ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນແລະໃຕ້ຫວັນ ເຊັນສັນຍາການຄ້າກັນ


ການລົງນາມໃນຂໍ້ຕົກລົງ ECFA ລະຫວ່າງ ຈີນແລະໃຕ້ຫວັນ
ການລົງນາມໃນຂໍ້ຕົກລົງ ECFA ລະຫວ່າງ ຈີນແລະໃຕ້ຫວັນ

ຈີນແລະໃຕ້ຫວັນ ຊຶ່ງເປັນຄູ່ປໍລະປັກກັນມາເປັນເວລາ
ດົນນານນັ້ນໄດ້ລົງນາມໃນ ຂໍ້ຕົກລົງການຄ້າ ທີ່ສຳຄັນ
ສະບັບນຶ່ງໃນວັນອັງຄານມື້ນີ້ ເພື່ອເຮັດໃຫ້ເສດຖະກິດ
ຂອງປະເທດທັງສອງ ມີຄວາມໃກ້ຊິດກັນຫຼາຍຂຶ້ນ.

ຂໍ້ຕົກລົງ ຊຶ່ງເປັນທີ່ຮູ້ກັນໃນນາມ ສັນຍາວ່າດ້ວຍຂອບ
ການຮ່ວມມືທາງດ້ານເສດຖະກິດ ທີ່ເອີ້ນຫຍໍ້ວ່າ ECFA
ໄດ້ມີການລົງນາມກັນທີ່ເມືອງ CHONGQING ໃນພາກ
ໃຕ້ຂອງຈີນ.

ການລົງນາມໃນຂໍ້ຕົກລົງ ECFA ໄດ້ມ້ວນທ້າຍ ການດຳ
ເນີນຄວາມພະຍາຍາມ ມາເປັນເວລາ 2 ປີ ຂອງປະທານາທິບໍດີໃຕ້ຫວັນທ່ານ MA
YINGJEOU ທີ່ ເຂົ້າຮັບຕຳແໜ່ງດ້ວຍການໃຫ້ຄຳໝັ້ນສັນຍາວ່າຈະມີຄວາມສຳພັນ
ທາງດ້ານເສດຖະກິດແລະການທູດ ທີ່ໃກ້ຊິດຫຼາຍຂຶ້ນກັບປັກກິ່ງ.

ພວກສະໜັບສະໜຸນຂໍ້ຕົກລົງສະບັບນີ້ ໃນໃຕ້ຫວັນ ຢາກໃຫ້ມີການຄໍ້າປະກັນວ່າ ໃຕ້ຫວັນ
ຈະບໍ່ກາຍເປັນບ່ອນທີ່ບໍ່ມີຄວາມສຳຄັນທາງດ້ານເສດຖະກິດຂະນະທີ່ອຳນາດທາງດ້ານ
ເສດຖະກິດເຕີບໃຫຍ່ຂະຫຍາຍໂຕ.

ແຕ່ແນວໃດກໍຕາມຂໍ້ຕົກລົງດັ່ງກ່າວ ໄດ້ຮັບການຄັດຄ້ານຈາກພັກປະຊາທິປະໄຕ ກ້າວໜ້າ
ຂອງໃຕ້ຫວັນ ຊຶ່ງຢ້ານວ່າ ຂໍ້ຕົກລົງສະບັບນີ້ ຈະບ່ອນທຳລາຍການປົກຄອງຕົນເອງ
ແລະເສດຖະກິດ ຂອງໃຕ້ຫວັນ. ໃນມື້ວັນເສົາແລ້ວ ປະຊາຊົນຈຳນວນຫຼາຍພັນຄົນ
ໄດ້ພາກັນລົງຖະໜົນຫົນທາງປະທ້ວງຂໍ້ຕົກລົງນີ້.

ພາຍໃຕ້ຂໍ້ຕົກລົງສະບັບນີ້ ບັນດາບໍລິສັດຂອງໃຕ້ຫວັນຈະໄດ້ຮັບຜົນປະໂຫຍດ ທາງດ້ານ
ພາສີ ກ່ຽວກັບຜະລິດຕະພັນຕ່າງໆຫຼາຍກວ່າ 500 ຊະນິດ. ສ່ວນບໍລິສັດຂອງຈີນ
ກໍຈະໄດ້ຮັບສິດພິເສດ ໃນຜະລິດຕະພັນເກືອບ 300 ຊະນິດ.

XS
SM
MD
LG