ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ​ລົບ​ຈີນ​ ​ບິນ​ລ່ວງ​ລ້ຳ ​ເຂດ​​ນ່ານ​ຟ້າ​ ໄຕ້​ຫວັນ ຊຶ່ງບໍ່​ແມ່ນ ​ເທື່ອ​ທຳ​ອິດ ແລະ​ຈະບໍ່​ແມ່ນ ​ເທື່ອ​ສຸດ​ທ້າຍ


ເຮືອ​ບິນ​ລົບ J-11 ​ຂອງຈີນ ທີ່​ເຫັນ​ບິນ​ໃກ້​ກັບ​ກຳ​ປັ່ນ​ລົບ​ສະ​ຫະ​ລັດ P-8 Poseidon ປະ​ມານ 215 ກິ​ໂລ​ແມັດ ທາງພາກ​ຕ​າ​ເປັນ​ອອກ​ຂອງ​ເກາະ​ໄຮ​ນານ ວັນ​ທີ 19 ສິງ​ຫາ 2014.
ເຮືອ​ບິນ​ລົບ J-11 ​ຂອງຈີນ ທີ່​ເຫັນ​ບິນ​ໃກ້​ກັບ​ກຳ​ປັ່ນ​ລົບ​ສະ​ຫະ​ລັດ P-8 Poseidon ປະ​ມານ 215 ກິ​ໂລ​ແມັດ ທາງພາກ​ຕ​າ​ເປັນ​ອອກ​ຂອງ​ເກາະ​ໄຮ​ນານ ວັນ​ທີ 19 ສິງ​ຫາ 2014.

ເຮືອ​ບິນ​ລົບ​ຈີນ​ສອງ​ລໍາ ທີ່ໄດ້​ບິນ​ລ່ວງ​ລ້ຳ​ເຂດນ່ານ​ຟ້າ​ຂອງ​ໄຕ້​ຫວັນ ຊຶ່ງ​ເປັນ​ຄູ່​ແຂ່ງ​
ການ​ເມືອງ​ ໃນອາ​ທີດ​ນີ້ ​ແມ່ນໄດ້​ຂະ​ຫຍາຍ​ການລ່ວງລະ​ເມີດ​ຢ່າງ​ຕໍ່​ເນື່ອງ​ໃນ​ຮອບ​
ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ແລະ​ຍັງ​ເພີ້ມ​ຂຶ້ນ​ອີກ ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງທີ່​ຮ້າຍ​ແຮງ​
ຢູ່​ແລ້ວ​ໃນຄວ​າມ​ສຳ​ພັນ ຍິ່ງ​ຊຸດ​ໂຊມ​ລົງ​ຕື່ມ ນັ້ນ​ຄື​ຄວາມ​ເຫັນ​ຂອງພວກນັກ​ວິເຄາະ​
ດ້ານ​ປ້ອງ​ກັນ​ປະ​ເທດ.

ເຮືອ​ບິນ​ລົບ J-11 ​ຂອງ​ລຳຈີນ ໄດ້​ບິນຜ່ານ​ເຂົ້າໄປ 43 ໄມ​ ໃນ​ຊາຍ​ແດນດ້ານ​ໃຕ້
ຂອງ​ຊ່ອງ​ແຄບໄຕ້​ຫວັນ ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ຈົນເທົ່າ​ກອງ​ທັບ​ອາ​ກາດ​
ໄຕ້​ຫວັນ​ ໄດ້​ກົດ​ດັນ​ເຂົາ​ເຈົ້າ ​ໃຫ້ໜີ​ອອກ​ໄປ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງ​ປ້ອງ
​ກັນ​ປະ​ເທດ ​ໄດ້​ກ່າວໄວ້ ຢູ່​ນະ​ຄອນ​ໄທ​ເປ. ເຫດ​ການນີ້ ​ໄດ້​ພາໃຫ້​ເກີດ​ການ​ກ່າວ​ຫາ
​ ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄຕ້​ຫວັນ ໃນ​ການ​ຕໍ່ ຕ້ານ​ຈີນ ແລະ​ກໍ​ພາ​ໃຫ້​ມີ​ການ​
ຕ້ອງ​ຕິ​ຕໍ່​ປັກ​ກິ່ງ​ ຢູ່​ວໍ​ຊິງ​ຕັນ.

ເຖິງ​ແມ່ນ​ວ່າ​ເຮືອ​ບິນ​ລົບຈີນ ໄດ້​ຢູ່ໃນ​ເຂດ​ນ່ານ​ຟ້າ​ຂອງໄຕ້​ຫວັນ​ເປັນ​ເວ​ລາ​ພຽງ 12
ນາ​ທີ ດົນ​ກວ່າ​ທຳ​ມະ​ດາ ​ແຕ່ເຂົາ​ເຈົ້າ​ໄດ້​ຂ້າມ​ເສັ້ນ​ເຂດ​ແດນ ​ຢ່າງ​ໜ້ອຍ ນັບ​ແຕ່​ປີ
1999 ​ອີງ​ຕາມ​ຄວາມ​ເຊື່ອ ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ປ້ອງ​ກັນ​ປະ​ເທດ​. ຈຳ​ນ​ວນ​
ນຶ່ງ​ຂອງ​ເຫດ​ການ​ແມ່ນ​ອຸ​ປະ​ຕິ​ເຫດ ແລະເຮືອ​ບິນ​ຈີນ ໄດ້ໜີ​ອອກ​ໄປ​ໂດຍ​ປາ​ດ​ສະ​
ຈ​າກ​ເຫດ​ຮ້າຍ​ໃດໆ.

ບັດ​ນີ້​ບັນ​ດາ​ນັກ​ວິ​ເຄາະ​ຄາດ​ວ່າ​ຈະ​ເຫັນ​ເຮືອ​ບິນ​ລົບ​ຫຼາຍຂຶ້ນບິນ​ຂ້າມ​ຊາຍ​ແດນ ເຂົ້າ​
ໄປ​ໃນ​ເຂ​ດໄຕ້​ຫວັນ ໃນ​ຖາ​ນະ​ທີ່​ເປັນ​ການ​ກົດ​ດັນ​ຕໍ່​ປະ​ເທດ​ເກາະ​ດັ່ງ​ກ່າວ. ຄວາມ​
ສຳ​ພັນ​ລະ​ຫວ່າງ​ຈີນ​ກັບໄຕ້​ຫວັນ ໄດ້​ເລີ້ມ​ມີ​ບັນ​ຫາ​ມາ​ແຕ່ປີ 2016 ​ຊຶ່ງ​ໄດ້ ຊຸກ​ຍູ້​ໃຫ້​
ໄຕ້ຫວັນ ຫຍັບ​ເຂົ້າ​ໃກ້ສະ​ຫະ​ລັດ ຊຶ່ງ​ເປັນ​ພັນ​ທະ​ມິດ​ບໍ່​ເປັນ​ທາງ​ການທີ່​ມີ​ອິດ​ທິ​ພົນ​
ຫຼາຍນັ້ນ ແລະ​ເຮັດ​ໃຫ້ຈີນໂກດ​ແຄ້ນ​ເພີ້ມ​ຂຶ້ນ.

ອ່​ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG