ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຈີນ ໂຈະ​ແຜນ​ການ​ ເກັບ​ພາ​ສີ​ສິນ​ຄ້າ ສະ​ຫະ​ລັດ ບາງ​ຊະ​ນິດ ໄວ້​ຊົ່ວ​ຄາວ


ປະ​ຊາ​ຊົນ​ຍ່າງ​ກາຍ​ຮ້ານ​ Apple ຂອງ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 13 ທັນ​ວາ, 2019.
ປະ​ຊາ​ຊົນ​ຍ່າງ​ກາຍ​ຮ້ານ​ Apple ຂອງ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 13 ທັນ​ວາ, 2019.

ຈີນ ໄດ້​ໂຈະການ​ເກັບ​ພາ​ສີ​ເພີ່ມ​ເຕີມໄວ້​ຊົ່ວ​ຄາວ ​ຕໍ່​ສິນ​ຄ້າ​ ສະ​ຫະ​ລັດ ບາງ​ຊະ​ນິດ​ ທີ່​ມີ​ແຜນ​ປະ​ຕິ​ບັດ​ການ​ໃນ​ວັນ​ທີ 15 ທັນ​ວາມື້ນີ້, ອີງ​ຕາມ​ການ​ກ່າວ​ຂອງຄະ​ນະ​ຄະ​ກຳ​ມາ​ທິ​ການ ພາ​ສີ​ອາ​ກອນ​ຂອງ ສະ​ພາ​ລັດ​ໃນ​ວັນ​ອາ​ທິດມື້ນີ້, ຫຼັງ​ຈາກ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໄດ້​ຕົກ​ລົງ​ ກ່ຽວ​ກັບ “ຂໍ້​ຕົກ​ລົງ​ການ​ຄ້າ​ໄລ​ຍະ​ທຳ​ອິດ” ໃນ​ວັນ​ສຸກ​ທີ່​ຜ່ານ​ມາ.

ຂໍ້​ຕົກ​ລົງດັ່ງ​ກ່າວ​, ທີ່​ຂ່າວ​ລື ແລະ ຂ່າວ​ທີ່​ຮົ່ວ​ໄຫຼ​ອອກ​ມາ ກ່ຽວ​ກັບ ມັນເຊິ່ງໄດ້​ວົນວຽນ​ໄປ​ມາ​ໃນ​ຕະຫຼາດ​ໂລກ​ເປັນ​ເວ​ລາຫຼາຍ​ເດືອນນັ້ນ, ໄດ້ຫຼຸດ​ການ​ເກັບ​ພາ​ສີ​ສິນ​ຄ້າ ສະ​ຫະ​ລັດ ບາງ​ຢ່າງລົງ ໃນ​ການ​ແລກ​ປ່ຽນ​ກັບ​ສິ່ງ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ຈະ​ເປັນ​ການ​ກ້າວ​ກະ​ໂດດ​ຄັ້ງ​ໃຫຍ່ ​ໃນ​ການ​ຊື້​ຈ່າຍ​ຜະ​ລິດ​ຕະ​ພັນ​ຈາກ​ຟາມ ອາ​ເມ​ຣິ​ກັນ ແລະ ສິນ​ຄ້າ​ອື່ນ​ໆໂດຍ ຈີນ.

ການ​ເກັບ​ພາ​ສີ​ຕອບ​ໂຕ້​ຂອງ ຈີນ, ເຊິ່ງ​ມີ​ກຳ​ນົດ​ຖືກ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 15 ທັນ​ວາມື້​ນີ້, ແມ່ນ​ມີ​ຈຸ​ປະ​ສົງ​ທີ່​ຈະ​ແນ​ເປົ້າ​ໃສ່​ສິນ​ຄ້າ​ຕ່າງໆ​ນັບ​ຈາກ​ສາ​ລີ ແລະ ເຂົ້າ​ເບຼ ເຖິງ​ລົດ ແລະ ອາ​ໄຫຼ່​ລົດ​ທີ່​ເຮັດ​ໃນ ສະ​ຫະ​ລັດ.

ການ​ເກັບ​ພາ​ສີ​ອື່ນໆ​ໂດຍ​ຈີນ ທີ່​ໄດ້​ຖືກ​ປະ​ຕິ​ບັດ​ໃຊ້​ແລ້ວ​ຕໍ່​ສິນ​ຄ້າ ສະ​ຫະ​ລັດ ຈະ​ຍັງຄົງ​ມີ​ຢູ່​ຄື​ເກົ່າ, ອີງ​ຕາມ​ການ​ກ່າວ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່ໄດ້ປະ​ກາດ​ໃນ​ເວັບ​ໄຊ້​ກະ​ຊວງ​ຕ່າງໆ​ຂອງ​ລັດ​ຖະ​ບານ ​ລວມ​ທັງ​ກະ​ຊວງ​ການ​ເງິ​ນ​ຂອງ ຈີນ.

ເຂົາ​ເຈົ້າ​ໄດ້​ກ່າວ​ຕື່ມ​ວ່າ “ຈີນ ຫວັງ​ວ່າ, ອີງ​ຕາມ​ພື້ນ​ຖານ​ຂອງ​ຄວາມ​ສະ​ເໝີ​ພາບ ແລະ ຄວາມ​ເຄົາ​ລົບ​ລະ​ຫວ່າງ​ກັນນັ້ນ, ຈະ​ເຮັດ​ວຽກ​ກັບ ສະ​ຫະ​ລັດ, ເພື່ອ​ແກ້​ໄຂ້​ບັນ​ຫາຫຼັກ​ຂອງ​ກັນ​ແລະ​ກັນ​ຢ່າງ​ເໝາະ​ສົມ ແລະ ສົ່ງ​ເສີມ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ກ່ຽວ​ກັບ ​ເສດ​ຖະ​ກິດ ແລະ ສາຍ​ພົວ​ພັນ​ການ​ຄ້າ​ຂອງ ສະ​ຫະ​ລັດ ແລະ ຈີນ.”

ປັກ​ກິ່ງ ໄດ້​ຕົກ​ລົງ​ທີ່​ຈະ​ນຳ​ເຂົ້າ​ສິນ​ຄ້າ ສະ​ຫະ​ລັດ ເພີ່ມ​ເຕີມ​ມູນ​ຄ່າ​ຢ່າງ​ໜ້ອຍ 200 ຕື້​ໂດ​ລາ ແລະ ການ​ບໍ​ລິ​ການ​ຕ່າງໆ​ໃນ​ສອງ​ປີ​ຂ້າງ​ໜ້າ ຫຼາຍກວ່າ​ຈຳ​ນວນ​ທີ່​ເຂົາ​ເຈົ້າ​ໄດ້​ຊື້​ໃນ​ປີ 2017, ອີງ​ຕາມ​ການ​ກ່າວ​ຂອງ​ນັກ​ເຈ​ລະ​ຈາການ​ຄ້າ​ລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ໄດ້​ປະ​ກາດ​ໂດຍ​ທູ​ດການ​ຄ້າ ສະ​ຫະ​ລັດ ກໍ​ໄດ້​ກ່າວ​ໃນ​ວັນ​ສຸກ​ທີ່ຜ່ານ​ມາ​ເຊັ່ນ​ກັນ​ວ່າ ສະ​ຫະ​ລັດ ຈະ​ປະ​ການ​ເກັບ​ພາ​ສີ 25 ເປີ​ເຊັນ​ຕໍ່​ສິນ​ຄ້າ​ ຈີນ ມູນ​ຄ່າ 250 ຕື້​ໂດ​ລາ​ໄວ້​ຄື​ເກົ່າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG