ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຢຶດນົມຝຸ່ນ ປະສົມສານພິດເຄມີ


ເຈົ້າໜ້າທີຈີນ ຢຶດໄດ້ຫຼາຍໂຕນ ຜະລິດຕະພັນນົມຝຸ່ນ ທີ່ມີສານ ເຄມີ ອຸສາຫະກຳປົນ ທີ່ພົວພັນ ກັບການເສຍຊີວິດ ຂອງເດັກທາລົກ 6 ຄົນ ໃນປີ 2008 ນັ້ນ.

ອົງການຂ່າວຊິນຫົວ ຂອງທາງ ການຈີນ ລາຍງານວ່າ ນົມຝຸ່ນດິບ 64 ໂຕນ ທີ່ມີສານເມລາມີນປົນ ໄດ້ຖືກຢຶດ ທີ່ໂຮງງານ ຜະລິດນົມແຫ່ງນຶ່ງ ໃນແຂວງຈິງໄຮ່ ທາງພາກຕາເວັນຕົກ ສຽງເໜືອ ຂອງຈີນ. ອີກ 12 ໂຕນ ຂອງຜະລິດຕະພັນ ນົມຝຸ່ນ ສຳເລັດຮູບ ທີ່ມີສານເຄມີປົນ ກໍໄດ້ຖືກຄົ້ນພົບ ຢູ່ທີ່ໂຮງງານແຫ່ງນີ້.

ການກວດສອບ ເບິ່ງໂຕຢ່າງ ຂອງນົມຝຸ່ນ ສະແດງໃຫ້ເຫັນວ່າ ບັນຈຸສານເຄມີສູງ ເຖິງ 500 ເທື່ອ ກວ່າລະດັບສູງສຸດ ທີ່ໄດ້ມີການອະນຸຍາດໃຫ້.

ຕຳຫຼວດ ໄດ້ຈັບກຸມ ເຈົ້າຂອງ ແລະຜູ້ອຳນວຍການ ຂອງໂຮງງານຜລິດນົມ ທີ່ແຂວງຈິງໄຮ່ ແລ້ວ.

ເຈົ້າໜ້າທີ່ ຄວບຄຸມຄຸນນະພາບ ຄົນນຶ່ງ ທີ່ແຂວງ GANSU ບ່ອນທີ່ນົມຝຸ່ນ ມີສານເຄມີປົນ ໄດ້ຖືກຄົ້ນພົບນັ້ນ ກ່າວວ່າ ເປັນໄປໄດ້ ທີ່ພວກພໍ່ຄ້າ ໄດ້ຊື້ເອົານົມ ທີ່ມີສານເຄມີປົນ ທີ່ຄວນ ຖືກທຳລາຍຖິ້ມ ຫຼັງຈາກ ເກີດຂ່າວນອງນັນ ໃນປີ 2008 ແລ້ວນັ້ນ.

XS
SM
MD
LG