ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກ​ທ່ານ​ໝໍ​​ຈີນ ສາມາດ ຕໍ່ມືທີ່ຂາດ ເຂົ້າໃສ່ຂໍ້ມື ຂອງເຈົ້າຂອງຄືນໄດ້ (ວີດີໂອ)


CHINA SURGERY HAND VO.mov
please wait

No media source currently available

0:00 0:00:49 0:00

ເບິ່ງວີດີກ່ຽວກັບ ການຜ່າຕັດຕໍ່ມື ໃນປະເທດຈີນ

ພວກ​ທ່ານ​ໝໍ​ໃນ​ຈີນ ​ໄດ້​ຮັກສາ​ມື​ທີ່​ຖືກ​ຕັດຂາດ​ອອກ​ຈາກ​ແຂນ
​ຂອງ​ຊາຍ​ຄົນ​ນຶ່ງ ໃຫ້​ມີ​ຊີວິດຢູ່​ໄດ້ ​ເປັນ​ເວລາ​ນຶ່ງເດືອນ ດ້ວຍ​ການ​
ເອົາ​ໄປ​ຕິດ​ໃສ່​ຂາ​ຂອງ​ຜູ້​ກ່ຽວໄວ້ ກ່ອນ​ທີ່​ຈະ​ເອົາ​ໄປ​ຫຍິບຕໍ່​ເຂົ້າ
ກັບ​ແຂນ​ຂອງ​ລາວ.

ອົງການຂ່າວຂອງຈີນ ລາຍງານວ່າ ພວກທ່ານໝໍໃນແຂວງ
Hunan ​ໄດ້​ທໍາການຜ່າຕັດ​ດັ່ງກ່າວ​ນີ້ ໃຫ້​ໜຸ່ມ ​ໄວ 25 ປີ ທີ່ມືຂອງລາວຖືກເຄື່ອງຈັກຂຸດດິນ
ຕັດອອກ.

ມື​ຂອງ​ລາວ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ສາຫັດ ​ເກີນ​ກ່ວາ​ທີ່ຈະ​ສາມາດຫ​ຍິບ​ເຂົ້າ​ໃສ່​ແຂນ​
ຂອງ​ຜູ້ກ່ຽວ​ໄດ້​ໃນ​ທັນທີ. ​ພວກໝໍຜ່າຕັດ​ໃນ​ເມືອງ​ຫຼວງ​ Changsha ຂອງ​ແຂວງ​ ຈຶ່ງ​ໄດ້​ເອົາ
​ມື​ຂອງ​ລາວ ໄປ​ຫຍິບ​ຕິດ​ໄວ້​ກັບ​ຂໍ້​ຂາ​ຂອງ​ລາວ​ແທນ ​ເພື່ອບໍ່​ໃຫ້​ເສ້ນ​ເລືອດ​ຕາຍ ຂະນະ​ທີ່​
ທໍາ​ການຮັກສາປິ່ນປົວ​ຜູ້ກ່ຽວ​ນັ້ນ.

ອົງການຂ່າວຂອງຈີນ ລາຍງານວ່າ ​ໃນ​ຕົ້ນ​ໆເດືອນນີ້ ພວກ​ທ່ານ​ໝໍ​ໄດ້​ທໍາ​ການຜ່າຕັດ​
ອີກ​ຄັ້ງ​ນຶ່ງ ເອົາ​ມື​ຂອງ​ລາວ​ທີ່ຫຍິບ​ຕິດ​ໃສ່​ຂໍ້​ຂາ​ໄວ້​ນັ້ນ ມາ​ຕໍ່ໃສ່ຂໍ້ມືຂອງ​ລາວຄືນ ​ໃນ​ການ
ຜ່າຕັດ ທີ່​ໃຊ້​ເວລາ 9 ຊົ່ວ​ໂມງ​.

ພວກນັກຄົ້ນ​ຄ້ວາ ກ່າວ​ວ່າ ພວກ​ອ​ະ​ໄວ​ຍະ​ວະຕ່າງໆ​ຂອງ​ຮ່າງ​ກາຍ ທີ່​ຖືກ​ຕັດຂາດ​ນັ້ນ ​ ​
ສາມາດ​ຮັກສາ​ໄວ້​ໄດ້ ຖ້າ​ຫາກ​ວ່າ​ສາມາດ​ຊ່ວຍລະບົບ​ໄຫຼຂອງເລືອດ ​ໃຫ້​ຍັງ​ທໍ​າງານ​ຢູ່
​ຕໍ່​ໄປ​ໄດ້ ພາຍ​ໃນ​ຫຼາຍໆ​ຊົ່ວ​ໂມງ ຫຼັງຈາກຖືກ​ຕັດ​ອອກ​ນັ້ນ ​ແລະ​ມັນກໍ​ແລ້ວ​ແຕ່​ລະ​ກໍລະນີ.

ທ່ານໝໍ​ຂອງ​ຊາຍ​ໜຸ່ມ​ຄົນ​ນັ້ນກ່າວວ່າ ຜູ້ກ່ຽວ​ຈະ​ຕ້ອງ​ໄດ້​ຮັບ​ການຜ່າຕັດ​ຕື່ມ​ອີກ​ຫຼາຍ​ໆຄັ້ງ
ພ້ອມ​ທັງ​ການ​ບໍາບັດ​ອື່ນໆນໍາອີກ ​ເພື່ອໃຫ້ມື​ຂອງ​ລາວ​ສາມາດໃຊ້ໄດ້ຄືນ.


Doctors in China were able to keep a man's severed hand alive for a month by attaching it to his leg, before reattaching it to his arm.

Chinese news services report that doctors in China's Hunan province performed the procedure on a 25-year-old man who had his hand sawed off by a drilling machine.

The damage had been too severe to re-attach the hand immediately, so surgeons in the provincial capital Changsha grafted it onto his lower leg, just above his Achilles tendon, to keep it alive while the healing process began.

The news services report that, earlier this month, doctors removed the hand and successfully reattached it to the man's arm in a nine-hour operation.

Researchers say severed limbs can be saved if their blood supply is restored within several hours of their amputation, depending on the circumstances.

The man's doctors say he will have to go through several further operations and rehabilitation therapy to restore the limb's function.
XS
SM
MD
LG