ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢ້ຽມຢາມປັກກິ່ງ ຂອງປະທານາທິບໍດີຊູດານ ຖືກເລື່ອນກໍານົດ


ປະທານາທິບໍດີ Omar al-Bashir ແຫ່ງຊູດານ
ປະທານາທິບໍດີ Omar al-Bashir ແຫ່ງຊູດານ


















ຈີນ​ກ່າວ​ວ່າ ການ​ຢ້ຽມຢາມ​ກຸງ​ປັກ​ກິ​ງຂອງ​ປະທານາທິບໍດີ Omar al-Bashir​ ແຫ່ງ​ຊູ​ດານ ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນນັ້ນ ໄດ້​ຖືກ​ເລື່ອນ​ອອກ​ໄປ ​ຊຶ່ງ​ເຮັດ​ໃຫ້ຈໍາ​ເປັນ​ຕ້ອງໄດ້ເລື່ອນ​ການ​ພົບ​ປະ​ທີ່ກໍານົດ​ໄວ້​ໃນ​ວັນຈັນ​ມື້​ນີ້​ກັບປະທານ​ປະ​ເທດ​ ຫູ​ຈິນ​ເຖົາ​ ນັ້ນ.

ແຜນການ​ຢ້ຽມຢາມ​ຈີນ​ເປັນ​ເວລາ 4 ມື້​ ໄດ້​ຖືກ​ປະນາມ​ໂດຍ​ພວກ​ກຸ່ມ​ປົກປ້ອງ​ສິດທິ​ມະນຸດ​
ຍ້ອນ​ຈີ​ນບໍ່​ຍອມ​ທໍາ​ການ​ຈັບ​ກຸມ​ທ່ານ Bashir ຕາມ​ໝາຍ​ຈັບທີ່ອອກໂດຍສານ​ອາຍາ​ນາໆ
ຊາດ​ທີ່ກຸງ Hague ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ບໍ່​ໄດ້​ບອກ​ໃຫ້​ຮູ້​ວ່າ​ ເປັນ​ຫຍັງ​ຖ້ຽວ​ບິນຂອງ
ທ່ານ Bashir ຈຶ່ງ​ຊັກ​ຊ້າ ຫລືຄາດ​ວ່າ ທ່ານ​ຈະ​ໄປ​ຮອດ​ຈີນ​ໃນເວລາ​ໃດ​ນັ້ນ.

ໃນ​ການ​ໃຫ້​ສໍາພາດ​ກັບ​ສື່​ມວນ​ຊົນ​ຈີນ ​ກ່ອນ​ການ​ຢ້ຽມຢາມ​ນັ້ນ ທ່ານ Bashir ​ໄດ້​ກ່າວ​ຍ້ອງ
ຍໍ​ຈີນ​ ທີ່ໃຫ້ການ​ຊ່ອຍ​ເຫລືອ​ປະ​ເທດ​ຂອງ​ທ່ານຕ້ານ​ຢັນ​ກັບ​ຜົນ​ກະທົບ​ຈາກການ​ລົງ​ໂທດ​ດ້ານ
ເສດຖະກິດ​ພາຍ​ໃຕ້​ການ​ນໍາພາ​ຂອງ​ສະຫະລັດ​ນັ້ນ.

ນອກ​ນີ້ ​ທ່ານ​ຍັງ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ວ່າ ທ່ານ​ຄາດ​ວ່າ ກຸງ​ປັກ
ກິ​ງຈະ​ສືບ​ຕໍ່​ມີ​ຄວາມ​ສໍາພັນ​ທີ່​ດີ​ກັບທັງ​ຊູ​ດານ​ພາກ​ເໜືອ​ແລະ​ພາກ​ໃຕ້​ ຫລັງ​ຈາກ​ສອງ​ເຂດດັ່ງ
ກ່າວ​ຖືກແບ່ງ​ແຍກ​ອອກ​ຈາກກັນ​ໃນ​ວັນ​ທີ 9 ກໍລະກົດ ​ເດືອນ​ໜ້າ​ນີ້.

XS
SM
MD
LG