ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

ຈີນ ພົບຄວາມຫຍຸ້ງຍາກ ເພື່ອຄວບຄຸມ COVID ສາຍພັນ ໂອໄມຄຣອນ ກ່ອນກິລາໂອລິມປິກ ລະດູໜາວ


ປະຊາຊົນໃສ່ໜ້າກາກເພື່ອປ້ອງກັນໄວຣັສໂຄໂຣນາ ເບິ່ງການວາງສະແດງໂຕນຳໂຊກຂອງກິລາໂອລິມປິກລະດູໜາວຄົນພິການ, ນະຄອນຫຼວງ ປັກກິ່ງ. 12 ມັງກອນ, 2022.
ປະຊາຊົນໃສ່ໜ້າກາກເພື່ອປ້ອງກັນໄວຣັສໂຄໂຣນາ ເບິ່ງການວາງສະແດງໂຕນຳໂຊກຂອງກິລາໂອລິມປິກລະດູໜາວຄົນພິການ, ນະຄອນຫຼວງ ປັກກິ່ງ. 12 ມັງກອນ, 2022.

ເມືອງ ທຽນຈິນ ຂອງ ຈີນ ໄດ້ສັ່ງການກວດ COVID-19 ຄື້ນທີສອງ ສຳລັບຜູ້ອາໄສຢູ່ຂອງເຂົາເຈົ້າ 14 ລ້ານຄົນ ໃນວັນພຸດວານນີ້ ຫຼັງຈາກການກວດກາເບື້ອງຕົ້ນ ຂອງປະຊາກອນໄດ້ພົບກໍລະນີທີ່ເປັນຜົນບວກ 97 ກໍລະນີ. ເມືອງທ່າເຮືອດັ່ງກ່າວ ແມ່ນປະມານ 100 ກິໂລແມັດທາງພາກຕາເວັນອອກສຽງໃຕ້ຂອງນະຄອນຫຼວງ ປັກກິ່ງ ທີ່ເປັນເຈົ້າພາບຈັດກິລາໂອລິມປິກລະດູໜາວ.

ພວກເຈົ້າໜ້າທີ່ໄດ້ກັກບໍລິເວນຫຼາຍເຂດທີ່ມີການຕິດເຊື້ອຂອງເມືອງທ່າເຮືອນັ້ນ ໃນຂະນະທີ່ບັນດານັກໂຣກລະບາດວິທະຍາໄດ້ເຕືອນວ່າການແຜ່ລາມອາດໄດ້ເລີ່ມຂຶ້ນໄວກວ່າທີ່ໄດ້ກວດພົບໃນການກວດກາຂອງອາທິດແລ້ວນີ້. ບັນດາເຈົ້າໜ້າທີ່ ທຽນຈິນ ໄດ້ເລີ່ມໃຊ້ມາດຕະການຕໍ່ຕ້ານໄວຣັສ ແລະ ການເດີນທາງທີ່ເຄັ່ງຄັດໃນວັນທີ 9 ມັງກອນ, ໂດຍຢ້ານວ່າ ການລະບາດຈະແກ່ຍາວ.

ພວກນັກວິເຄາະຜູ້ທີ່ໄດ້ລົມກັບວີໂອເອພະແນກ ຈີນກາງ ໄດ້ກ່າວວ່າລັດຖະບານ ຈີນ ພົບວ່າກໍລະນີໃໝ່ຂອງເມືອງ ທຽນຈິນ ແມ່ນໜ້າເປັນຫ່ວງເປັນພິເສດຍ້ອນ ຄວາມຢູ່ໃກ້ຄຽງຂອງເມືອງດັ່ງກ່າວກັບ ປັກກິ່ງ, ທີ່ເປັນເມືອງເຈົ້າພາບສຳລັບກິລາໂອລິມປິກລະດູໜາວຄັ້ງທີ 24, ທີ່ມີກຳນົດໄຂຂຶ້ນໃນວັນທີ 4 ກຸມພາຈະມາເຖິງນີ້ ແລະ ຈະດຳເນີນໄປຮອດວັນທີ 20 ກຸມພາ. ມັນໃຊ້ເວລາບໍ່ເຖິງ 30 ນາທີ ທີ່ຈະເດີນທາງລະຫວ່າສອງເມືອງດັ່ງກ່າວ ດ້ວຍລົດໄຟຄວາມໄວສູງ.

ບັນດານັກຊ່ຽວຊານດ້ານສາທາລະນະສຸກໄດ້ກ່າວວ່າ ການກັກບໍລິເວນເພື່ອຄວບຄຸມໂຣກທີ່ເຂັ້ມງວດຈະບໍ່ຍືນຍົງໃນຂະນະທີ່ສາຍພັນ ໂອໄມຄຣອນ ທີ່ສາມາດຕິດຕໍ່ໄດ້ຫຼາຍກວ່າເກົ່າ ຈະແຜ່ລາມໄປທົ່ວປະເທດດັ່ງກ່າວ, ເຊິ່ງໄດ້ຮັບເອົານະ ໂຍບາຍບໍ່ມີການຜ່ອນຜັນເພື່ອຕໍ່ສູ້ກັບໄວຣັສໂຄໂຣນາທີ່ອັນຕະລາຍເຖິງຊີວິດໃນມະນຸດຢູ່ ຈີນ ໃນທ້າຍປີ 2019.

ທ່ານ ວູ ຊີອິງ-ເຈີ (Twu Shiing-jer) ອະດີດລັດຖະມົນຕີກະຊວງສາທາລະນະສຸກຂອງ ໄຕ້ຫວັນ ແລະ ປະທານຂອງສູງກາງພັດທະນາສຳລັບຊີວະເທັກໂນໂລຈີ ໃນ ໄທເປ ໄດ້ກ່າວວ່າ “ດ້ວຍສາຍພັນ ໂອໄມຄຣອນ, ມັນມີສັດສ່ວນທີ່ສູງ ຂອງກໍລະນີທີ່ບໍ່ສະແດງອາການ, ສະນັ້ນຂ້າພະເຈົ້າເຊື່ອວ່າຕົວເລກຂອງກໍລະນີທີ່ຖືກຢືນຢັນ ຈະເພີ່ມຂຶ້ນເລື້ອຍໆໃນສອງສາມວັນຂ້າງໜ້າ.”

ທ່ານໄດ້ກ່າວຕື່ມວ່າ “ມັນມີຄວາມເປັນໄປໄດ້ສູງທີ່ສາຍພັນ ໂອໄມຄຣອນ ຈະຖືກນຳໄປບ້ານພັກໂອລິມປິກໃນ ປັກກິ່ງ, ໃນເມື່ອອາຫານທຸກຢ່າງ ແລະ ການສະໜອງການຂົນສົ່ງອື່ນໆ ຈະຖືກຂົນເຂົ້າໄປໃນສະຖານທີ່ຈາກເມືອງອື່ນໆ.”

ເມືອງ ທຽນຈິນ ເປັນເມືອງຫຼ້າສຸດ ທີ່ຖືກຈັດຢູ່ພາຍໃຕ້ການຄວາມຄຸມທີ່ເຄັ່ງຄັດໂດຍບັນດາເຈົ້າ ໜ້າທີ່ ຈີນ ທີ່ມີຄວາມກະຕືລືລົ້ນເພື່ອຄວບຄຸມການລະບາດຂອງ COVID-19.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG