່ນໃນນາມຂອງໄຕ້ຫວັນ ຊຶ່ງຈະເປັນການສະແດງວ່າ ເກາະໄຕ້ຫວັນເປັນປະເທດເອກະລາດໜຶ່ງຕ່າງຫາກ.
ຈີນ ແລະໄຕ້ຫວັນ ແຕກແຍກກັນໃນລະຫວ່າງສົງຄາມກາງເມືອງໃນປີ 1949. ຈີນຖືວ່າ
ເກາະໄຕ້ຫວັນເປັນແຂວງໜຶ່ງ ທີ່ແຍກອອກຈາກຕົນ ແລະໄດ້ຂົ່ມຂູ່ວ່າຈະໃຊ້ກຳລັງ ຖ້າ
ຈຳເປັນ ເພື່ອນຳເອົາໄຕ້ຫວັນກັບຄືນມາຢູ່ ພາຍໃຕ້ການຄອບຄອງຂອງຕົນ.