ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຫຼິ້ນບົດບາດ ໃຫຍ່ກວ່າເກົ່າ ເພື່ອແກ້ໄຂ ບັນຫາ Sudan (ວີດີໂອ)


ທະຫານຊູດານ ພວມສະແດງຄວາມດີໃຈ ທີ່ສາມາດເຂົ້າຢຶດເອົາ ເມືອງບໍ່ນໍ້າມັນ Heglig ໄດ້ (10 ພຶດສະພາ 2012)
ທະຫານຊູດານ ພວມສະແດງຄວາມດີໃຈ ທີ່ສາມາດເຂົ້າຢຶດເອົາ ເມືອງບໍ່ນໍ້າມັນ Heglig ໄດ້ (10 ພຶດສະພາ 2012)

ຈີນພວມຫຼິ້ນບົດບາດທາງດ້ານການທູດທີ່ໃຫຍ່ຂຶ້ນກວ່າເກົ່າໃນການດຳເນີນຄວາມພະຍາຍາມ ເພື່ອຍຸຕິຄວາມເປັນປໍລະປັກລະຫວ່າງ Sudan ແລະ Sudan ໃຕ້. Scott Stearns ຜູ້ສື່ຂ່າວ ຂອງ VOA ປະຈຳກະຊວງການຕ່າງປະເທດສະຫະລັດ ລາຍງານວ່າ ລັດຖະບານທ່ານໂອບາ ມາເວົ້າວ່າ ການເຄື່ອນໄຫວດັ່ງກ່າວນີ້ອາດຊ່ວຍແກ້ໄຂການປະເຊີນໜ້າທີ່ເຮັດໃຫ້ການສົ່ງອອກ ນໍ້າມັນຂອງ Sudan ຢຸດຊະງັກລົງ

ການ​ສູ້​ລົບ​ກັນ​ເມື່ອ​ໄວໆ​ມານີ້ລະຫວ່າງ Sudan ​ແລະ Sudan ໃຕ້​ນັ້ນ ສ່ວນ​ໃຫຍ່​ແມ່ນໄດ້ຢຸດ
​ເຊົາລົງ​ແລ້ວ​ເວລາ​ທະຫານ Sudan ​ບຸກ​ເຂົ້າຢຶດ​ເອົາ​ຄືນ​ເມືອງ Heglig ຊຶ່ງ​ເປັນຫົວ​ເມືອງບໍ່​ນໍ້າ
ມັນ​ທີ່​ສຳຄັນນັ້ນ ​ແຕ່​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບ​ລາຍໄດ້​ຈາກ​ນໍ້າມັນ​ລະຫວ່າງ​ປະ​ເທດ​ທັງ​ສອງຍັງ
​ດຳ​ເນີນ​ຢູ່​ຕໍ່​ມາ ​ໂດຍ​ທີ່ Sudan ​ໃຕ້ ໄດ້ຢຸດ​ເຊົາຜະລິດ​ນໍ້າມັນ​ດິບ ຫຼັງຈາກ​ໄດ້​ປະຕິ​ເສດ​ບໍ່​ຍອມ
​ຈ່າຍ​ຄ່າ​ທຳນຽມ​ທີ່​ສູງຂຶ້ນສຳຫຼັບການໃຊ້​ທໍ່​ສົ່ງ​ຂອງ Sudan.

ຈີນ​ເປັນ​ຜູ້​ລົງທຶນ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ອຸສາ​ຫະກຳ​ນໍ້າມັນ​ຂອງ Sudan ​ແລະ​ໃນ​ເວລານີ້ພວມ​ເອົາ
​ບົດບາດ​ຫຼາຍຂຶ້ນ​ໃນ​ຄວາມ​ພະຍາຍ​າມ​ເພື່ອ​ຫາ​ທາງ​ຍຸຕິ​ບັນຫາ​ຂັດແຍ້​ງທີ່​ວ່າ​ນີ້.

​ເລື່ອງ​ນໍ້າມັນ ​ແລະ​ຄວາມ​ໝັ້ນຄົງ ແມ່ນ​ຫົວ​ຂໍ້​ສຳຄັນ​ ໃນ​ການ​ສົນທະນາ​ຫາລື​ກັນໃນລະຫວ່າງ​
ການ​ຢ້ຽມຢາມ​ກຸງ​ປັກ​ກິ່ງ​ຂອງ​ປະທານາທິບໍດີ Sudan ​ໃຕ້ ທ່ານ Salva Kiir ​ເມື່ອ​ບໍ່​ນານ​ມາ​
ນີ້.

