ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Bashir ແຫ່ງ Sudan ​ຢ້ຽມຢາມ​ຈີນ


Một đĩa bằng thép không rỉ rộng 10 mét có tên “Gương Trời,” tác phẩm nghệ thuật của nghệ sĩ Anh Anish Kapoor, được trưng bày tại Viện Bảo Tàng nghệ thuật đương đại ở Sydney, Australia. Tấm gương có những mặt lồi lõm tạo ra những hình ảnh thay đổi liên tục khi mặt trời và mây di chuyển hoặc khi có người đi ngang.
Một đĩa bằng thép không rỉ rộng 10 mét có tên “Gương Trời,” tác phẩm nghệ thuật của nghệ sĩ Anh Anish Kapoor, được trưng bày tại Viện Bảo Tàng nghệ thuật đương đại ở Sydney, Australia. Tấm gương có những mặt lồi lõm tạo ra những hình ảnh thay đổi liên tục khi mặt trời và mây di chuyển hoặc khi có người đi ngang.

ປະທານາທິບໍດີຂອງ Sudan ທ່ານ Omar al-Bashir ​ແມ່ນ​ກໍາລັງ​ຢູ່​ໃນ​ຈີນ​ໃນ​ການ​ຢ້ຽມ
ຢາມ​ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງຫຼັງ​ຈາກ​ໄດ້​ມີ​ການ​ຖິ້ມໂທດ ທີ່​ຫຼ້າ​ຊ້າ​ຢ່າງລັບໆຂອງ
ພວກເຈົ້າໜ້າທີ່ Sudan ໃສ່ການກົດດັນທີ່ໄດ້ຮັບການ ໜູນ​ຫຼັງ​ຈາກສະຫະລັດ​ນັ້ນ.

ເຈົ້າໜ້າທີ່ຈີນໄດ້ກ່າວ ຫຼັງຈາກການມາຮອດມາເຖິງຂອງທ່ານ Bashir ໃນຕອນເຊົ້າ
ວັນອັງຄານມື້ນີ້ວ່າ ການພົບ​ປະ​ກັບ​ປະທານ​ປະ​ເທດຈີນ​ ທ່ານ Hu Jintao ຊຶ່ງ​ຕົ້ນຕໍ່ມີ
ໝາຍ​ກໍານົດ​ໃສ່ແລງ​ວັນ​ຈັນນັ້ນ ​ມາບັດນີ້ຈະ​ຍ້າຍ​ໄປ​ເປັນ​ວັນ​ພຸດ​ມື້​ອື່ນ. ຍັງ​ບໍ່​ເປັນ​ທີ່​
ຈະ​ແຈ້ງ​ເທື່ອ​ວ່າຈະ​ມີ​ການ​ເລື່ອນເວລາໃນການ​ຢ້ຽມ ຢາມ​ຄັ້ງ​ນີ້​ ​ອອກ​ໄປ​ກາຍກໍ​ານົດ
ການເດີນທາງກັບ​ຄືນ Sudan ​ໃນ​ວັນ​ພະຫັດ​ຈະມານີ້ຫຼືບໍ່.

ກະຊວງ​ການ​ຕ່າງປະ​ເທດ Sudan ​ກ່າວ​ວ່າ ທ່ານ Bashir ພວມຢູ່​ໃນ​ລະ ຫວ່າງ​ການ
ເດີນທາງ​ໄປຍັງປະເທດຈີນ​ໃນວັນ​ຈັນ​ວານ​ນີ້ ​ເວລາເຈົ້າ​ໜ້າ​ທີ່​ໃນ Turkmenistan ​
ໄດ້​ສັ່ງ​ໃຫ້ປ່ຽນເສັ້ນທາງບິນ ຂອງເຮືອບິນຂອງທ່ານ. ​ອົງການ​ອົງການຂ່າວ SUNA
ຂອງທາງການ Sudan ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອະວຸໂສຂອງ​ພັກ​ລັດຖະ
ບານທີ່ກ່າວວ່າ ທ່ານ​ເຊື່ອ​ວ່າໃບອະນຸຍາດໃຫ້ ບິນຜ່ານທີ່ອອກໃຫ້ໃນຂັ້ນທຳອິດນັ້ນ
ໄດ້ຖືກຍົກເລີກ ອັນເປັນຜົນເນື່ອງມາ​ຈາກ​ການ​ກົດ​ດັນ​ຈາກ​ສະຫະລັດ.

ມີການອ້າງຄຳເວົ້າປະທານ​ສະພາແຫ່ງຊາດ ​Sudan ທ່ານ Qutbi al Mahdi ​
ທີ່​ກ່າວ​ວ່າ Washington ໄດ້ກົດດັນໃຫ້ປັກກິງຍົກເລີກການຢ້ຽມ ຢາມຂອງທ່ານ
Bashir ຄັ້ງນີ້. ຍັງບໍ່ມີຄວາມເຫັນໃດໆຈາກທາງສະຫະລັດ ເທື່ອ.

ນາໆຊາດຕ້ອງການໂຕປະທານາທິບໍດີ Sudan ເພື່ອໄປດໍາເນີນຄະດີໂດຍ ສານອາດ
ຊະຍາກໍານາໆຊາດຊຶ່ງມີສໍານັກງານທີ່ນະຄອນ Hague ໃນຂໍ້ຫາອາດຊະຍາກຳ
ສົງຄາມ.



XS
SM
MD
LG