ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ແທນລະດັບສູງຂອງຈີນ ເດີນທາງໄປເຈລະຈາ ກັບໃຕ້ຫວັນ


ທ່ານ Ma Ying-Jeou ປະທານາທິບໍດີໃຕ້ຫວັນ
ທ່ານ Ma Ying-Jeou ປະທານາທິບໍດີໃຕ້ຫວັນ

ຜູ້ແທນລະດັບສູງຂອງຈີນຄະນະນຶ່ງ ກໍາລັງຢູ່ທີ່ເກາະໃຕ້ຫວັນ ​ເພື່ອ​ທໍາການເຈລະຈາ​ເລື້ອງການຮ່ວມມືທາງເສດຖະກິດ ຄັ້ງຫລ້າສຸດລະຫວ່າງສອງອະດີດຄູ່ສັດຕູທີ່ຂົມຂື່ນ
ຄູ່​ນີ້ ​ໂດຍ​ມີ​ເລື້ອງຂໍ້ຕົກລົງດ້ານການຮ່ວມມືທາງການແພດ ຢູ່ໃນອັນດັບສູງສຸດຂອງ
ລາຍການເຈລະຈາ.

ໜັງສືພິມຕ່າງໆ​ໃນໄທເປ ກ່າວວ່າ ຈີນອາດຈະປະກາດວ່າຕົນຈະອະນຸຍາດ ໃຫ້ພວກນັກ
ທ່ອງທ່ຽວຊາວຈີນຈາກແຜ່ນດິນໃຫຍ່ເຂົ້າໄປທ່ອງທ່ຽວທີ່ເກາະໃຕ້ຫວັນ ເພີ່ມຂຶ້ນຈາກ
1,000 ຄົນ ເປັນ 4,000 ຄົນຕໍ່ມື້ ຊຶ່ງຈະເປັນການສົ່ງ​ເສີມຊຸກຍູ້ອຸດສາຫະກໍາທ່ອງທ່ຽວ
ຂອງເກາະໃຕ້ຫວັນນັ້ນ.

ມີພວກປະທ້ວງຫົວນິຍົມເອກະລາດກຸ່ມນ້ອຍໆກຸ່ມນຶ່ງ ​ໄປ​ລໍຖ້າການເດີນ ທາງໄປເຖິງຂອງ
ຜູ້ນໍາຄະນະ​ຜູ້ແທນຈີນ ທ່ານ Chen Yunlin ແຕ່ພວກປະທ້ວງເຫລົ່ານີ້ ບໍ່ໄດ້ຮັບການ
ໜຸນຫລັງຈາກພັກຝ່າຍຄ້ານ ຄືພັກປະຊາທິປັດກ້າວໜ້າ ຫລື Democratic
Progressive Party ເໝືອນດັ່ງທີ່ເຄີຍໄດ້ຮັບ ເວລາທ່ານ Chen ​ໄປຢ້ຽມຢາມເກາະ
ໃຕ້ຫວັນເມື່ອສອງປີກ່ອນ​ນີ້.

ກອງປະຊຸມທີ່ຈະໄຂຂື້ນໃນວັນອັງຄານມື້ອື່ນນີ້ ຈະເປັນການເຈລະຈາກັນຮອບທີ່ຫົກ ນັບຕັ້ງແຕ່ປະທານາທິບໍດີໃຕ້ຫວັນ ທ່ານ ມາ ຢິງຈິວ ຂຶ້ນດໍາລົງຕໍາແໜ່ງໃນປີ 2008
ທີ່ແນເປົ້າໝາຍ​ໃສ່ການໃຊ້ຄວາມສໍາພັນທາງເສດຖະກິດລະຫວ່າງກັນ​ເປັນ​ເຄື່ອງຜ່ອນ
ຄາຍຄວາມເຄັ່ງຕຶງກັບຈີນແຜ່ນດິນໃຫຍ່ນັ້ນ. ຈຸດໃຫຍ່ຂອງການເຈລະຈາກັນຄັ້ງນີ້
ແມ່ນກ່ຽວກັບຂໍ້ຕົກລົງການຄ້າເສລີທີ່ກວມກວ້າງຊຸດນື່ງທີ່ໄດ້ເຊັນກັນເມື່ອເດືອນມິຖຸນາ
ຜ່ານມາ.

XS
SM
MD
LG