ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຮ້ອງທູດ ສຫລ ເຂົ່້າພົບ ຫຼັງຈາກ ວ​ໍ​ຊິງ​ຕັນ ກ່າວຫາ ທະ​ຫານ​ຈີນ ທຳ​ການ ຈາ​ລະ​ກຳ (ວີດີໂອ)


ສະຫະລັດ ກ່າວຫາທະຫານຈີນ ຫ້າຄົນ ລັກ​ເຈາະ​ຂໍ້​ມູນ ເອົາ​ຄວາມ​ລັບ ບໍລິສັດຕ່າງໆ ຂອງສະຫະລັດ
ສະຫະລັດ ກ່າວຫາທະຫານຈີນ ຫ້າຄົນ ລັກ​ເຈາະ​ຂໍ້​ມູນ ເອົາ​ຄວາມ​ລັບ ບໍລິສັດຕ່າງໆ ຂອງສະຫະລັດ
ຈີນ ​ໄດ້​ຮ້ອງ ​ເອກ​ອັກຄະ​ລັດຖະທູດສະຫະລັດ ​ເຂົ້າ​ພົບ
​ຫລັງ​ຈາກວໍ​ຊິງ​ຕັນ ​ໄດ້​ກ່າວ​ຫາ​ນາຍທະຫານ​ຈີນຫ້າ​ຄົນ
ວ່າ ທຳການຈາລະກຳ ທາງດ້ານເສດຖະກິດ ຕໍ່ບັນດາ​ບໍ
ລິສັດສະຫະລັດ.

ອົງການ​ຂ່າວຊິນ​ຫົວ ຂອງທາງ​ການ​ຈີນ ກ່າວ​ວ່າ ​ລັດ
ຖະມົນຕີ​ຊ່ວຍວ່າການ ກະຊວງການຕ່າງປະ​ເທດຈີນ
ທ່ານ Zheng Zeguang ​ໄດ້​ກ່າວ​ຕໍ່​ເອກ​ອັກຄະ​ລັດ
ຖະທູດສະຫະລັດທ່ານ Max Baucus ວ່າການ​ກ່າວ
​ຫານີ້ “​ເປັນ​ໄພ​ຮ້າຍແຮງ” ​ຕໍ່ຄວາມສຳພັນ​ ລະຫວ່າງ
ສະຫະລັດ ກັບຈີນ.

ຈີນ ​ໄດ້​ປະຕິ​ເສດຕໍ່​ການ​ກ່າ​ວຫາ​ກ່ຽວກັບການກະທຳຄວາມ​ຜິດນີ້ ​ຊຶ່ງເປັນ​ຄັ້ງ​ທຳ​ອິດ
ແບບ​ທີ່ບໍ່ມີ​ມາ​ກ່ອນ​ ທີ່ສະຫະລັດໄດ້ດຳເນີນການຕໍ່​ຕ່າງປະ​ເ​ທດ ຍ້ອນຄວາມຜິດ​ກ່ຽວ
ກັບ ການເຈາະຂໍ້ມູນທາງອິນເຕີແນັດ ທີ່​ແນໃ​ສ່ບັນດາ​ທຸລະ​ກິດສະຫະລັດ.

ບັນ​ດາ​ເຈົ້າ​ໜ້າ​ທີ່ສະຫະລັດໄດ້ກ່າວ​ຫາ ໜ່ວຍປະຕິບັດ​ງານ ຂອງກອງທັບປົດປ່ອຍ​ປະຊາຊົນຈີນ ວ່າ​ລັກລອບ​ເຂົ້າ​ໄປ ໃນລະບົບຄອມ​ພິວ​ເຕີ ຂອງ​ບັນດາ​ບໍລິ ສັດ​ສະຫະ
ລັດ ທີ່​ປະຕິບັດ​ງານ​ກ່ຽວກັບ​ເທັກ​ໂນ​ໂລ​ຈີນິວ​ເຄລຍ ພະລັງງານ​ແສງ ຕາ​ເວັນ ​ແລະ
​ອຸດສາ​ຫະກຳ​ເຫລັກກ້າ.

​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະ​ລັດ ທ່ານ Eric Holder ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ
ວໍ​ຊິງ​ຕັນ “ຂໍປະນາມ​ຢ່າງ​ບໍ່ມີເງື່ອນໄຂໃດໆ” ຕໍ່ການຈາລະກຳ​ຂອງທະຫານທີ່ໄດ້ສະ
ໜອງຂໍ້ມູນ “ອັນ​ສຳຄັນ” ໃຫ້​ແກ່​ບັນດາບໍລິສັດ​ຈີນ ຮວມ​ທັງ ​ບັນດາ​ບໍລິສັດ​ທີ່​ລັດຖະ
ບານ​ເປັນ​ເຈົ້າ​ຂອງນຳດ້ວຍ.

ທ່ານ Holder ເວົ້າວ່າ “​ເວລາ​ໃດ​ທີ່ ຕ່າງປະ​ເທດໃຊ້​ທະຫານ ຫລື​ໃຊ້ຊັບພະຍາກອນ
ສືບ​ລັບ ​ແລະ​ອຸບປະກອນ​ຕ່າງໆ ຕໍ່ຄະນະບໍລິຫານ ຫລື​ບໍລິ​ລັດອາເມຣິກັນ ​ເພື່ອ​ໃຫ້
ໄດ້ຮັບ​ຄວາມ​ລັບ​ທາງການ​ຄ້າ ຫລືລາຍ​ລະອຽດ​ອັນ​ສຳຄັນ​ຂອງ​ທຸ​ລະ​ກິດ ​ເພື່ອ​ຜົນ​
ປະ​ໂຫຍ​ດຂອງ​ບໍລິສັດ ທີ່ລັດຖະບານ​ເປັນ​ເຈົ້າ​ຂອງ​ນັ້ນ ພວກ​ເຮົາ​ຕ້ອງ​ກ່າວ​ວ່າ ພໍ​ແລ້ວຈະບໍ່ປ່ອຍໃຫ້ມີຕໍ່ໄປອີກ.

ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ປະນາມ​ການ​ກ່າວ​ຫານີ້ວ່າ “​ເປັນ​ການເສກສັນ​ປັ້ນ
ແຕ່ງ" ​ແລະ​ກ່າວ​ວ່່າ ປັກ​ກິ່ງ ​ໄດ້​ສັ່ງໃຫ້ໂຈະ​ກິດຈະກຳຕ່າງໆ ຂອງກຸ່ມ​ເຮັດ​ວຽກທາງ
ອິນເຕີແນັດ Sino ສະຫະລັດແລ້ວ.

ຢູ່​ໃນ​ຖະ​ແຫລ​ງການສະບັບນຶ່ງ​ໃນ​ວັນ​ອັງຄານມື້ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​
ກ່າວ​ຫາສະຫະລັດວ່າ ມີ “ຈຸດປະສົງທີ່ລີ້ລັບແອບແຝງ” ​ແລະ​ປະນາມ​ອັນ​ທີ່ ກະຊວງ
ປ້ອງກັນປະເທດຈີນກ່າວ​ວ່າ ຄວາມ “ໜ້າ​ໄວ​ຫລັງ​ຫລ​ອກ ​ແລະມາດຕະຖານສອງ
ໜ້າ” ຂອງ​ວໍຊິງ​ຕັນ.
US Charges Chinese Military Officers With Cyber Espionage
please wait

No media source currently available

0:00 0:02:15 0:00
XS
SM
MD
LG