ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນເສຍຊີວິດ ຍ້ອນກິນນົມພິດຢູ່ຈີນ


ພວກພໍ່ແມ່ຊາວຈີນຈຸນຶ່ງທີ່ ລູກເຂົາເຈົ້າໄດ້ເສຍຊີວິດຫຼືບໍ່ກໍລົ້ມປ່ວຍ ຍ້ອນກິນນົມຝຸ່ນທີ່ເປັນພິດ ໃນປີ 2008.
ພວກພໍ່ແມ່ຊາວຈີນຈຸນຶ່ງທີ່ ລູກເຂົາເຈົ້າໄດ້ເສຍຊີວິດຫຼືບໍ່ກໍລົ້ມປ່ວຍ ຍ້ອນກິນນົມຝຸ່ນທີ່ເປັນພິດ ໃນປີ 2008.

ສື່ມວນຊົນຂອງທາງການຈີນລາຍງານວ່າ ມີເດັກນ້ອຍ 3
ຄົນເສຍຊີວິດແລະອີກ 35 ຄົນລົ້ມປ່ວຍຫຼັງຈາກໄດ້ກິນນໍ້າ
ນົມທີ່ມີສານເຄມີປະສົມຈາກຟາມຈຳໜ່າຍນົມ 2 ແຫ່ງໃນ
ພາກຕາເວັນອອກສຽງເໜືອຂອງຈີນ.

ອົງການຂ່າວຊິນຫົວລາຍງານໃນວັນສຸກມື້ນີ້ວ່າສ່ວນໃຫຍ່
ຂອງຜູ້ທີ່ລົ້ມປ່ວຍ 35 ຄົນ ແມ່ນເປັນເດັກນ້ອຍທີ່ມີອາຍຸ
ຕໍ່າກວ່າ 14 ປີຊຶ່ງໃນເວລານີ້ກຳລັງໄດ້ຮັບການປິ່ນປົວພະ
ຍາບານທີ່ໂຮງໝໍ 2 ແຫ່ງໃນເມືອງ Pingliang ແຂວງ
Gansu.

ຊິນຫົວລາຍງານວ່າ ການສືບສວນໃນຂັ້ນຕົ້ນສະແດງ
ໃຫ້ເຫັນວ່າພວກເຄາະຮ້າຍທັງໝົດໄດ້ເບື່ອສານ Nitrite ຫຼັງຈາກໄດ້ກິນນົມຈາກຟາມຈຳໜ່າຍນົມຢູ່ໃນເຂດທ້ອງ
ຖິ່ນທັງສອງ.

ສານໄນເຕຣັດ ແມ່ນໃຊ້ສຳລັບປ້ອງກັນບໍ່ໃຫ້ຊີ້ນເນົ່າ.

ລາຍງານຂ່າວແຈ້ງວ່າ ຟາມທັງ 2 ແຫ່ງໄດ້ຖືກສັ່ງໃຫ້ປິດກິດຈະການແລະພວກບໍລິຫານ
ງານກໍພວມຖືກສືບສວນ.

XS
SM
MD
LG