​ທ່ານ Liu Weimin ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ກ່າວວ່າ:

“ພວກ​ເຮົາເຊື່ອ​ວ່າ ນໍ້າມັນ​ເປັນ​ເສັ້ນຊີວິດ​ທາງ​ດ້ານ​ເສດຖະກິດ ສຳ​ຫຼັບທັງ Sudan ​ແລະ Su-
dan ​ໃຕ້. ການ​ຮັກສາ​ສະຖຽນ​ລະ​ພາບ​ແລະ​ການຮ່ວມ​ມື​ແບບ​ຍືນ​ຍົງ​ໃນ​ດ້ານ​ນໍ້າມັນ​ແມ່ນ​ພື້ນ
ຖານ​ຂອງ​ຜົນ​ປະ​ໂຫຍ​ດ ສຳ​ຫຼັບປະ​ເທດ​ທັງ​ສອງ ​ແລະ​ກໍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງບັນ
ດາ​ບໍລິ​ສັດ​ຂອງ​ຈີນ​ນຳ​ດ້ວຍ.”

ປະທານາທິບໍດີຊູດານໃຕ້ ທ່ານ Salvar Kiir (ກາງ) ແລະຄູ່ຕຳແໜ່ງຝ່າຍ ຊູດານທ່ານ Omar al-Bashir ຫຼັງຈາກຈັດກອງປະຊຸມຖະແຫຼງຂ່າວ ຮ່ວມກັນ ທີ່ນະຄອນຫຼວງຄາທູມ (11 ພຶດສະພາ 2012).
ປະທານາທິບໍດີຊູດານໃຕ້ ທ່ານ Salvar Kiir (ກາງ) ແລະຄູ່ຕຳແໜ່ງຝ່າຍ ຊູດານທ່ານ Omar al-Bashir ຫຼັງຈາກຈັດກອງປະຊຸມຖະແຫຼງຂ່າວ ຮ່ວມກັນ ທີ່ນະຄອນຫຼວງຄາທູມ (11 ພຶດສະພາ 2012).

​ເລື່ອງ​ນໍ້າມັນ​ຂອງ Sudan ກໍ​ເປັນ
​ຫົວ​ຂໍ້​ສຳຄັນ​ໃນ​ລະຫວ່າງ​ການ​ເຈ
ລະຈາ​ຫາລື​ດ້ານ​ຍຸດ​ທະ​ສາດ​ແລະ
​ເສດຖະກິດຂອງ​ລັດຖະມົນຕີ​ການ​
ຕ່າງປະ​ເທດ​ສະຫະລັດ ທ່ານນາງ
Hillary Clinton ທີ່​ກຸງ​ປັກ​ກິ່ງ.
ທູດ​ພິ​ເສດ​ ຂອງ​ສະຫະລັດ ທ່ານ
Princeton Lyman ກ່າວ​ວ່າ ວໍ​
ຊິງ​ຕັນ​ມີ​ຄວາມ​ຍິນ​ດີ​ກ່ຽວ​ກັບ​ບົດ
ບາດ​ຂອງ​ຈີນ​ ໃນ​ການຊ່ອຍ​ຫຼຸດ
ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງສອງ
Sudan.

ທ່ານ Lyman ​ເວົ້າວ່າ “ພວກ​ເຂົາ​ເຈົ້າ​ໄດ້​ໃຫ້ການ​ຮັບ​ຮູ້​ຫຼາຍຂຶ້ນວ່າ​ ຖ້າ​ບັນຫາດ້ານ​ການ​ເມືອງ
​ໃນ Sudan ​ແລະ ລະຫວ່າງ Sudan ກັບ Sudan ​ໃຕ້ຫາກ​ບໍ່ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ​ ບໍ່​ວ່າ​
ຜົນ​ປະ​ໂຫຍ​ດ້ານ​ນໍ້າມັນຫຼືຜົນ​ປະ​ໂຫຍ​ດອື່ນໆ​ກໍ​ແມ່ນຈະ​ບໍ່​ໄດ້​ຮັບ​ຫຍັງ​ເລີຍ.”

