ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຍິ່ປຸ່ນ ປ່ອຍ ລູກເຮືອ ຫາປາ ຂອງຈີນ


ບັນດາເຈົ້າ​ໜ້າ​ທີ່ຍີ່ປຸ່ນ ​ໄດ້​ປ່ອຍ​ໂຕ Captain ​​ແລະ​ລູກ​ເຮືອ​ຂອງ​ລາວ ​ໃນ​ວັນ​ຈັນວານ​ນີ້
ບັນດາເຈົ້າ​ໜ້າ​ທີ່ຍີ່ປຸ່ນ ​ໄດ້​ປ່ອຍ​ໂຕ Captain ​​ແລະ​ລູກ​ເຮືອ​ຂອງ​ລາວ ​ໃນ​ວັນ​ຈັນວານ​ນີ້
ສື່​ມວນ​ຊົນ​ລັດ​ຖະ​ບານ​ຈີນກ່າວ​ວ່າ ຍີ່ປຸ່ນ​ໄດ້​ປ່ອຍ​ບັນດາ​ລູກ​ເຮືອ
​ຫາ​ປາ​ຂອງ​ຈີນ ​ທີ່​ຖືກ​ຈັບໃນ​ວັນ​ເສົາ​ແລ້ວ ຍ້ອນ​ບຸກ​ລຸກ​ເຂົ້າ​ໄປ​ຫາ​
ປາ​ໃນ​ເຂດ​ນ່ານນໍ້າຂອງຍີ່​ປຸ່ນ.

ອົງການ​ຂ່າວຊິນ​ຫົວກ່າວ​ວ່າ ​ບັນດາເຈົ້າ​ໜ້າ​ທີ່ຍີ່ປຸ່ນ ​ໄດ້​ປ່ອຍ​ໂຕ Captain ແລະ​ລູກ​ເຮືອ​ຂອງ​ລາວ ​ໃນ​ວັນ​ຈັນວານ​ນີ້ ຫລັງ​ຈາກ​ໄດ້​ກັກ​ເຂົາ​ເຈົ້າ​ໄວ້​ ໃນເຂດ​ນ່ານນໍ້າ ນອກ​ຝັ່ງ​ທະ​ເລ​ຂອງ​ເມືອງ Kagoshima ​ໃນ​ພາກ​ໃຕ້​ຂອງ​ຍີ່ປຸ່ນ.

​ເຈົ້າ​ໜ້າ​ທີ່ກະຊວງຕ່າງປະ​ເທດ​ຈີນ​ຄົນ​ນຶ່ງກ່າວ​ວ່າ ປັກ​ກິ່ງ ​ໄດ້​ສົ່ງນັກ​ການ​ທູດ​ຄົນ​ນຶ່ງໄປສະ
ຖານທີ່​ກັກ​ຂັງ​ຂອງຍີ່​ປຸ່ນ ​ໃນ​ເມືອງ Kogoshima ​ເພື່ອ​ຄໍ້າປະກັນ​ວ່າ ສິດ​ທິພວກ​ລູກ​ເຮື​ອຈີນໄດ້​ຮັບ​ການປົກ​ປ້ອງ.

ອົງການ​ຂ່າວ​ຊິນ​ຫຫົວ ກ່າວ​ວ່າ ບັນດາ​ຊາວປະມົງຈີນ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ຈ່າຍຄ່າ​ປັບ​ໃໝ $50,000 ​ໂດລາ ຕໍ່​ການ​ຝ່າຝືນ​ກົດໝາຍ ຫາ​ປາ​ຢູ່​ບ່ອນ​ນໍ້າ​ຕື້ນ ກ່ອນ​ຈະ​ຖືກ​ປ່ອຍ​ໂຕ​ກັບ​ຄືນ​ສູ່​ຈີນ.

ບັນດາ​ເຮືອ​ຫາ​ປາ​ຂອງ​ຈີນ ມັກ​ຈະໄປຫາ​ປາໃນ​ເຂດ​ນ່ານນໍ້າທີ່ຢູ່​ໄກ​ຈາກ ພາກ​ຕາ​ເວັນ​ອອກ​ຂອງຈີນແຜ່ນດິນ​ໃຫຍ່ເນື່ອງ​ຈາກ​ວ່າໝູ່​ປາ​ໄດ້ໝົດໄປ ​ຢູ່ຕາ​ມ​ແຄມ​ຊາຍ​ຝັ່ງທີ່ຢູ່​ໃກ້ໆ.
XS
SM
MD
LG