ຈີນໄດ້ຕອບໂຕ້ຢ່າງຄຽດແຄ້ນ ຕໍ່ຄວາມເຫັນຂອງສະຫະລັດ
ໃນວັນຄົບຮອບ 25 ປີ ຂອງການປາບປາມຢ່າງຮ້າຍແຮງທີ່
ຈະຕຸລັດທຽນອັນເໝິນ.
ທຳນຽບຂາວ ໄດ້ກ່າວໃນວັນພຸດວານນີ້ວ່າ ຕົນ “ຈະກ່າວຢູ່
ສະເໝີ ເພື່ອໃຫ້ການສະໜັບສະໜຸນຕໍ່ສິດເສລີພາບຂັ້ນ
ພື້ນຖານ ທີ່ພວກປະທ້ວງ ຢູ່ຈະຕຸລັດທຽນອັນເໝີນ ໄດ້
ຮຽກຮ້ອງນັ້ນ.”
ນອກນັ້ນ ສະຫະລັດຍັງຮຽກຮ້ອງໃຫ້ປັກກິ່ງ “ໃຫ້ການອະທິ
ບາຍ ກ່ຽວກັບພວກທີ່ຖືກສັງຫານ ຈັບກຸມ ຫຼືຫາຍສາບ
ສູນ ທີ່ພົວພັນກັບການປາບປາມ ໃນຄັ້ງວັນທີ 4 ມິຖຸນາ ປີ 1989 ນັ້ນນຳ.”
ກະຊວງການຕ່າງປະເທດຂອງຈີນ ກ່າວວ່າ “ຕົນບໍ່ພໍໃຈເປັນຢ່າງຍິ່ງ ຕໍ່ຖະແຫຼງການ
ສະບັບນີ້ ທີ່ໄດ້ສະແດງອອກເຖິງອັນທີ່ທາງຈີນເອີ້ນວ່າ ການມອງຂ້າມຫຼືບໍ່ຄຳນຶງ ເຖິງຄວາມເປັນຈິງທັງໝົດນັ້ນເລີຍ.”
ໃນບົດຂຽນບົດນຶ່ງຂອງອົງການຂ່າວຊິນຫົວ ຂອງທາງການຈີນນັ້ນ ໂຄສົກກະຊວງການ ຕ່າງປະເທດຈີນ ທ່ານ Hong Lei ກ່າວວ່າ ຈີນ “ໄດ້ຍື່ນການສະແດງຄວາມບໍ່ພໍໃຈ
ຢ່າງ ເຄັ່ງຂຶມ” ຕໍ່ຄວາມເຫັນດັ່ງກ່າວ.
ວັນຄົບຮອບການສັງຫານໝູ່ຂອງປັກກິ່ງ ທີ່ຈະຕຸລັດທຽນອັນເໝິນ ໃນວັນພຸດວານນີ້ ໄດ້ຜ່ານໄປແບບງຽບໆ ໃນຈີນ ບ່ອນທີ່ການໂອ້ລົມສົນທະນາຂອງປະຊາຊົນກ່ຽວກັບເລື່ອງນີ້ ແມ່ນໄດ້ຖືກຫ້າມນັ້ນ.