​ໃນ​ລ​ະຫວ່າງ​ສົງຄາມ​ກາງ​ເມືອງ​ ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ດົນ​ນານ​ຂອງ Sudan ນັ້ນ ຈີນ​ໄດ້​ໃຫ້
ການ​ສະໜັບສະໜຸນແກ່​ປະທານາທິບໍດີ Omar al-Bashir ໂດຍ​ຕະຫລອດມາ ແຕ່​ໃນ​ເວລາ​ນີ້
ຈີນພວມ​ທຳ​ການ​ລົງທຶນ​ຢູ່​ໃນ Sudan ​ໃຕ້.

ທ່ານ John Bradshaw ​ແ​ມ່ນຜູ້ອຳນວຍ​ການ​ບໍລິຫານ ຂອງ​ໂຄງການ Enough Project
​ເພື່ອ​ຍຸຕິ​ການ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ​ ແລະການ​ກໍ່​ອາ​ຊະ​ຍາກຳຕ້ານ​ມະນຸດຊາດກ່າວວ່າ:

ທ່ານ Bradshaw ​ເວົ້າວ່າ “ຈີນ​ຮັບ​ຮູ້​ວ່າ ​ການ​ດຳ​ເນີນ​ງານແບບກະຕືລືລົ້ນຂອງ​ພວກ​ເຂົາ​ເຈົ້າ
ຮ່ວມ​ກັບ​ອຳນາດ​ການ​ປົກຄອງ​ໃນ​ນະຄອນຄາຣ໌ທູມນັ້ນ​ແມ່ນເປັນ​ໄປ​ບໍ່​ໄດ້ອີກ​ແລ້ວແລະ​ພວກ​
ເຂົາ​ເຈົ້າຕ້ອງ​ໄດ້​ສ້າງ​ວິທີ​ການ​ທີ່​ມີ​ຄວາມ​ກໍ້າ​ເກິ່ງຫຼາຍຂຶ້ນລະຫວ່າງ Juba ​ແລະ Khartoum
ເພື່ອ​ພະຍາຍາມ​ນຳ​ເອົາ​ທັງ​ສອງຝ່າຍ​ມາ​ໂອ້​ລົມ​ກັນ.”

ສ່ວນທ່ານ Dough Bandow ​ ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຖາ​ບັນ Cato ທີ່​ກຸງວໍ​ຊິງ​ຕັນ​ເວົ້າວ່າ
ການ​ພົວພັນ​ຂອງ​ຈີນ​ຫຼາຍຂຶ້ນນັ້ນ ​ແມ່ນ​ຊ່ອຍ​ທັງ Sudan ​ແລະປະຊາ​ຄົມນາໆ​ຊາດ.

ທ່ານ Bandow ​ເວົ້າວ່າ “ຖ້າ​ຈີນ ​ຫາກ​ເຫັນເຫດຜົນ​ໂຕ​ຈິງ​ໃນ​ການ​ພະ​ຍາ​ຍາມ​ຫາ​ທາງ​ແກ້​ໄຂ​
ບັນຫາ Sudan ​ ຊຶ່ງສະຫະລັດ​ແລະ​ສະ​ຫະພາບ​ຢູ​ໂຣບກໍຢາກ​ແກ້​ໄຂ​ບັນຫານີ້ຄື​ກັນນັ້ນພວກ​
ເຮົາ​ກໍສາມາດ​ດຳ​ເນີນ​ງານ​ຮ່ວມກັນ​ໄດ້ແທນ​ທີ່​ຈະ​ຄັດຄ້ານ​ຊຶ່ງ​ກັນ​ແລະ​ກັນ.”

​ໃນ​ລະຫວ່າງ​ການ​ໄປ​ຢ້ຽມຢາມກຸງ​ປັກ​ກິ່ງ​ນັ້ນ ປະທານາທິບໍດີ Sudan ​ໃຕ້​ທ່ານ Salva Kiir
ພະຍາຍາມ​ຊຸກຍູ້ໃຫ້​ຈີນລົງທຶນ​ສ້າງ​ທໍ່​ນໍ້າມັນຜ່ານ​ປະ​ເທດ​ເຄັນ​ຢາ ​ເພື່ອທີ່​ປະ​ເທດ​ຂອງ​ທ່ານ​ຈະ
​ສາມາດ​ຫຼີກລ່ຽງຈາກ​ການ​ໃຊ້​ທ່າ​ກຳ​ປັ່ນສົ່ງອອກ​ນໍ້າມັນ​ທີ່​ຄວບ​ຄຸມ​ໂດຍ Sudan.

XS
SM
MD
LG