ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນໃຫ້ຄຳໝັ້ນສັນຍາວ່າ ຈະເສີມສ້າງມິດຕະພາບ ກັບຊູດານ ໃຫ້ເຂັ້ມແຂງກວ່າເກົ່າ


ທ່ານຫູຈິນເຖົາ ປະທານປະເທດຂີນ(ຂ້າງຂວາ) ຈັບມືກັນກັບ
ປະທານາທິບໍດີ Omar al-Bashir ແຫ່ງຊູດານ
ວັນທີ 29 ມີຖຸນາ 2011
ທ່ານຫູຈິນເຖົາ ປະທານປະເທດຂີນ(ຂ້າງຂວາ) ຈັບມືກັນກັບ ປະທານາທິບໍດີ Omar al-Bashir ແຫ່ງຊູດານ ວັນທີ 29 ມີຖຸນາ 2011

ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ​ ໄດ້​ພົບ​ປະ​ຫາລື​ກັບ​ທ່ານ Omar al-Bashir ​ແລ້ວ​ຫລັງ​ຈາກ​ທໍາ​ການ​ຕ້ອນຮັບ​ປະທານາທິບໍດີ​ຊູ​ດານ​ຢ່າງສົມ​ກຽດ​ ຊຶ່ງ​ຜູ້ກ່ຽວ​ກໍາລັງ​ປະ​ເຊີນ​ກັບ​ໝາຍ​ຈັບ​ກຸມ​ຈາກ​ສານ​ນາໆ​ຊາດໃນ​ຂໍ້​ຫາ​ຖານ​ກໍ່​ອາ​ຊະ​ຍາ​ກໍາ​ຕ້ານ​ມະນຸດຊາດ​ນັ້ນ.

ໃນ​ຖ້ອຍ​ຖະ​ແຫລ​ງ​ເປີດ​ການ​ເຈລະຈາຫາລື​ທີ່​ຫໍ​ສາລາປະຊາຊົນ​ຈີນ​ໃນ​ວັນ​ພຸດ​ມື້​ນີ້ ທ່ານ​ຫູ​ກ່າວ​ວ່າ ທ່ານ​ຫວັງ​ວ່າການ​ຢ້ຽມຢາມ​ຂອງປະທານາ ທິບໍດີ​ຊູ​ດານຄັ້ງ​ນີ້ ຈະ​ເສີມ​ສ້າງມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ຂຶ້ນກວ່າເກົ່າແລະ​ສົ່ງ​ເສີມ​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ໃນ​ຫຼາຍໆ​ດ້ານ.

ໃນ​ເວລາ​ຕໍ່​ມາ​ພວກ​ຜູ້​ນໍາ​ທັງ​ສອງ​ໄດ້​ຮ່ວມ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຕ່າງໆ​ວ່າ​ດ້ວຍ​ການໃຫ້​ເງິນ​ກູ້​ຢືມ​ແລະ​ຄວາມ​ຮ່ວມ​ມື​ກັນ​ທາງ​ດ້ານ​ເສດຖະກິດ. ຈີນ​ເປັນ​ປະ​ເທດ​ທີ່​ຂາຍ​ອາວຸດ​ລາຍ​ສໍາຄັນໃຫ້​ຊູ​ດານ​ແລະ​ເປັນ​ປະ​ເທດ​ທີ່​ຊື້​ນໍ້າມັນ​ລາຍ​ໃຫຍ່​ທີ່​ສຸດ​ຈາກ​ຊູ​ດານ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ຄັດຄ້ານ​ຕໍ່​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ໂດຍ​ໃຫ້ຂໍ້ສັງ​ເກດ​ວ່າ ສານ
ອາຍາ​ນາໆ​ຊາດ​ກໍາລັງ​ຫາ​ທາງ​ຈັບ​ກຸມ​ທ່ານ Bashir ໃນ​ຂໍ້​ຫາ​ທໍາ​ການ​ຂ້າ​ລ້າງເຊື້ອຊາດ
ເຜົ່າພັນ ອາ​ຊະ​ຍາກ​ອນສົງຄາມ ​ແລະ​ກໍ່​ໂທດກໍາ​ຕ້ານ​ມະນຸດຊາດ​ໃນ​ຂົງ​ເຂດ Darfur ໃນ​
ພາກ​ຕາ​ເວັນ​ຕົກ​ຂອງ​ຊູ​ດານ​ນັ້ນ. ການ​ສູ້​ລົບ​ກັນ​ໃນ​ຂົງ​ເຂດ​ດັ່ງກ່າວ ໄດ້​ເຮັດ​ໃຫ້​ປະຊາຊົນ
ເສຍ​ຊີວິດ​ໄປ​ປະມານ 3 ​ແສນ​ຄົນ​ນັບ​ແຕ່​ປີ 2003 ​ເປັນ​ຕົ້ນ​ມາ.

XS
SM
MD
LG