ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຊົມເຊີຍ ກອງປະຊຸມສຸດຍອດ ທີ່ກຸງໂຕກຽວ


ທ່ານ Wen Jiabao ນາຍົກລັດຖະມົນຕີຈີນ(ຊ້າຍ) ຈັບມືກັນກັບ
ທ່ານ Naota Kan ນາຍົກລັດຖະມົນຕີ ຍີ່ປຸ່ນ(ກາງ) ແລະປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້(ຂວາ) ທີ່ກຸງໂຕກຽວ, ວັນທີ 22 ພຶດສະພາ 2011
ທ່ານ Wen Jiabao ນາຍົກລັດຖະມົນຕີຈີນ(ຊ້າຍ) ຈັບມືກັນກັບ ທ່ານ Naota Kan ນາຍົກລັດຖະມົນຕີ ຍີ່ປຸ່ນ(ກາງ) ແລະປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້(ຂວາ) ທີ່ກຸງໂຕກຽວ, ວັນທີ 22 ພຶດສະພາ 2011

ທ່ານ Yang Jiechi ລັດຖະມົນຕີ​ຕ່າງປະ​ເທດ​ຈີນໄດ້​ຊົມ​ເຊີຍກອງປະ ຊຸມ​ສຸດ​ຍອດ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ ​ກັບ​ເກົາຫລີ​ໃຕ້​ແລະ​ຍີ່​ປຸ່ນ ວ່າ​ເປັນເຫດການ​ອັນ​ນຶ່ງ​ ທີ່​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ.

ອົງການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນ​ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Yang ທີ່​ກ່າວໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ພົບ​ປະກັນ​ເປັນ​ເວລາ​ສອງ​ມື້​ທີ່​ກຸງ​ໂຕ​ກຽວ ​ແມ່ນ​ເປັນຄວາມ​ສໍາ​ເລັດ​ທີ່​ເປັນ​ປະ​ໂຫຍ​ດ ມີ​ປະສິດທິຜົນ ມີຜະ​ລິດ​ຜົນ ​ແລະຄົບ​ຖ້ວນ.

ທ່ານ Yang ກ່າວ​ຕື່ມ​ວ່າ ການ​ພົບ​ປະກັນ​ດັ່ງ​ກ່າວ​ໄດ້​ປັບປຸງ​ຊ່ອງ​ທາງ ສໍາລັບ​ການ​ຮ່ວມ​ໄມ້​ຮ່ວມ​ມື​ທີ່​ເປັນ​ປະ​ໂຫຍ​ດ ​ລະຫວ່າງສາມເສດຖະກິດ ​ຍັກໃຫຍ່ໃນ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ຈະ​ມີ​ສ່ວນ​ຊ່ວຍ​ຢ່າງສໍາ​ຄັນ​ຕໍ່​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ມັ່ງ​ຄັ່ງ​ສົມບູນ​ໃນ​ພາກ​ພື້ນ.

ທ່ານ​ເຫວີ້​ນ​ເຈຍ​ບາ​ວ ນາຍົກລັດຖະມົນຕີຈີນ​ ໄດ້​ເປັນ​ຜູ້ຕາງໜ້າ​ຈີນ​ໃນ​ກອງ​ປະຊຸມ​ 3 ຝ່າຍ​ ຮ່ວມ​ກັບປະທານາທິບໍດີ​ ຫລີ​ ມິ​ອອງບັກ ​ແຫ່ງ ເກົາຫລີ​ໃຕ້ ແລະ​ນາຍົກລັດຖະມົນຕີ ນາ​ໂອ​ໂຕະ​ ກັນ ​ແຫ່ງ​ຍີ່ປຸ່ນ​ນັ້ນ.​ ຫລັງ​ຈາກ​ກອງ​ປະຊຸມ ພວກ​ຜູ້​ນໍາເຫລົ່າ​ນີ້​ກ່າວວ່າ ພວກ​ເຂົາ​ເຈົ້າ​ໄດ້ຕົກ ລົງເຫັນ​ດີ​ນໍາ​ກັນ​ທີ່​ຈະ​ຊ່ອຍ​ຍີ່ປຸ່ນ ​ໃຫ້​ຟື້ນ​ໂຕ​ຄືນ​ຈາກ​ໄພພິບັດ​ແຜ່ນດິນ​ໄຫວ​ໃນ​ວັນ​ທີ 11 ມີນາ​ຜ່ານ​ມາ ​ແລະ​ພະຍາຍາມ​ເຮັດ​ໃຫ້​ສໍາ​ເລັດ​ການ​ຄົ້ນຄວ້າ​ກ່ຽວ​ກັບການ​ຫາ​ທາງ​ໃຫ້​ມີ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັນ​ໃນ​ຂັ້ນ​ກວ້າງຂວາງ​ ພາຍ​ໃນ​ປີ​ນີ້.

XS
SM
MD
LG